ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຈັດກອງປະຊຸມລາຍງານ ກ່ຽວກັບ ການຮັກສາຄວາມປອດໄພ ຂອງທ່ານ ເອງ


ຜູ້ທີ່ຄາດວ່າຈະຖືກເລືອກເປັນ ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແລະ ຜູ້ທີ່ຄາດວ່າຈະຖືກເລືອກເປັນ ຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮຣິສ, ກ່າວຄຳປາໄສ ກ່ຽວກັບ ການຟື້ນຟູເສດຖະກິດ. ຢູ່ໂຮງລະຄອນ The Queen .16 ພະຈິກ, 2020. ນະຄອນ ວິລມິງຕັນ, ລັດ ເດລາແວ.
ຜູ້ທີ່ຄາດວ່າຈະຖືກເລືອກເປັນ ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແລະ ຜູ້ທີ່ຄາດວ່າຈະຖືກເລືອກເປັນ ຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮຣິສ, ກ່າວຄຳປາໄສ ກ່ຽວກັບ ການຟື້ນຟູເສດຖະກິດ. ຢູ່ໂຮງລະຄອນ The Queen .16 ພະຈິກ, 2020. ນະຄອນ ວິລມິງຕັນ, ລັດ ເດລາແວ.

ດ້ວຍການຖືກກີດກັ້ນບໍ່ໃຫ້ໄດ້ຮັບງານລາຍ ກ່ຽວກັບ ຄວາມປອດໄພແຫ່ງຊາດ ຢ່າງເປັນທາງການໂດຍລັດຖະບານທ່ານ ທຣຳ, ຜູ້ທີ່ຄາດວ່າຈະຖືກເລືອກເປັນ ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ດຳເນີນກອງປະຊຸມ ຂອງ ທ່ານເອງ ກັບບັນດາຜູ້ຊ່ຽວຊານການທູດຕ່າງປະເທດ, ການສືບລັບ ແລະ ປ້ອງ ກັນປະເທດໃນວັນອັງຄານວານນີ້.

ທ່ານ ໄບເດັນ ໄດ້ກ່າວໃນຕອນເລີ່ມຕົ້ນຂອງກອງປະຊຸມວ່າ “ຂ້າພະເຈົ້າບໍ່ຢາກຕ້ອງຕິດ້ວຍໃນການກ່າວເຖິງສິ່ງທີ່ທຸກຄົນຮູ້ດີຢູ່ແລ້ວ. ພວກເຮົາຮູ້ວ່າຂ້າພະເຈົ້າບໍ່ສາມາດທີ່ຈະຮັບການລາຍງານ ທີ່ປົກກະຕິແລ້ວຈະມາແລ້ວໃນເວລານີ້.”

ຜູ້ບໍລິຫານຂອງອົງການບໍລິການລັດຖະບານ ທ່ານນາງ ເອມີລີ ເມີຟີ, ຍັງບໍ່ໄດ້ເຊັນສິ່ງທີ່ຮູ້ຈັກກັນໃນຊື່ ເອກະສານການຢືນຢັນ ທີ່ຮັບຮູ້ເຖິງການໂອນອຳນາດ, ແຕ່ທີມຂອງທ່ານ ໄບເດັນ ແມ່ນບໍ່ສາ ມາດເຂົ້າຫາກອງທຶນບາງອັນ ແລະ ໃຊ້ພື້ນທີ່ຂອງຫ້ອງການລັດຖະບານກາງ. ເຊິ່ງນັ້ນຍັງຈະຖືກຖືວ່າ ເປັນການສົ່ງສັນຍານເຖິງອົງການລັດຖະບານອື່ນໆ ເພື່ອໃຫ້ຮ່ວມມືກັບອົງການໂອນອຳນາດ ຂອງທ່ານ ໄບເດັນ.

ໂຄສົກຂອງອົງການດັ່ງກ່າວ, ໃນການໃຫ້ຄຳເຫັນໂດຍຂໍບໍ່ອອກຊື່ເວົ້າວ່າ “ການຢືນຢັນການໂອນອຳນາດແມ່ນຍັງບໍ່ໄດ້ເຮັດຂຶ້ນເທື່ອ. ອົງການບໍລິການລັດຖະບານ ແລະ ລັດຖະບານຂອງເຂົາເຈົ້າຈະສືບຕໍ່ຍຶດຖື ແລະ ປະຕິບັດຕາມຄວາມຮຽກຮ້ອງທຸກຢ່າງພາຍໃຕ້ກົດໝາຍ ແລະ ຍຶດໝັ້ນຕໍ່ບັນ ທັດຖານກ່ອນໜ້ານີ້ ທີ່ຖືກສ້າງຂຶ້ນໂດຍລັດຖະບານ ທ່ານຄລິນຕັນ ໃນປີ 2000.”

ເຈົ້າໜ້າທີ່ລັດຖະບານກາງບາງຄົນໄດ້ກ່າວຕໍ່ວີໂອເອວ່າ ເຖິງແມ່ນຈະບໍ່ມີການຢືນຢັນໂດຍອົງການບໍລິການລັດຖະບານ, ທ່ານ ທຣຳ, ຖ້າທ່ານມີຄວາມປາຖະໜານັ້ນ, ກໍສາມາດທີ່ຈະອະນຸຍາດໃຫ້ທ່ານ ໄບເດັນ ໄດ້ຮັບການລາຍງານຂໍ້ມູນລັບ.

ທ່ານ ທຣຳ ໄດ້ກ່າວອ້າງໃນທວິດເຕີ ຊໍ້າແລ້ວຊໍ້າອີກວ່າ ທ່ານໄດ້ຊະນະການ ເລືອກຕັ້ງ, ໂດຍກ່າວ ຫາຢ່າງບໍ່ມີຫຼັກຖານທີ່ພຽງພໍ ກ່ຽວກັບ ການສໍ້ໂກງການປ່ອນບັດ ແລະ ນັບຄະແນນສຽງ, ແນວໃດກໍຕາມ ຄະແນນໂດຍລວມຈາກຫຼາຍລັດທີ່ເກີນຄວາມຕ້ອງການແມ່ນໄດ້ໃຫ້ທ່ານ ໄບເດັນ ໄດ້ຄະແນນຈາກຄະນະຜູ້ແທນຫຼາຍກວ່າ 270 ຄະແນນທີ່ຕ້ອງການເພື່ອໄຊຊະນະ.

ທ່ານ ໄບເດັນ ໃນການໃຫ້ຄຳເຫັນຕໍ່ທີມຂອງບັນດາທີ່ປຶກສານັ້ນ, ໄດ້ກ່າວຢໍ້າວ່າເວລາທີ່ທ່ານໄດ້ໂຄສະນາຫາສຽງ, ທ່ານໄດ້ກ່າວວ່າ ປະທານາທິບໍດີຄົນຕໍ່ໄປຈະສືບທອດເອົາປະເທດທີ່ມີຄວາມແຕກແຍກ ແລະ ໂລກທີ່ມີຄວາມສັບສົນວຸ້ນວາຍ.

ທ່ານໄບເດັນ ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າຫວັງວ່າຂ້າພະເຈົ້່າເວົ້າຜິດ, ແຕ່ຍ້ອນແນວນັ້ນຂ້າພະເຈົ້າຈຶ່ງຕ້ອງການຄຳແນະນຳຂອງພວກທ່ານຢ່າງແຮງ. ເພື່ອແກ້ໄຂສິ່ງທ້າທາຍສອງຢ່າງນີ້, ພວກເຮົາຈະຕ້ອງໄດ້ເສີມສ້າງປະຊາທິປະໄຕໃນປະເທດຂອງພວກເຮົາຄືນ ແລະ ສະໜັບສະໜູນພັນທະມິດແຫ່ງປະຊາທິໄຕທີ່ພວກເຮົາຢືນຄຽງຂ້າງ ແລະ ຈັດຕຽມປະຊາຊົນ ອາເມຣິກັນ ໃຫ້ພ້ອມເພື່ອຕໍ່ສູ້ ແລະ ບັນລຸຄວາມສຳເລັດໃນນະໂຍບາຍຕ່າງປະເທດທີ່ຈະສະທ້ອນໃຫ້ເຫັນມູນເຊື້ອ ແລະ ຄວາມຕ້ອງການຂອງເຂົາເຈົ້າ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG