ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢ້ຽມຢາມຂອງ ທ່ານໄບເດັນ ແລະ ທ່ານນາງແຮຣິສ ເນັ້ນຢໍ້າເຖິງການ​ມີ​ອິດ​ທິ​ພົນ​ສູງ​ຂຶ້ນ​ຂອງ​ໂລກໃຕ້, ການປະຕິບັດໂຕຈິງ ທີ່ເພີ້ມຂຶ້ນຂອງວໍຊິງຕັນ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ຂວາ, ໂອ້ລົມກັບນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ຊູນາກ, ກາງ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ, ຄົນທີສອງຈາກຊ້າຍ, ແລະປະທານາທິບໍດີເທີກີ ທ່ານຣີເຊັບ ຕາຍຢິບ ເອີດວານ ເບິ່ງ, ຢູ່ທີ່ກອງປະຊຸມສຸດຍອດ G20 ໃນນະຄອນຫຼວງນິວເດລີ, ອິນເດຍ.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ຂວາ, ໂອ້ລົມກັບນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ຊູນາກ, ກາງ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ, ຄົນທີສອງຈາກຊ້າຍ, ແລະປະທານາທິບໍດີເທີກີ ທ່ານຣີເຊັບ ຕາຍຢິບ ເອີດວານ ເບິ່ງ, ຢູ່ທີ່ກອງປະຊຸມສຸດຍອດ G20 ໃນນະຄອນຫຼວງນິວເດລີ, ອິນເດຍ.

ການ​ພົວ​ພັນ​ໃນເດືອນກັນຍາ ໂດຍປະທານາທິບໍດີສະ​ຫະ​ລັດ ທ່ານໂຈ ໄບເດັນ ແລະຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣີສ ໃນອິນເດຍ, ຫວຽດນາມ ແລະ ອິນໂດເນເຊຍ ໄດ້ເນັ້ນຢໍ້າທ່າອ່ຽງ ໃນດ້ານກິດຈະກໍາສາກົນ ທີ່ຫຼາຍປະ ເທດໃນໂລກໃຕ້ ກໍາລັງພະຍາຍາມຊອກຫາໂລກທີ່ມີຫຼາຍຂົ້ວ ເຊິ່ງພວກເຂົາເຈົ້າສາມາດກໍານົດແນວທາງຕົນເອງ ໂດຍບໍ່ຂຶ້ນກັບວາລະ​ຂອງມະຫາອໍານາດ.

ທ່າອ່ຽງດັ່ງກ່າວນີ້ ຄືສາກຫຼັງໃນທັດ​ສະ​ນະຂອງລັດຖະບານ ທ່ານໄບເດັນ ກ່ຽວກັບອໍານາດ ແລະຈຸດປະສົງດ້ານການທູດອາເມຣິກັນ ໃນສິ່ງທີ່ເຫັນວ່າ ຄື “ຈຸດປ່ຽນແປງທາງປະຫວັດສາດ,” ​ການສິ້ນສຸດລົງ ຂອງຍຸກຫຼັງສົງຄາມເຢັນ ແລະ​ການເລີ້ມຕົ້ນຂອງ​ການແຂ່ງຂັນທີ່ຮຸນແຮງ ເພື່ອກໍານົດວ່າ ຈະ​ເປັນ​ຍຸກຫຍັງ​ໃນ​ຂັ້ນຕໍ່ໄປ. ຜົນໄດ້ຮັບຄືນະໂຍບາຍທາງອຸດົມການ​ທີ່​ຫລຸດໜ້ອຍລົງແລະປະຕິບັດ ໂຕຈິງຫຼາຍຂຶ້ນ.

ທ່ານໄບເດັນ ເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມ G20 ໃນນະຄອນຫຼວງນິວເດລີ ໃນວັນທີ 9 ຫາວັນທີ 10 ກັນຍາ ແລະດໍາເນີນການຢ້ຽມຢາມຮາໂນ່ຍຄັ້ງປະຫວັດສາດ ເພື່ອຍົກລະດັບຄວາມສໍາພັນສອງຝ່າຍກັບຫວຽດນາມ. ໃນວັນທີ 6 ຫາວັນທີ 7 ກັນຍາ, ທ່ານນາງແຮຣິສ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ສະຫະລັດ-ອາຊຽນ ໃນນະຄອນຫຼວງຈາກາຕາ, ອິນໂດເນເຊຍ, ພ້ອມດ້ວຍບັນ ດາຜູ້ນໍາຂອງສະມາຄົມປະຊາຊາດເຂດເອເຊຍຕາເວັນອອກສຽງໃຕ້ ແລະກອງປະຊຸມສຸດຍອດເອເຊຍຕາເວັນອອກ ທີ່ໄດ້ນໍາເອົາສະມາຊິກອາ​ຊຽນ ແລະພາຄີຂອງພວກເຂົາເຈົ້າ ເຂົ້າຮ່ວມ.

ຫົວຂໍ້ການອະພິປາຍ ໃນຂໍ້ຕົກລົງເຫຼົ່ານີ້ ຄາດວ່າຈະເກີດຂຶ້ນອີກຄັ້ງ​ນຶ່ງໃນແບບ ແຜນຂອງລັດຖະບານທ່ານໄບເດັນ ຢູ່ທີ່ກອງປະຊຸມສະມັດຊາໃຫຍ່ອົງການສະ ຫະປະຊາຊາດ ໃນນະ​ຄອນນິວຢອກ ເດືອນນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG