ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂຈ ໄບເດັນ ຈະມຸ້ງໜ້າ ໄປຍັງເມືອງບັບຟາໂລ ພາຍຫຼັງຈາກ ໄດ້ມີການຍິງສັງຫານໝູ່


ຄົນພາກັນເຕົ້າໂຮມກັນ ຢູ່ດ້ານນອກຈຸດເກີດການຍິງສັງຫານ ຢູ່ທີ່ຮ້ານຊັບພະສິນຄ້າ ໃນເມືອງບັບຟາໂລ ລັດນິວຢອກ, ວັນທີ 15 ພຶດສະພາ 2022. (AP Photo/Matt Rourke)
ຄົນພາກັນເຕົ້າໂຮມກັນ ຢູ່ດ້ານນອກຈຸດເກີດການຍິງສັງຫານ ຢູ່ທີ່ຮ້ານຊັບພະສິນຄ້າ ໃນເມືອງບັບຟາໂລ ລັດນິວຢອກ, ວັນທີ 15 ພຶດສະພາ 2022. (AP Photo/Matt Rourke)

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ມີກຳນົດທີ່ຈະເດີນທາງໄປເມືອງບັບຟາໂລ ລັດນິວຢອກ ໃນວັນອັງຄານມື້ອື່ນນີ້ ບ່ອນທີ່ທາງການກຳລັງສືບສວນສອບສວນການໂຈມຕີ ຮ້ານຂາຍເຄື່ອງຢູ່ເຄື່ອງກິນແຫ່ງນຶ່ງ ໂດຍເປັນສິ່ງທີ່ທ່ານໄບເດັນ ໄດ້ກ່າວວ່າ ເປັນມືປືນ “ທີ່ຕິດອາວຸດສົງຄາມ ແລະທີ່ມີຈິດໃຈເຕັມໄປດ້ວຍຄວາມກຽດຊັງ.”

ທ່ານປະທານາທິບໍດີ ແລະພັນລະຍາຂອງເພິ່ນ ທ່ານນາງຈີລ ຈະ “ໄວ້ອາໄລກັບປະຊາຄົມທີ່ໄດ້ສູນເສຍສະມາຊິກ 10 ຄົນ ໃນການຍິງສັງຫານໝູ່ທີ່ໄຮ້ສະຕິ ແລະໂຫດຮ້າຍ” ອີງຕາມທຳນຽບຂາວ.

ຄົນຜູ້ນຶ່ງ ຮູ້ສຶກໂສກເສົ້າເສຍໃຈ ຢູ່ດ້ານນອກບ່ອນຈຸດເກີດການຍິງສັງຫານໝູ່ ໃນຮ້ານຊັບພະສິນຄ້າ ທີ່ເມືອງບັບຟາໂລ ລັດນິວຢອກ, ວັນທີ 15 ພຶດສະພາ 2022.
ຄົນຜູ້ນຶ່ງ ຮູ້ສຶກໂສກເສົ້າເສຍໃຈ ຢູ່ດ້ານນອກບ່ອນຈຸດເກີດການຍິງສັງຫານໝູ່ ໃນຮ້ານຊັບພະສິນຄ້າ ທີ່ເມືອງບັບຟາໂລ ລັດນິວຢອກ, ວັນທີ 15 ພຶດສະພາ 2022.

ໃນການກ່າວຖະແຫລງ ເມື່ອວັນອາທິດວານນີ້ ຢູ່ນະຄອນຫຼວງວໍຊິງຕັນ ທ່ານໄບເດັນ ໄດ້ກ່າວວ່າ ກະຊວງຍຸຕິທຳ ກຳລັງສືບສວນ ການຍິງສັງຫານນັ້ນວ່າ ເປັນອາຊະຍາກຳຄວາມກຽດຊັງ ຊຶ່ງເປັນການກະທຳທີ່ມີແຮງຈູງໃຈທາງເຊື້ອຊາດຈາກພວກຜິວຂາວທີ່ຖືວ່າຕົນເອງເປັນຄົນວິເສດສຸດຍອດ ແລະການກໍ່ການຮ້າຍດ້ວຍຄວາມຮຸນແຮງ.”

ທ່ານໄບເດັນ ໄດ້ເວົ້າວ່າ “ພວກເຮົາໝົດທຸກຄົນ ຕ້ອງປຸ້ມລຸມກັນ ເພື່ອແກ້ໄຂຄວາມກຽດຊັງ ທີ່ຍັງຫຼົງເຫຼືອ ອັນເປັນຮອຍດ່າງ ໃນຈິດໃຈຂອງອາເມຣິກາ.”

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ໄດ້ກ່າວປະນາມການຍິງສັງຫານດັ່ງກ່າວ ໂດຍໂຄສົກຂອງທ່ານກ່າວໃນວັນອາທິດ ວານນີ້ ວ່າ ທ່ານກູເຕເຣັສ ໄດ້ “ຮູ້ສຶກຕື່ນຕົກໃຈໂດຍການຍິງສັງຫານ 10 ຄົນ ໃນການກະທຳກໍ່ການຮ້າຍຢ່າງໂຫດຫ້ຽມຮ້າຍແຮງ ຍ້ອນຄວາມກຽດຜິວ​ພັນອື່ນ ຢູ່ໃນເມືອງບັບຟາໂລ.”

ເຈົ້າໜ້າທີ່ໄດ້ລະບຸໂຕມືປືນ​ແມ່ນທ້າວເພຕັນ ເຈັນດຣອນ (Payton Gendron) ອາຍຸ 18 ປີ ຈາກເມືອງຄອນກລິນ (Conklin) ລັດນິວຢອກ ຊຶ່ງຕັ້ງຢູ່ທາງກໍ້າຕາເວັນອອກສຽງໃຕ້ ຫ່າງຈາກເມືອງບັບຟາໂລ ປະມານ 330 ກິໂລແມັດ. ລາວເປັນຄົນຜິວຂາວ ແລະຜູ້ເຄາະຮ້າຍ 13 ຄົນ ໃນການຍິງສັງຫານນີ້ 11 ຄົນເປັນຄົນຜິວດຳ.

ທາງການໄດ້ກ່າວວ່າ ຜູ້ກ່ຽວໄດ້ດຳເນີນການໂຈມຕີ ໃນຂະນະທີ່ຜູ້ກ່ຽວໃສ່ເຄື່ອງທະຫານຄົບຊຸດ ແລະໄດ້ທຳການຖ່າຍວີດີໂອ ອອກສົດທາງສື່ສັງຄົມ ດ້ວຍກ້ອງທີ່ຕິດຕັ້ງໃສ່ໝວກ. ໃນທີ່ສຸດຜູ້ກ່ຽວ ກໍໄດ້ວາງອາວຸດຂອງລາວລົງ ແລະຍອມຈຳ ນົນຕໍ່ເຈົ້າໜ້າທີ່ຕຳຫຼວດ ຢູ່ພາຍໃນຮ້ານຄ້າຊື່ວ່າ Tops Friendly Market ທີ່ຕັ້ງຢູ່ໃນຄຸ້ມທີ່ມີຄົນຜິວດຳອາໄສຢູ່ເປັນສ່ວນໃຫຍ່ ໃນເມືອງທີ່ມີປະຊາກອນ 255,000 ຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG