ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດິໄບເດັນ ຮັບສົບຢ່າງມີກຽດ ສະມາຊິກທະຫານທີ່ເສຍຊີວິດ ຢູ່ໃນອັຟການິສຖານ


ປະທານາທິບໍດີໂຈ ໄບເດັນ ຄຳນັບສົບ ໃຫ້ກຽດແກ່ບັນດາສະມາຊິກທະຫານ ທີ່ເສຍຊີວິດຈາກການວາງລະເບີດສະຫຼະຊີບ ຢູ່ສະໜາມບິນກາບູລ. ວັນທີ 29 ສິງຫາ 2021 ທີ່ ໂດເວີ, ລັດເດລາແວຣ ສະຫະລັດອາເມຣິກາ.
ປະທານາທິບໍດີໂຈ ໄບເດັນ ຄຳນັບສົບ ໃຫ້ກຽດແກ່ບັນດາສະມາຊິກທະຫານ ທີ່ເສຍຊີວິດຈາກການວາງລະເບີດສະຫຼະຊີບ ຢູ່ສະໜາມບິນກາບູລ. ວັນທີ 29 ສິງຫາ 2021 ທີ່ ໂດເວີ, ລັດເດລາແວຣ ສະຫະລັດອາເມຣິກາ.

ປະທານາທິບໍດີໂຈ ໄບເດັນ ແລະສະຕີໝາຍເລກນຶ່ງ, ທ່ານນາງຈີລ ໄບເດັນໄດ້ພົບກັບ
ຄອບຄົວຂອງສະມາຊິກທະຫານ ຂອງສະຫະລັດ 13 ຄົນ ທີ່ເສຍຊີ ວິດໃນການວາງ
ລະເບີດ ຢູ່ໃກ້ກັບສະໜາມບິນກາບູລ ໃນອາທິດແລ້ວນີ້. ຢ່າງໜ້ອຍມີຊາວອາຟຣິກາ
170 ຄົນ ເສຍຊີວິດໃນເຫດລະເບີດດັ່ງກ່າວ.

ສະມາຊິກທະຫານສະຫະລັດ 13 ຄົນດັ່ງກ່າວມີອາຍຸລະຫວ່າງ 20 ຫາ 31 ປີ ໃນນັ້ນ 5 ຄົນມີອາຍຸພຽງແຕ່ 20 ປີ. ຄອບຄົວຂອງເຂົາເຈົ້າໄດ້ພົບກັບທ່ານປະທານາທິບໍດີ ຢູ່ທີ່ຖານທັບອາກາດ ໂດເວີ (Dover) ໃນລັດເດລາແວ, ບ່ອນທີ່ເຂົາເຈົ້າໄດ້ເຂົ້າຮ່ວມໃນ “ການສົ່ງມອບຢ່າງມີກຽດ,” ເຊິ່ງເປັນພິທີທາງທະຫານໃນການຮັບເອົາຊາກສົບຂອງຜູ້ທີ່ເສຍຊີວິດໃນການສູ້ລົບຢູ່ຕ່າງປະເທດ.

“ທ່ານປະທານາທິບໍດີແລະສະຕີໝາຍເລກນຶ່ງ ຈະໄປພົບປະກັບຄອບຄົວຂອງສະມາຊິກທະຫານອາເມຣິກັນທີ່ເສຍຊີວິດທີ່ໄດ້ສະຫລະຊີວິດຂອງຕົນເພື່ອຊ່ວຍເຫຼືອຊາວອາເມຣິກັນ, ຄູ່ຮ່ວມພາຄີຂອງພວກເຮົາ, ແລະພັນທະມິດອັຟການິສຖານຂອງພວກເຮົາ ຢູ່ໃນນະຄອນຫຼວງກາບູລ,” ນັ້ນຄືຄໍາເວົ້າຕອນນຶ່ງ ຢູ່ໃນຖະແຫຼງການຂອງທຳນຽບຂາວ ທີ່ກ່າວອອກມາກ່ອນໜ້ານັ້ນ.

ການໂຈມຕີທີ່ຮ້າຍແຮງໃນອາທິດແລ້ວນີ້ ໄດ້ເກີດຂຶ້ນໃນຂະນະທີ່ຫຼາຍພັນຄົນໄປເຕົ້າໂຮມກັນຢູ່ນອກສະໜາມບິນ, ໃນການພະຍາຍາມອອກຈາກອັຟການິສຖານຫຼັງຈາກພວກຕາລີບານ ເຂົ້າຍຶດເອົາປະເທດ. ເຄືອຂ່າຍກຸ່ມລັດອິສລາມໃນອັຟການິສຖານ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນເຫດລະເບີດດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG