ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ແລະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ ລົມ​ກັບ​ເມຍ​ ຂອງ​ດາ​ລາ​ບານ​ບ້ວງ ບ​ຣິດ​ນີ ກ​ຣາຍ​ເນີ


ດາ​ລາ​ບານ​ບ້ວງ WNBA ແລະ​ຜູ້​ທີ່​ເຄີຍໄດ້​ຮັບ​ຫຼຽນ​ຄຳ​ໂອ​ລິມ​ປິກ 2 ຄັ້ງ ບ​ຣິດ​ນີ ກ​ຣາຍ​ເນີ ຖືກ​ນຳ​ໂຕ​ໄປ​ສານ ເພື່ອ​ຮັບ​ຟັງ​ຄຳ​ໃຫ້​ການ​ທີ່​ເມືອງ​ກິມກ​ກີ (Khimki) ຢູ່ນອກ​ນະ​ຄອນ​ຫຼວງ​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 1 ກໍ​ລະ​ກົດ 2022.
ດາ​ລາ​ບານ​ບ້ວງ WNBA ແລະ​ຜູ້​ທີ່​ເຄີຍໄດ້​ຮັບ​ຫຼຽນ​ຄຳ​ໂອ​ລິມ​ປິກ 2 ຄັ້ງ ບ​ຣິດ​ນີ ກ​ຣາຍ​ເນີ ຖືກ​ນຳ​ໂຕ​ໄປ​ສານ ເພື່ອ​ຮັບ​ຟັງ​ຄຳ​ໃຫ້​ການ​ທີ່​ເມືອງ​ກິມກ​ກີ (Khimki) ຢູ່ນອກ​ນະ​ຄອນ​ຫຼວງ​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 1 ກໍ​ລະ​ກົດ 2022.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແລະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສ ໄດ້​ໂອ້​ລົມ​ກັບ​ພັນ​ລະ​ຍາ ​ຂອງ​ດາ​ລາ​ບານ​ບ້ວງອ​າ​ເມ​ຣິ​ກັນ ທີ່​ຖືກ​ຄຸມ​ຂັງ ​ຢູ່​ປ​ະ​ເທດ​ຣັດ​ເຊຍ ບ​ຣິດ​ນີ ກຣາຍ​ເນີ (Britney Griner) ໂດຍເນັ້ນ​ໜັກ​ໃຫ້​ເຫັນ​ວ່າ ລັດ​ຖະ​ບານ​ສະ​ຫະ​ລັດ​ພວມ​ເຮັດ​ວຽກເພື່ອ​ໃຫ້​ຣັດ​ເຊຍປ່ອຍ​ນາງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ອີງ​ຕາມ​ຄຳ​ເວົ້າຂອງ​ທຳ​ນຽບ​ຂາວ​ໃນ​ວັນ​ພຸດ​ວານນີ້.

​ຖະ​ແຫຼງ​ຂ່າວ​ກ່າວ​ວ່າ ໃນ​ລະ​ຫວ່າງ​ການ​ໂທ​ລະ​ສັບ ​ໄປ​ໂອ້​ລົມ​ກັບ​ນາງ​ຊີ​ແຣ​ລ ກ​ຣາຍ​ເນີ (Cherelle Griner) ນັ້ນ ປະ​ທາ​ນາ​ທິ​ບໍ​ດີ “ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ນາງ​ເຊີ​ແຣ​ລແລະ​ຄອບຄົວ​ຂອ​ງບ​ຣິດ​ນີ ແລະ​ທ່ານ​ໄດ້​ໃຫ້​ຄວາມ​ໝັ້ນ​ໝາຍ​ໃນ​ການ​ຄ້ຳ​ປະ​ກັນ​ທີ່​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທີ່​ມີ​ຢູ່​ທັງ​ໝົດ​ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ຂອງ​ທ່ານ​ສືບ​ຕໍ່​ຊອກ​ຫາ​ທຸກ​ຊ່ອງ​ທາງ​ທີ່​ມີ​ຢູ່​ເພື່ອ​ນຳ​ເອົາ​ບ​ຣິດ​ນີ​ກັບ​ຄືນ​ບ້ານ.”

​ນາງກ​ຣາຍ​ເນີ​ໄດ້​ຖືກ​ຈັບ​ຢູ່​ສະ​ໜາມ​ບິນ​ມົ​ສ​ກູ​ໃນ​ເດືອນ​ກຸມ​ພາ​ຜ່ານ​ມາ ໃນ​ຂໍ້​ຫາ​ມີ​ນ້ຳ​ມັນ​ກັນ​ຊາ​ຢູ່​ໃນ​ຄວາມ​ຄອບ​ຄອງ. ດາ​ລາ​ບານ​ບ້ວງ​ຍິງ WNBA ແລະ​ໄດ້​ຮັບ​ຫຼຽນ​ຄຳ​ໂອ​ລິມ​ປິກ​ໃຫ້​ທີມ​ຊາດ​ສະ​ຫະ​ລັດ 2 ເທື່ອ ຊຶ່ງ​ໄດ້​ໄປ​ຫຼິ້ນ​ໃຫ້​ສະ​ໂມ​ສອນ​ບານ​ບ້ວງ UMMC ​ເອ​ກາ​ເຕີ​ຣິນ​ເບີກ​ຂອງ​ຣັດ​ເຊຍ ໃນ​ລະ​ຫວ່າງ​ຍາມ​ພັກທີ່​ບໍ່​ໄດ້​ຫຼິ້ນ​ໃຫ້​ແກ່​ສະ​ມາ​ຄົມ​ບານ​ບ້ວງຍິງ WNBA ນັ້ນ ພວມ​ປະ​ເຊີນ​ກັບ​ຂໍ້​ຫາ​ລັກ​ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ ທີ່​ອາດ​ໄດ້​ຮັບ​ໂທດ​ໜັກ​ເຖິງ ຈຳ​ຄຸກ 10 ປີ​ຖ້າ​ຫາກ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ. ການ​ດຳ​ເນີນ​ຄະ​ດີ​ເລີ້ມຂຶ້ນ​ໃນ​ວັນ​ສຸກ​ແລ້ວ ແລະ​ມີ​ກຳ​ນົດ​ຈະ​ເລີ້ມ​ຄືນ​ອີກ​ໃນ​ວັນ​ພະ​ຫັດ.

ກ​ານ​ໂທ​ລະ​ສັບ​ໄປ​ໂອ້​ລົມ​ມີ​ຂຶ້ນ​ຫຼັງ​ຈາກບ​ຣິດ​ນີ ກ​ຣາຍ​ເນີ ໄດ້​ຂຽນ​ຈົດ​ໝາຍ​ໄປຫາປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ເພື່ອ​ຂໍ​ຮ້ອງ​ໃຫ້​ທ່ານ ດຳ​ເນີນ​ການ “ທຸກ​ຢ່າງ​ທີ່​ທ່ານ​ສາ​ມາດ” ເພື່ອ​ນຳ​ເອົາ​ນາງ​ກັບ​ຄືນ​ບ້ານ.

ຜູ້​ຕາງ​ໜ້າ​ຂອງ​ນາງກ​ຣາຍ​ເນີ ໄດ້​ແບ່ງ​ປັນ​ໃຫ້​ຮູ້​ຂໍ້​ຄວາມ​ໃນ​ຈົດ​ໝາຍ​ສ່ວນ​ນຶ່ງ​ໃນ​ວັນ​ຈັນ​ຜ່ານ​ມາ ຊຶ່ງ​ນາງກ​ຣາຍ​ເນີ​ຂຽນ​ວ່າ “ໃນ​ຂະ​ນະ​ທີ່​ຂ້ອຍ​ນັ່ງ​ຢູ່​ທີ່ນີ້ ໃນ​ຄຸກ​ຂອງ​ຣັດ​ເຊຍ ພຽງ​ຄົນ​ດຽວ ພ້ອມ​ກັບ​ຄວາມ​ຄິດ ແລະ​ປາ​ສະ​ຈາກ​ການ​ປົກ​ປ້ອງ​ເມຍ​ຂອງ​ຂ້ອຍ ຄອບ​ຄົວ ເພື່ອນ​ຝູງ ເສື້ອ​ໂອ​ລິມ​ປິກ ຫຼື​ບໍ່​ກໍ​ຄວາມ​ສຳ​ເລັດ​ຕ່າງໆ ຂ້ອ​ຍ​ຮູ້​ສຶກ​ຕື່ນ​ຕົກ​ໃຈ​ທີ່​ຂ້ອຍ​ອາດ​ຈະ​ຢູ່​ທີ່ນີ້​ຕະ​ຫຼອດ​ໄປ.”

ຖະ​ແຫຼງ​ຂ່າວ​ຂອງ​ທຳ​ນຽບ​ຂາວ​ກ່າວ​ວ່າ ທ່ານ​ໄບ​ເດັນ​ໄດ້​ອ່ານ​ຈົດ​ໝາຍ​ທີ່​ຮ່າງ​ໄວ້​ສຳ​ລັບ​ນາງຊີ​ແຣ​ລ ກ​ຣາຍ​ເນີ ຊຶ່ງ​ທ່ານ​ຈະ​ສົ່ງ​ໃຫ້​ນາງກ​ຣາຍ​ເນີ.

ຖະ​ແຫຼງ​ຂ່າວ​ກ່າວ​ຕື່ມ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ສັ່ງ​ໃຫ້​ຄະ​ນະ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທ່ານ ໃຫ້​ທຳ​ການ​ຕິດ​ຕໍ່​ເປັນ​ປະ​ຈຳ ​ກັບ​ນາງຊີ​ແຣ​ລ ກ​ຣາຍ​ເນີ ແລະ​ຄອບ​ຄົວ​ກ​ຣາຍ​ເນີ ແລະ​ຄອບ​ຄົວ​ອາ​ເມ​ຣິ​ກັນ​ອື່ນໆ ທີ່​ຖືກ​ຈັບ​ເປັນ​ໂຕ​ປະ​ກັນ​ຫຼື​ຖືກ​ຄຸມຂັງ​ຢູ່​ໃນ​ຕ່າງ​ປະ​ເທດ​ແບບ​ບໍ່​ຖືກ​ຕ້ອງ.”

ການ​ໂທ​ລະ​ສັບ​ຫານາງຊີ​ແຣ​ລ ກ​ຣາຍ​ເນີ ມີ​ຂຶ້ນ​ຫຼັງ​ຈາກ​ການ​ໂທ​ລະ​ສັບ​ເມື່ອ​ໄວໆ​ມານີ້ ທີ່​ນາງ​ໄດ້​ຮັບ​ຈາກ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ເຈກ ຊູ​ລ​ລີ​ວານ ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG