ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານໄບເດັນ ຫວັງວ່າ ຈະຍຸຕິໂຣກມະເຮັງ ທີ່ສາມາດເປັນໄປໄດ້ ໃນ 'ວັດຖຸປະສົງແຫ່ງຊາດ' ສຳລັບ ສະຫະລັດ


ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບໂຄງການລິເລີ້ມຂອງທ່ານທີ່ເອີ້ນວ່າ "Cancer Moonshot" ຢູ່ທີ່ຫໍສະໝຸດແ
ລະພິພິທະພັນ John F. Kennedy ໃນນະຄອນບອສຕັນ, ລັດແມັສຊາຈູເສັດສ໌, ວັນທີ 12 ກັນຍາ 2022.
ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບໂຄງການລິເລີ້ມຂອງທ່ານທີ່ເອີ້ນວ່າ "Cancer Moonshot" ຢູ່ທີ່ຫໍສະໝຸດແ ລະພິພິທະພັນ John F. Kennedy ໃນນະຄອນບອສຕັນ, ລັດແມັສຊາຈູເສັດສ໌, ວັນທີ 12 ກັນຍາ 2022.

ປະທານາທິບໍດີ ໂຈ ໄບເດັນ ໃນວັນຈັນວານນີ້ ໄດ້ຮຽກຮ້ອງຕໍ່ຊາວອາເມຣິກັນໃຫ້​ມີ​ຄວາມປຸ້ມລຸມກັນ ເພື່ອ “ວັດຖຸປະສົງແຫ່ງຊາດ” ໃໝ່ - ຊຶ່ງເປັນຄວາມພະ ຍາຍາມຂອງຄະນະລັດຖະບານທ່ານ ທີ່ຈະກຳຈັດໂຣກມະເຮັງ “ດັ່ງທີ່ພວກເຮົາຮູ້ຈັກມັນດີ.”

ຢູ່ທີ່ຫໍສະໝຸດແລະພິພິທະພັນຂອງປະທານາທິບໍດີ ຈອນ ແອັຟ ເຄນເນດີ ທ່ານໄບເດັນ ໄດ້ລຳລຶກເຖິງຄຳປາໄສ ທີ່ໂດ່ງດັງຂອງທ່ານເຄັນເນດີ ທີ່ເອີ້ນວ່າ ມູນຊອດ (moonshot) ເມື່ອ 60 ປີກ່ອນນັ້ນ ໃນການກ່າວຄຳປາໄສ ທີ່ຄ້າຍຄືກັບການແຂ່ງກັນໄປຍັງອະວະກາດ ໃນຄວາມພະຍາຍາມຂອງທ່ານເອງ ແລະຫວັງວ່າ ຄຳປາໄສເຊັ່ນກັນນີ້ ຈະດຶງດູດຈິດໃຈຊາວອາເມຣິກັນທັງຫຼາຍ.

“ທ່ານໄດ້ຈັດຕັ້ງວັດຖຸປະສົງແຫ່ງຊາດທີ່ ອາດຈະປຸກລະດົມປະຊາຊົນຊາວອາເມ ຣິກັນ ແລະເພື່ອເຫດຜົນອັນດຽວກັນ” ທ່ານໄບເດັນ ໄດ້ກ່າວເຖິງຄວາມພະຍາ ຍາມທີ່ຈະໄປອະວະກາດຂອງທ່ານເຄັນເນດີ ໂດຍກ່າວຕື່ມວ່າ “ພວກເຮົາສາມາດ ທີ່ຈະນຳມາຊຶ່ງຄວາມບໍ່ຍິນຍອມທີ່ຈະເລື່ອນມັນອອກໄປ ແບບດຽວກັນນີ້.”

ທ່ານໄບເດັນ ຫວັງທີ່ຈະເຮັດໃຫ້ສະຫະລັດຍັບໃກ້ເຂົ້າເປົ້າໝາຍທີ່ທ່ານໄດ້ກຳນົດໄວ້ ໃນເດືອນກັນຍາ ຂອງການຕັດຈຳນວນຄົນທີ່ເສຍຊີວິດຍ້ອນໂຣກມະເຮັງ ລົງໃຫ້ໄດ້ ພາຍໃນ 50 ເປີເຊັນ ຕະຫຼອດໄລຍະ 25 ປີຂ້າງໜ້ານີ້ ແລະປັບປຸງຊີວິດຂອງພວກຜູ້ເບິ່ງແຍງ ແລະພວກລົ້ມປ່ວຍເປັນໂຣກມະເຮັງ ໃຫ້ດີຂຶ້ນກວ່າເກົ່າ. ບັນດານັກຊ່ຽວຊານ ກ່າວວ່າ ວັດຖຸປະສົງນັ້ນສາມາດບັນລຸໄດ້ ແຕ່ດ້ວຍການລົງທຶນທີ່ພຽງພໍ.

ທ່ານປະທານາທິບໍດີ ໄດ້ເອີ້ນເປົ້າໝາຍຂອງທ່ານ ເປັນການພັດທະນາໃນດ້ານການຮັກສາປິ່ນປົວ ແລະການບຳບັດສຳລັບໂຣກມະເຮັງ ທີ່ “ກ້າຫານ ທະເຍີທະຍານ ແລະຂ້າພະເຈົ້າອາດກ່າວຕື່ມວ່າ ສາມາດເຮັດໄດ້.”

ໃນຄຳປາໄສຂອງທ່ານ ທ່ານໄບເດັນ ໄດ້ຮຽກຮ້ອງຕໍ່ພາກເອກະຊົນ ໃຫ້ຜະລິດຢາທີ່ສາມາດຊື້ໄດ້ຫຼາຍຂຶ້ນກວ່າເກົ່າ ແລະມີຂໍ້ມູນໃຫ້ຄົນຫຼາຍຂຶ້ນຢ່າງເປັນປົກກະຕິ. ທ່ານໄດ້ໝາຍອອກ ໃນເລື້ອງຂອງຄວາມກ້າວໜ້າດ້ານການແພດ ຊຶ່ງອາດເປັນໄປໄດ້ນັ້ນ ດ້ວຍການເພັ່ງເລັງໃສ່ການຄົ້ນຄວ້າ ທຶນຮອນ ແລະຂໍ້ມູນ.

ແລະທ່ານໄດ້ກ່າວເຖິງການສຶກສາໃໝ່ ທີ່ໄດ້ຮັບການສະໜັບສະໜຸນຈາກລັດຖະ ບານກາງ ທີ່ຊອກຫາຫຼັກຖານສຳລັບການນຳໃຊ້ການກວດເລືອດ ເພື່ອປຽບທຽບໃສ່ກັບໂຣກມະເຮັງຫຼາຍປະເພດ-ຊຶ່ງຈະເປັນທ່າແຮງທີ່ຈະປ່ຽນເກມໄດ້ ໃນການທົດລອງວິນິດໄສທີ່ຈະປັບປຸງໃຫ້ດີຂຶ້ນ ໃນການກວດພົບໂຣກມະເຮັງຕັ້ງແຕ່ຫົວທີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG