ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານ ໄບເດັນ ແລະ ທ່ານນາງ ແຮຣິສ ຈະເຂົ້າດຳລົງຕຳແໜ່ງ ໃນລັດຖະບານໃໝ່ ຂອງ ສະຫະລັດ


ປ້າຍສຳລັບພິທີສາບານຕົວຂອງຜູ້ທີ່ຖືກເລືອກເປັນປະທານາທິບໍດີຄົນໃໝ່ ທ່ານ ໂຈ ໄບເດັນ ຕັ້ງຢູ່ໃກ້ກັບທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ.
ປ້າຍສຳລັບພິທີສາບານຕົວຂອງຜູ້ທີ່ຖືກເລືອກເປັນປະທານາທິບໍດີຄົນໃໝ່ ທ່ານ ໂຈ ໄບເດັນ ຕັ້ງຢູ່ໃກ້ກັບທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ.

ທ່ານ ໂຈ ໄບເດັນ ຈະເປັນປະທານາທິບໍດີ ສະຫະລັດ ຄົນໃໝ່ໃນວັນພຸດມື້ນີ້, ໂດຍມີທ່ານນາງ ຄາມາລາ ແຮຣິສ ຈະກາຍເປັນແມ່ຍິງຄົນທຳອິດ ທີ່ເຂົ້າຮັບໜ້າທີ່ເປັນຮອງປະທາານທິບໍດີ ເວລາທີ່ທັງ ສອງທ່ານທຳການສາບານໃນພິທີສາບານຕົວເຂົ້າຮັບຕຳແໜ່ງໃນຕອນທ່ຽງ ທີ່ຖືກຫຼຸດຈຳນວນຄົນເຂົ້າຮ່ວມລົງຍ້ອນໂຣກລະບາດໄວຣັສໂຄໂຣນາ.

ສິ່ງທີ່ຂາດໄປໃນພິທີດັ່ງກ່າວຈະເປັນຝູງປະຊາຊົນຫຼາຍຮ້ອຍພັນຄົນທີ່ເຂົ້າຮ່ວມຍາວຢຽດຈາກຫໍລັດຖະສະພາລົງໄປສະໜາມຫຼວງ. ສິ່ງທີ່ຖືກນຳໄປແທນເຂົາເຈົ້ານັ້ນ, ແມ່ນທຸງຊາດ ສະຫະລັດ, ທຸງລັດ ແລະ ທຸງປະຈຳເຂດແດນ 200,000 ອັນ ທີ່ຈະຖືກນຳໄປແທນຜູ້ທີ່ບໍ່ສາມາດເຂົ້າຮ່ວມງານ.

ກ່ອນການເຂົ້າດຳລົງຕຳແໜ່ງນັ້ນ, ທ່ານ ໄບເດັນ ໄດ້ສະແດງຂໍ້ຄວາມ ກ່ຽວກັບ ຄວາມສາມັກຄີ, ແລະ ໂດຍສະເພາະການຮ່ວມມືກັນ ແລະ ປະເຊີນໜ້າກັບສິ່ງທ້າທາຍຕ່າງໆທີ່ນຳມາໂດຍໂຣກລະ ບາດ ທີ່ໄດ້ສັງຫານ 400,000 ຄົນໃນ ສະ ຫະລັດ ແລະ ໄດ້ເຮັດໃຫ້ຫຼາຍຄົນມີຄວາມລຳບາກທາງເສດຖະກິດ.

ທ່ານ ໄບເດັນ ໄດ້ກ່າວໃນຕອນຄໍ່າຂອງວັນຈັນຜ່ານມາ ໃນຂະນະທີ່ທ່ານ ແລະ ທ່ານນາງ ແຮຣິສ ເປັນຜູ້ນຳໃນງານລະນຶກເຖິງຢູ່ຕໍ່ໜ້າຫໍພິພິຕະພັນ ລິນຄອນ ສຳລັບຜູ້ທີ່ໄດ້ເສຍຊີວິດວ່າ “ເພື່ອຮັກ ສາໂຣກໃຫ້ຫາຍ, ພວກເຮົາຕ້ອງລະນຶກເຖິງ. ບາງຄັ້ງມັນກໍຍາກທີ່ຈະລະນຶກເຖິງ, ແຕ່ນັ້ນແມ່ນວິທີທີ່ເຮົາຮັກສາ.” ດອກໄຟປະມານ 400 ດອກ ໄດ້ສ່ອງປະກາຍຢູ່ອ້ອມອ່າງນໍ້າທີ່ສະທ້ອນແສງ.

ທ່ານ ໄບເດັນ ໄດ້ກ່າວວ່າ “ມັນສຳຄັນທີ່ຈະເຮັດສິ່ງນັ້ນໃນຖານະເປັນປະເທດນຶ່ງ, ຍ້ອນແນວນັ້ນພວກເຮົາຈຶ່ງມາຢູ່ທີ່ນີ້ໃນມື້ນີ້. ຈາກເວລາຕາເວັນຕົກດິນຈົນຮອດຕອນຄໍ່າ, ພວກເຮົາຈົ່ງສ່ອງແສງໃສ່ຄວາມມືດໝົ່ນຢູ່ຕາມອ່າງນໍ້າແຫ່ງການສະທ້ອນກັບທີ່ສັກສິດນີ້ ແລະ ລະນຶກເຖິງຜູ້ທີ່ພວກເຮົາໄດ້ສູນເສຍ.”

ຕໍ່ມາທ່ານໄດ້ສັນຍາທີ່ “ຈະໄປເຮັດວຽກ” ຫຼັງຈາກໄດ້ສະບານຕົວ, ໂດຍກ່າວວ່າ “ພວກເຮົາບໍ່ມີແມ່ນນຶ່ງວິນາທີທີ່ຈະເສຍຖິ້ມ ເມື່ອເວົ້າເຖິງການຕໍ່ສູ້ກັບວິກິດການທີ່ພວກເຮົາປະເຊີນໃນຖານະເປັນປະເທດນຶ່ງ.”

ທ່ານ ໄບເດັນ ແລະ ພັນລະຍາ, ທ່ານນາງ ຈິລ, ພ້ອມກັບທ່ານນາງ ແຮຣິສ ກັບສາມີຂອງເພິ່ນ, ທ່ານ ດັກ ເອັມຮອຟ, ຈະເລີ່ມຕົ້ນວັນພຸດດ້ວຍການໄປສູດມົນຢູ່ທີ່ພະວິຫານ ເຊັນ ແມັດທິວ ຊຶ່ງເປັນພະສາວົກ ໃນນະຄອນຫຼວງ ວໍຊິງຕັນ.

ເມື່ອເຖິງເວລາການສູດມົນເລີ່ມຂຶ້ນ, ປະທານາທິບໍດີ ດໍໂນລ ທຣຳ ທີ່ພົ້ນຈາກຕຳແໜ່ງແມ່ນມີກຳ ນົດທີ່ຈະເດີນທາງອອກຈາກທຳນຽບຂາວ ໄປສູ່ງທີ່ພັກຂອງທ່ານໃນລັດ ຟລໍຣິດາ. ທ່ານ ທຣຳ ແມ່ນປະທານາທິບໍດີ ສະຫະລັດ ຄົນທຳ ອິດທີ່ບໍ່ເຂົ້າຮ່ວມພິທີສາບານຕົວເຂົ້າຮັບຕຳແໜ່ງຂອງຜູ້ສືບທອດທ່ານໃນຮອບຫຼາຍກວ່າ 150 ປີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG