ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ຈະ​ທຳ​ການ​ເດີ​ນ​ທາງ​ຢ້ຽມ​ຢາມ ສາມ​ປະ​ເທດ​ໃນ ຢູ​ໂຣບ


ປະ​ທາ​ນາ​ທິ​ບໍ​ດີ ໄບ​ເດັນ ກ່າວ​ຄຳ​ປ​າ​ໄສ​ໃນ​ລະ​ຫວ່າງກອງ​ປ​ະ​ຊຸມ​ຖະ​ແຫຼ​ງ​ຂ່າວ​ຢູ່ກອງ​ປະ​ຊຸມ​ສຸດຍອດ NATO ໃນ​ນະ​ຄອນຫຼວງ ມາດ​ຣິດ, ສ​ເປນ, 30 ມິ​ຖຸ​ນາ 2022.
ປະ​ທາ​ນາ​ທິ​ບໍ​ດີ ໄບ​ເດັນ ກ່າວ​ຄຳ​ປ​າ​ໄສ​ໃນ​ລະ​ຫວ່າງກອງ​ປ​ະ​ຊຸມ​ຖະ​ແຫຼ​ງ​ຂ່າວ​ຢູ່ກອງ​ປະ​ຊຸມ​ສຸດຍອດ NATO ໃນ​ນະ​ຄອນຫຼວງ ມາດ​ຣິດ, ສ​ເປນ, 30 ມິ​ຖຸ​ນາ 2022.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ຈະ​ທຳ​ການເດີນ​ທາງ 5 ວັນ​ໃນ​ອາ​ທິດນີ້, ເພື່ອ​ຢ້ຽມ​ຢາມ​ສາມ​ປະ​ເທດ​ໃນ ຢູ​ໂຣບ, ອີງ​ຕາມ​ການ​ກ່າວ​ຂອງ​ທຳ​ນຽບ​ຂາວ​ໃນ​ວັນ​ອາ​ທິດ​ວານນີ້, ດ້ວຍ​ການ​ຢຸດ​ແວ່​ທີ່​ສຳ​ຄັນ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ປະ​ຈຳ​ປີ​ຂອງ​ອົງ​ການ NATO ໃນ​ນະ​ຄອນຫຼວງ ວິ​ລ​ນຽ​ສ, ປະ​ເທດ ລິ​ທົວ​ເນຍ, ເຊິ່ງ​ບັນ​ດາ​ຜູ້​ນຳ​ຕາ​ເວັນ​ຕົກ​ມີ​ແຜນ​ທີ່​ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ຄວາມ​ພະ​ຍາ​ຍາມ​ຄັ້ງຫຼ້າ​ສຸດ​ຂອງ​ເຂົາ​ເຈົ້າ​ເພື່ອ​ເສີມ​ຂະ​ຫຍາຍ​ການ​ຕໍ່​ສູ້​ຕໍ່​ຕ້ານ ຣັດ​ເຊຍ ຂອງ ຢູ​ເຄ​ຣນ.

ທ່ານ ໄບ​ເດັນ ຈະ​ເດີນ​ທາງ​ໄປ​ນະ​ຄອນຫຼວງ ລອນດອນ ໃນ​ວັນ​ອາ​ທິດໃນ​ການ​ເດີນ​ທາງ​ຈາກວັນ​ທີ 9 ຫາ 13 ກໍ​ລະ​ກົດ, ເຊິ່ງ​ໃນ​ສອງວັນ​ນັ້ນ​ທ່ານ​ມີ​ແຜນ​ທີ່​ຈະ​ພົບ​ປະ​ກັບ​ກະ​ສັດ ຊາ​ລ​ສ໌ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຣິ​ຊີ ຊູ​ນາກ “ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ໃຫ້​ໃກ້​ຊິດກວ່າ​ເກົ່າ​ ລະ​ຫວ່າງ​ປະ​ເທດ​ຂອງ​ພວກ​ເຮົາ,” ອີງ​ຕາມ​ການ​ກ່າວ​ຂອງ​ທຳ​ນຽ​ບ​ຂາວ.

ຜູ້​ນຳ ສະ​ຫະ​ລັດ ຫຼັງ​ຈາກ​ນັ້ນ​ຈະ​ເດີນ​ທາງ​ໄປ ລິ​ທົວ​ເນຍ ສອງວັນ​ສຳ​ລັບ​ກອງ​ປະ​ຊຸມ NATO ບ່ອນ​ທີ່​ບັນ​ດາ​ຜູ້​ນຳ​ຂອງ​ພັນ​ທະ​ມິດ​ທາງ​ທະ​ຫານ​ຕາ​ເວັນ​ຕົກ​ທີ່​ມີ 13 ປະ​ເທດ​ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ໂຈມ​ຕີ​ຕອບ​ໂຕ້​ຂອງ ຢູ​ເຄ​ຣນ ເພື່ອ​ຍາດ​ເອົາ​ເຂດ​ແດນ​ທາງ​ພາກ​ຕ​າ​ເວັນ​ອອ​ກ​ສຽງ​ໃຕ້​ຂອງ​ປະ​ເທດ​ກັບ​ຄືນມາທີ່ ຣັດ​ເຊຍ ໄດ້​ຍາດໄປ​ໃນ​ຂັ້ນ​ຕອນ​ຕົ້ນໆ ​ຂອງ​ການ​ຕໍ່​ສູ້​ດົນ 16 ເດືອນ.

ບັນ​ດາ​ປະ​ເທ​ດ​ NATO, ທີ່​ນຳ​ພາ​ໂດຍ ສະ​ຫະ​ລັດ, ໄດ້​ສົ່ງ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ມູນ​ຄ່າຫຼາຍ​ພັນລ້ານ​ໂດ​ລາ​ໄປ​ໃຫ້ ຢູ​ເຄ​ຣນ, ແຕ່ການ​ລະ​ດົມ​ຍິງ​ທາງ​ອາ​ກາດ​ຂອງ ຣັດ​ເຊຍ ໄດ້​ສືບ​ຕໍ່​ສັງ​ຫານ​ພົນ​ລະ​ເຮືອ​ນ​ຊາວ ຢູ​ເຄ​ຣນ ຫຼາຍ​ສິບ​ຄົນ ແມ່ນ​ກະ​ທັ້ງ​ທີ່ກອງ​ກຳ​ລັງ​ຂອງ ກີ​ຢິບ ໄດ້​ຍິງ​ລູກ​ສອນ​ໄຟ​ທີ່​ຖືກ​ຍິງ​ເຂົາ​ໃສ່​ຕົກຫຼາຍ​ຮ້ອຍ​ລູກ​ກໍ່​ຕາມ. ລູກ​ສອນ​ໄຟ​ທີ່​ໄດ້​ຕົກ​ໃສ່​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ, ສັງ​ຫານ​ປະ​ຊາ​ຊົນ ແລະ ທຳ​ລາຍ​ຕຶກ​ທີ່​ຢູ່​ອາ​ໄສ​ຂອງ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG