ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບ​ເດັນ ກ່າວ​ຢ້ຳ​ເຖິງ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ ຮ່ວມກັບ​ຈີນ ແລະ​ເມັກ​ຊິ​ໂກ ເພື່ອ​ປາບ​ປາມ​​ເຟັນ​ຕາ​ໂນ​ລ


​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ກ່າວ​ໃນ​ລະ​ຫວ່າງ​ການ​ປະ​ຊຸມ ກ່ຽວ​ກັບ​ຄວາມ​ກ້າວ​ໜ້າ ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ຢາ​ເຟ​ັນ​ຕາ​ໂນ​ລ ຫຼັ່ງ​ໄຫຼ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ທີ່​ທຳ​ນຽບ​ຂາວ ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ ວັນ​ທີ 21 ພະ​ຈິກ 2023.
​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ກ່າວ​ໃນ​ລະ​ຫວ່າງ​ການ​ປະ​ຊຸມ ກ່ຽວ​ກັບ​ຄວາມ​ກ້າວ​ໜ້າ ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ຢາ​ເຟ​ັນ​ຕາ​ໂນ​ລ ຫຼັ່ງ​ໄຫຼ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ທີ່​ທຳ​ນຽບ​ຂາວ ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ ວັນ​ທີ 21 ພະ​ຈິກ 2023.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ກ່າວ​ຢ້ຳ​ເຖິງ “ການ​ປະ​ສານ​ງານ​ຢ່າງ​ເຂັ້ມ​ແຂງ ກັບ​ສາ​ກົນ” ​ໂດຍ​ລັດ​ຖະ​ບານ​ຂອງ​ທ່ານ ເພື່ອ​ສະ​ກັດ​ກັ້ນ ການ​ຫຼັ່ງ​ໄຫຼ​ຂອງ​ຢາ​ເຟັນ​ຕາ​ໂນລ ແລະ​ສ່ວນ​ປະ​ສົມທີ່​ນຳ​ໃຊ້​ໃນ​ການ​ຜະ​ລິດ​ຢາ​ເສບ​ຕິດ​ຮ້າຍ​ແຮງ​ດັ່ງ​ກ່າວ ຫຼັງ​ຈາກ​ທ່ານ​ໄດ້​ທຳ​ການ​ພົວ​ພັນ​ທາງ​ດ້ານ​ການ​ທູດ ກັບ​ພວກ​ຜູ້​ນຳ​ຂອງ​ຈີນ ແລະ​ເມັກ​ຊິ​ໂກ​ໃນ​ອາ​ທິດ​ແລ້ວ.

“ພວກ​ເຮົາ​ໄດ້​ເພັ່ງ​ເລັງ​ໃສ່​ການ​ປ້ອງ​ກັນ ການ​ຫຼຸດ​ຜ່ອນ​ໄພ​ອັນ​ຕະ​ລາຍ ການ​ປິ່ນ​ປົວ​ແລະ​ການ​ຟື້ນ​ໂຕ​ຄືນ” ທ່ານ​ໄບ​ເດັນ​ກ່າວ ​ໃນ​ວັນ​ອັງ​ຄານ​ວານນີ້ ​ລະ​ຫວ່າງ​ການ​ປະ​ຊຸມ​ທີ່​ທຳ​ນຽບ​ຂາວ ເພື່ອ​ແກ້​ໄຂ​ການ​ແຜ່​ລະ​ບາດ ​ຂອງ​ຢາ​ເສບ​ຕິດ​ທີ່​ຜິດ​ກົດ​ໝາຍດັ່ງ​ກ່າວ ຊຶ່ງ​ເຮັດ​ໃຫ້​ຊາວ​ອາ​ເມ​ຣິ​ກັນ ​ເສຍ​ຊີ​ວິດ​ໄປ​ແລ້ວ​ຫຼາຍກວ່າ 2 ແສນ​ຄົນໃນ​ໄລ​ຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມາ. “ແຕ່​ບັນ​ຫາ​ທ້າ​ທາຍນີ້ຍັງ​ມີ​ຮ​າກ​ເຫງົ້າ ຢູ່ນອກ​ຊາຍ​ແດນ​ຂອງ​ພວກ​ເຮົາ ຢູ່ນອກ​ຊາຍ​ແດນ​ຂອງ​ສະ​ຫະ​ລັດ.”

ທ່ານ​ໄບ​ເດັນ​ໄດ້​ປະ​ກາດ​ທີ່​ຈະ​ເລັ່ງ​ລັດ​ໃນ​ການ​ດຳ​ເນີ​ນ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ທ່ານ ທີ່​ຈະ​ທຳ​ການ​ປາບ​ປາມ​ຢາ​ເສບ​ຕິດດັ່ງ​ກ່າວ ຫຼັງ​ຈາກ​ໄດ້​ມີ​ການ​ຕົກ​ລົງ​ຕໍ່​ຕ້ານ​ຢາ​ເສບ​ຕິດ​ກັບ​ປັກ​ກິ່ງ ແລະ​ເມັກ​ຊິ​ໂກ​ຊີ້​ຕີີ້ ທີ່​ໄດ້​ບັນ​ລຸ​ເມື່​ອ​ອາ​ທິດ​ແລ້ວ ຢູ່ນອກກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ໃນ​ເຂດ​ເອ​ເຊຍ​ປາ​ຊີ​ຟິກ ຢູ່​ທີ່​ນະ​ຄອນ​ແຊນ​ແຟ​ຣນ​ຊິ​ສ​ໂກ.

ຢາ​ເຟັນ​ຕາ​ໂນ​ລ​ໄດ້​ມີ​ການ​ຜະ​ລິດ​ເປັນ​ຈຳ​ນວນ​ຫຼາຍ​ໃນ​ເມັກ​ຊິ​ໂກ ໂດຍ​ໃຊ້​ສານ​ເຄ​ມີ​ຕົ້ນ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ໄດ້​ມາ​ຈາກ​ຈີນ ແລະ​ລັກ​ລອບ​ໂດຍ​ກຸ່ມ​ຄ້າ​ຢາ​ເສບ​ຕິດ ເຂົ້າ​ມາ​ໃນ​ສະ​ຫະ​ລັດ.

ທ່ານ​ໄບ​ເດັນ​ກ່າວ​ວ່າ “ມັນ​ເປັນ​ບັນ​ຫາ​ທ້າ​ທາຍ​ຂອງ​ໂລກ ທີ່​ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ເອົາ​ມາດ​ຕະ​ການ​ລະ​ດັບ​ໂລກ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG