ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ໄບເດັນ ຈັດງານລ້ຽງກຸດຈີນ ທ່າມກາງການໄວ້ອາໄລ ຂອງຊາວອາເມຣິກັນ ເຊື້ອສາຍເອເຊຍ ກ່ຽວກັບ ການຍິງກັນ


ປະທານາທິບໍດີ ໂຈ ໄບເດັນ ແລະ ສະຕີໝາຍເລກນຶ່ງທ່ານນາງ ຈິລ ໄບເດັນ ກ່າວຄຳປາໄສໃນລະຫວ່າງງານລ້ຽງເພື່ອສະເຫຼີມສະລອງກຸດຈີນ ຢູ່ຫ້ອງທິດຕາເວັນອອກຂອງທຳນຽບຂາວໃນນະຄອນຫຼວງ ວໍຊິງຕັນ, 26 ມັງກອນ 2023.
ປະທານາທິບໍດີ ໂຈ ໄບເດັນ ແລະ ສະຕີໝາຍເລກນຶ່ງທ່ານນາງ ຈິລ ໄບເດັນ ກ່າວຄຳປາໄສໃນລະຫວ່າງງານລ້ຽງເພື່ອສະເຫຼີມສະລອງກຸດຈີນ ຢູ່ຫ້ອງທິດຕາເວັນອອກຂອງທຳນຽບຂາວໃນນະຄອນຫຼວງ ວໍຊິງຕັນ, 26 ມັງກອນ 2023.

ປະທານາທິບໍດີ ໂຈ ໄບເດັນ ແລະ ສະຕີໝາຍເລກນຶ່ງທ່ານນາງ ຈິລ ໄບເດັນ ໄດ້ຈັດງານລ້ຽງກຸດຈີນຢູ່ທຳນຽບຂາວໃນຕອນແລງວັນພະຫັດວານນີ້, ໃນຂະນະ ທີ່ປະຊາຊົນ ອາເມຣິກັນ ໄວ້ອາໄລໃຫ້ການຍິງສັງຫານໝູ່ເມື່ອບໍ່ດົນມານີ້ໃນລັດ ຄາລິຟໍເນຍ ທີ່ລວມມີຜູ້ເຄາະຮ້າຍຄົນເອເຊຍ ແລະ ຄົນຮ້າຍ.

ໃນການກ່າວຢູ່ໜ້າສາກ​ ໂດຍ​ມີວີສີແດງ ​ທີ່​ມີໂຕໜັງສືຈີນສີຄຳ​ຢູ່​ເບື້ອງ​ຫຼັງ, ເຊິ່ງເປັນສັນຍາລັກແຫ່ງຄວາມໂຊກດີນັ້ນ, ທ່ານ ໄບເດັນ ໄດ້ເລີ່ມດ້ວຍການສູດມົນພາວະນາ ແລະ ໄວ້ອາໄລໃຫ້ຜູ້ເຄາະຮ້າຍກ່ອນຕ້ອນຮັບບັນດາສະມາຊິກຄົນອາເມຣິກັນ ເຊື້ອສາຍເອເຊຍ, ຄົນຮາວາຍພື້ນເມືອງ ແລະຊຸມຊົນໝູ່ເກາະປາຊີຟິກ.

ທ່ານໄດ້ກ່າວວ່າ “ຈິລ ແລະ ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບທ່ານເຂົ້າສູ່ ງານລ້ຽງກຸດຈີນຄັ້ງທຳອິດ ໃນຂະໜາດນີ້ ຢູ່ທຳນຽບຂາວ, ເຊິ່ງແມ່ນບ້ານຂອງ ພວກເຈົ້າ, ນີ້ແມ່ນບ້ານຂອງພວກເຈົ້າ.”

ທ່ານ ໄບເດັນ ໄດ້ກ່າວຢໍ້າເຖິງ “ຄວາມຄຽດຊັງ, ຄວາມເຈັບປວດ ແລະ ຄວາມຮຸນແຮງ ແລະ ການສູນເສຍ” ທີ່ຊຸມຊົນດັ່ງກ່າວໄດ້ປະເຊີນດ້ວຍການ ເພີ່ມຂຶ້ນຂອງອາຊະຍາກຳ ຕໍ່ຕ້ານຄົນເອເຊຍ ທີ່ຖືກຜັກດັນສ່ວນນຶ່ງ ໂດຍຄຳເວົ້າ ຍຸແຍ່ ກ່ຽວກັບ ໂຣກລະບາດໄວຣັສໂຄໂຣນາ.

ທ່ານ ໄບເດັນ ໄດ້ກ່າວໂດຍອ້າງ ເຖິງຮ່າງກົດໝາຍນິຕິບັນຍັດ ໃນເດືອນພຶດ ສະພາ 2021 ທີ່ຈະແກ້ໄຂການເພີ່ມຂຶ້ນຂອງຄວາມຄຽດຊັງຕໍ່ຕ້ານຄົນເອເຊຍ ແລະ ນຳເອົາຕຳຫຼວດມາຮັບຜິດຊອບສຳລັບການຕິດຕາມ ແລະ ລາຍງານອາ ຊະຍາກຳຄວາມຄຽດຊັງວ່າ “ຍ້ອນແນວນັ້ນຂ້າພະເຈົ້າຈຶ່ງພູມໃຈກັບການຊ່ວຍ ເຫຼືອຂອງພວກເຈົ້າຫຼາຍຄົນຢູ່ໃນຫ້ອງນີ້, ພວກເຮົາໄດ້ເຊັນກົດໝາຍອາຊະຍາ ກຳຄວາມຄຽດຊັງ ໂຄວິດ-19 ໃຫ້ເປັນກົດໝາຍ.”

ຜູ້ຊາຍອາເມຣິກັນເຊື້ອສາຍເອເຊຍອາຍຸ 72 ປີແມ່ນຜູ້ຕ້ອງສົງໄສຂ້າປະຊາຊົນ ເຊື້ອສາຍເອເຊຍ 11 ຄົນ ໃນເມືອງ ມອນເຕຣີ ພາກ ເມື່ອວັນເສົາທີ່ຜ່ານມາ. ແລະ ຜູ້ຊາຍອາເມຣິກັນເຊື້ອສາຍເອເຊຍ ອາຍຸ 66 ປີ ຖືກຂໍ້ຫາກ່ຽວກັບການສັງຫານ 7 ຄົນ ສອງວັນຕໍ່ມາ ໃນເມືອງ ຣາຟ ມູນ ເບ. ຜູ້ເສຍຊີວິດລວມມີກຳມະກອນຄົນຈີນ ແລະ ອາເມຣິກາລາຕິນ. ການສືບສວນສອບສວນ ແມ່ນກຳລັງດຳເນີນຢູ່ ເພື່ອລະບຸແຮງຈູງໃຈສຳລັບການຍິງກັນດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG