ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ມີ​ຄະ​ແນນ​ນຳ​ໜ້າ ໃນ​ການ​ແຂ່​ງ​ຂັນ​ ຂອງ​ພັກ ເດ​ໂມ​ແຄ​ຣັດ


ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຮັດ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ໂຈ ໄບ​ເດັນ ຖ່າຍ​ຮູບ​ກັບ​ຜູ້​ສະ​ໜັບ​ສະ​ໜູນ​ໃນ​ລະ​ຫວ່າງ​ງານ​ໂຄ​ສະ​ນາ​ຫາ​ສຽງ, ເມືອງ ສ​ແກ​ຣນ​ຕັນ, ລັດ ເພັນ​ຊິ​ລ​ເວ​ເນຍ. 23 ຕຸ​ລາ, 2019.
ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຮັດ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ໂຈ ໄບ​ເດັນ ຖ່າຍ​ຮູບ​ກັບ​ຜູ້​ສະ​ໜັບ​ສະ​ໜູນ​ໃນ​ລະ​ຫວ່າງ​ງານ​ໂຄ​ສະ​ນາ​ຫາ​ສຽງ, ເມືອງ ສ​ແກ​ຣນ​ຕັນ, ລັດ ເພັນ​ຊິ​ລ​ເວ​ເນຍ. 23 ຕຸ​ລາ, 2019.

ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ຂອງ​ໂທ​ລະ​ພາບ CNN ໄດ້​ມີ​ຂ່າວ​ທີ່​ໜ້າ​ຍິນ​ດີ​ສຳ​ລັບ​ອະ​ດີ​ດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ໂຈ ໄບ​ເດັນ. ການ​ສຳຫຼວ​ດ​ດັ່ງ​ກ່າວ​ໄດ້​ສະ​ແດ​ງ​ໃຫ້​ເຫັນ​ທ່ານ ໄບ​ເດັນ ມີ​ຄະ​ແນນ​ນຳ​ໜ້າ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ແມັ​ສ​ຊາ​ຈູ​ເຊັດ​ສ໌ ທ່ານ​ນາງ ເອ​ລິ​ຊາ​ເບັດ ວໍ​ເຣັນ ແລະ ຄູ່​ແຂ່ງ​ຂັນ​ຂອງ​ທ່ານ​ຄົນ​ອື່ນໆ​ໃນ​ການ​ແຂ່ງ​ຂັນ ​ສຳ​ລັບ​ການ​ຖື​ສະ​ເໜີ​ຊື່ໃຫ້​ເປັນ​ຜູ້​ສະ​ໝັກປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ ເດ​ໂມ​ແຄ​ຣັດ.

ທ່ານ ໄບ​ເດັນ ໄດ້​ມີ​ຄະ​ແນນ​ນຳ​ໜ້າ​ທ່ານ​ນາງ ວໍ​ເຣັນ 34 ຕໍ່ 19 ເປີ​ເຊັນ​ໃນ​ການ​ສຳຫຼວດ​ຄວາມ​ຄິ​ດ​ເຫັນ​ຂອງ​ໂທ​ລະ​ພາບ CNN/SSRS, ພ້ອມ​ກັບສະ​ມາ​ຊິກ​ສະ​ພາ​ສູງ​ລັດ ເວີ​ມັອນ ທ່ານ ເບີ​ນີ ແຊນ​ເດີ​ສ໌ ຕາມ​ມາ​ເປັນ​ອັນ​ດັບ​ສາມ​ດ້ວຍ 16 ເປີ​ເຊັນ.

ເຈົ້າ​ເມືອງ ຊາວ​ທ໌​ເບັນ ລັດ ອິ​ນເດຍ​ນາ ທ່ານ ພີດ ບູ​ທີ​ຈິ​ຈ໌ ແລະ ສະ​ມາ​ຊິກ​ສະ​ພາ​ສູງ​ລັດ ຄາ​ລິ​ຟໍ​ເນຍ ທ່າ​ນ​ນາງ ຄາ​ມາ​ລາ ແຮ​ຣິ​ສ ໄດ້ 6 ເປີ​ເຊັນ​ໃນ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນ, ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ​ສະ​ພາ​ສູງ​ລັດ ມິ​ນເນ​ໂຊ​ຕາ ທ່ານ​ນາງ ເອ​ມີ ໂຄ​ລ​ບູ​ຈາ ແລະ ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ຕ່ຳລັດ ເທັກ​ຊັ​ສ ທ່ານ ເບ​ໂຕ ໂອ​ຣວກ ທັງ​ສອງ​ທ່ານ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ 3 ເປີ​ເຊັນ.

ລາຍ​ງານ​ກ່ຽວ​ກັບ​ລະ​ດູ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ປັດ​ຈຸ​ບັນ​ນີ້​ ໄດ້​ຊີ້​ໃຫ້​ເຫັນ​ທ່ານ​ນາງ ວໍ​ເຣັນ ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ ໃນ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນ, ເຊິ່ງ​ເລີ້ມ​ຂຶ້ນ​ຈາກການ​ມີຄະ​ແນນບໍ່​ຮອດ​ສິບເປີ​ເຊັນໃນ​ຕົ້ນປີຈົນ​ມາ​ຮອດ​ດຽວນີ້ ​ໄດ້​ເປັນ​ຄູ່​ແຂ່ງ​ທີ່​ສູ​ສີ​ທີ່​ສຸດ​ຂອງ​ທ່ານ ໄບ​ເດັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG