ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ. ໄບເດັນ ແລະ ທ.ນ. ແຮຣິສ ຈະໄວ້ອາໄລ ໃຫ້ແກ່ ພວກທີ່ເສຍຊີວິດຍ້ອນໄວຣັສໂຄໂຣນາ ກ່ອນໜ້າ ພິທີສາບານໂຕ


ອະນຸສາວະລີ ວໍຊິງຕັນ ແລະສະໜາມຫຼວງແຫ່ງຊາດ ແມ່ນເຫັນໄດ້ ໃນຂະນະທີ່ ທະຫານກຽດຕິຍົນ ຂອງກອງທັບອາກາດສະຫະລັດ ຄົນນຶ່ງກຳລັງຍ່າງຢູ່ທາງກ້ຳຕາເວັນຕົກຂອງລັດຖະສະພາສະຫະລັດ ຢູ່ສະຖານທີ ຈັດພິທີສາບານໂຕເຂົ້າຮັບຕຳແໜ່ງປະທານາທິບໍດີ ຄັ້ງທີ 59 ໃນນະຄອນຫຼວງ ວໍຊິງຕັນ, ວັນຈັນທີ 18 ມັງກອນ 2021. (AP Photo…
ອະນຸສາວະລີ ວໍຊິງຕັນ ແລະສະໜາມຫຼວງແຫ່ງຊາດ ແມ່ນເຫັນໄດ້ ໃນຂະນະທີ່ ທະຫານກຽດຕິຍົນ ຂອງກອງທັບອາກາດສະຫະລັດ ຄົນນຶ່ງກຳລັງຍ່າງຢູ່ທາງກ້ຳຕາເວັນຕົກຂອງລັດຖະສະພາສະຫະລັດ ຢູ່ສະຖານທີ ຈັດພິທີສາບານໂຕເຂົ້າຮັບຕຳແໜ່ງປະທານາທິບໍດີ ຄັ້ງທີ 59 ໃນນະຄອນຫຼວງ ວໍຊິງຕັນ, ວັນຈັນທີ 18 ມັງກອນ 2021. (AP Photo…

ໃນວັນກ່ອນພິທີສາບານໂຕເຂົ້າຮັບຕຳແໜ່ງຂອງພວກເພິ່ນ ທ່ານໂຈ ໄບເດັນ ປະທານາທິບໍດີ ສະຫະລັດທີ່ຖືກເລືອກໃໝ່ ແລະທ່ານນາງຄາມາລາ ແຮຣິສ ຮອງປະທານາທິບໍດີທີ່ຖືກເລືອກໃໝ່ຈະໄວ້ອາໄລໃຫ້ຊາວອາເມຣິກັນ 400,000 ຄົນ ຜູ້ທີ່ໄດ້ເສຍຊີວິດຍ້ອນໄວຣັສໂຄວິດ-19 ດ້ວຍພິທີທີ່ຈັດຂຶ້ນ ໃນວັນອັງຄານມື້ນີ້ ຢູ່ນະຄອນຫຼວງວໍຊິງຕັນ.

ພວກເພິ່ນຮ່ວມກັບພັນລະຍາ ທ່ານນາງຈີລ ໄບເດັນ ແລະສາມີ ທ່ານດັກ ເອັມຮັອບຟ໌ ຈະເຂົ້າຮ່ວມໃນພິທີດັ່ງກ່າວ ເພື່ອໄຕ້ດອກໄພ 400 ດອກ ຢູ່ສະນ້ຳຕໍ່ໜ້າ ອະນຸສາວະລີຂອງທ່ານເອບຣາແຮມ ລິງຄອນ ທີ່ເອີ້ນວ່າ Lincoln Memorial Reflecting Pool ຕັ້ງຢູ່ກົງກັນຂ້າມກັບສະໜາມຫຼວງແຫ່ງຊາດ ຫຼື National Mall ຈາກຕຶກລັດຖະສະພາ ບ່ອນທີ່ທ່ານໄບເດັນ ແລະທ່ານນາງແຮຣິສ ຈະສານບານໂຕເຂົ້າຮັບຕຳແໜ່ງ ໃນວັນພຸດມື້ອື່ນ.

ສະຖານທີ່ສຳຄັນອື່ນໆໃນທົ່ວສະຫະລັດ ທີ່ລວມທັງ ຕຶກ Empire State Building ໃນນະຄອນນິວຢອກ ແລະຫໍຊົມວີວທີ່ເອີ້ນວ່າ Space Needle ໃນນະຄອນຊີແອໂຕລ ແມ່ນຈະຖືກໄຕ້ໄຟໃນເວລາດຽວກັນນຳດ້ວຍ. ຄະນະກຳມະ ການຮັບຜິດຊອບພິທີສາບານໂຕເຂົ້າຮັບຕຳແໜ່ງ ຂອງທ່ານໄບເດັນ ໄດ້ກ່າວວ່າ ຫຼາຍຮ້ອຍຕົວເມືອງ ຊົນເຜົ່າ ແລະປະຊາຄົມທັງຫຼາຍຍັງຈະເຂົ້າຮ່ວມ “ໃນຊ່ວງເວລາຂອງຄວາມສາມັກຄີແຫ່ງຊາດ.”

ທ່ານໄບເດັນ ແລະທ່ານນາງແຮຣິສ ໄດ້ເອົາການແກ້ໄຂເລື້ອງໄວຣັສໂຄວິດ-19 ເປັນຈຸດສຸມຕົ້ນຕໍຂອງລັດຖະບານພວກທ່ານ ໂດຍຕັ້ງເປົ້າໝາຍໃສ່ການສັກຢາວວັກຊີນໃຫ້ແກ່ 100 ຄົນພາຍໃນ 100 ວັນ ພ້ອມດ້ວຍສະໜອງການຊ່ອຍເຫຼືອໃຫ້ແກ່ພວກຄົນທີ່ກຳລັງທຸກຍາກລຳບາກທາງດ້ານເສດຖະກິດ ຍ້ອນຜົນກະທົບຂອງໂຣລະບາດດັ່ງກ່າວ.

ມາເຖິງມື້ນີ້ ຫຼາຍກວ່າ 12 ລ້ານຄົນ ກໍໄດ້ຮັບການສັກຢາວັກຊີນເຂັມທຳອິດໃນຈຳນວນສອງເຂັມໄປແລ້ວຢູ່ໃນປະເທດ ໂດຍທີ່ວ່າ ໄດ້ບັນທຶກກໍລະນີຕິດເຊື້ອໄວຣັສ ແລະການເສຍຊີວິດຫຼາຍເກີນກວ່າປະເທດໃດໆໃນໂລກ.

ໃນວັນອັງຄານມື້ນີ້ ແມ່ນຍັງຈະເລີ້ມການພິຈາລະນາຮັບຟັງການຮັບຮອງເອົາບັນດາເຈົ້າໜ້າທີ່ຂັ້ນສູງທີ່ທ່ານໄບເດັນ ໄດ້ສະເໜີຊື່ນັ້ນ.

ບັນດາເຈົ້າໜ້າທີ່ຂັ້ນສູງເຫຼົ່ານີ້ ຈະປາກົດໂຕຕໍ່ໜ້າຄະນະກຳມະການຂອງສະພາສູງ ທີ່ປະກອບດ້ວຍ ທ່ານນາງແຈນເນັຕ ແຢລເລັນ ທີ່ຖືກສະເໜີຊື່ໃຫ້ເປັນລັດ ຖະມົນຕີກະຊວງການເງິນ ທ່ານແອນໂທນີ ບລິງເກັນ ທີ່ຖືກສະເໜີຊື່ໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດ ທ່ານລອຍດ໌ ອອສຕິນ ທີ່ຖືກສະເໜີຊື່ໃຫ້ເປັນລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານອາເລຮານໂດຣ ມາຍຢອກກາ ທີ່ຖືກສະເໜີຊື່ໃຫ້ເປັນລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ແລະທ່ານນາງເອໂວຣ ເຮນສ໌ ທີ່ຖືກສະເໜີຊື່ໃຫ້ເປັນຜູ້ອຳນວຍການອົງການສືບລັບແຫ່ງຊາດ.

ທ່ານໄບເດັນ ໄດ້ໃຊ້ເວລາບາງສ່ວນຂອງວັນຈັນວານນີ້ ເພື່ອອາສາສະໝັກຢູ່ທີ່ທະນາຄານອາຫານໃນເຂດທາງພາກຕາເວັນອອກຂອງນະຄອນຟີລາແດລເຟຍ ໃນວັນບໍລິການແຫ່ງຊາດ ເພື່ອລະລຶກແລະເປັນກຽດໃຫ້ແກ່ວັນພັກແຫ່ງຊາດ ຂອງມື້ລາງຜູ້ນຳສິດທິພົນລະເມືອງ ນັກສອນສາສະໜາ ທ່ານມາຣຕິນ ລູເຕີ ຄິງ ຈູເນຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG