ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ ໄບເດັນ ແລະ ທ່ານນາງ ແຮຣິສ ໃຫ້ເຫດຜົນ ຂອງພວກເພິ່ນ ຕໍ່ຜູ້ລົງຄະແນນສຽງ ສະຫະລັດ


ຈາກຊ້າຍ, ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ, ພັນລະຍາຂອງທ່ານນາງ, ທ່ານນາງ ຈິລ ໄບເດັນ, ຜູ້ລົງແຂ່ງຂັນຮອງປະທານາາທິບໍດີ ທ່ານນາງ ຄາມາລາ ແຮຣິສ໌ ພ້ອມກັບສາມີ ທ່ານ ດັກກລາສ ເອັມຮອຟ ຢູ່ໂຮງຮຽນມັດທະຍົມ ອາເລັກຊິສ໌ ດູປັອນ, ລັດ ເດລາແວ, 12 ສິງຫາ, 2020.
ຈາກຊ້າຍ, ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ, ພັນລະຍາຂອງທ່ານນາງ, ທ່ານນາງ ຈິລ ໄບເດັນ, ຜູ້ລົງແຂ່ງຂັນຮອງປະທານາາທິບໍດີ ທ່ານນາງ ຄາມາລາ ແຮຣິສ໌ ພ້ອມກັບສາມີ ທ່ານ ດັກກລາສ ເອັມຮອຟ ຢູ່ໂຮງຮຽນມັດທະຍົມ ອາເລັກຊິສ໌ ດູປັອນ, ລັດ ເດລາແວ, 12 ສິງຫາ, 2020.

ຜູ້ທີ່ຄາດວ່າຈະຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຕາງໜ້າໃຫ້ພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ໄດ້ບັນທຶກຊ່ວງເວລາແຫ່ງປະຫວັດສາດໃນວັນພຸດວານນີ້ ເວລາທີ່ທ່ານໄດ້ນຳສະເໜີສະມາຊິກສະພາສູງ ທ່ານນາງ ຄາມາລາ ແຮຣິສ ເປັນຕົວເລືອກຮອງປະທານາທິບໍດີຂອງທ່ານຢູ່ບ່ອນໂຄສະນາ ຫາສຽງໃນລັດ ເດລາແວ.

ທ່ານ ໄບເດັນ ແລະ ທ່ານນາງ ແຮຣິສ, ເຊິ່ງທັງສອງຄົນໄດ້ໃສ່ໜ້າກາກຍ້ອນໂຣກລະບາດໄວຣັສ ໂຄໂຣນານັ້ນ, ໄດ້ກ່າວຄຳປາໄສຢູ່ເທິງເວທີຂອງໂຮງຮຽນມັດທະຍົມໃນເມືອງ ວິລມິງຕັນ, ລັດ ເດລາແວ ທີ່ເປັນບ້ານເກີດເມືອງນອນ ຂອງທ່ານ.

ຄຳປາໄສຂອງພວກເພິ່ນ ໄດ້ເພັ່ງເລັງໃສ່ຫົວຂໍ້ຂອງການໂຄສະນາຫາສຽງຂອງ ເພິ່ນ, ໂດຍກ່າວເນັ້ນເຖິງການນຳພາຂອງພວກເພິ່ນໃນການຊ່ວຍເຫຼືອປະຊາຊົນ ອາເມຣິກັນ ໃນລະຫວ່າງວິກິດ ການຂອງໂຣກລະບາດ ແລະ ຄວາມວຸ້ນວາຍທາງເສດຖະກິດທີ່ກຳລັງເຕີບໂຕຂຶ້ນ, ພ້ອມກັບຂໍ້ ຄວາມທີ່ເປັນແຮງບັນດານໃຈ ໃນການເລືອກທ່ານນາງ ແຮຣິສ.

ທ່ານ ໄບເດັນ ໄດ້ກ່າວວ່າ “ຕອນເຊົ້າມື້ນີ້, ທຸກຄົນໃນທົ່ວປະເທດ, ພວກເດັກ ຍິງທັງຫຼາຍໄດ້ຕື່ນນອນຂຶ້ນມາ, ໂດຍສະເພາະເດັກຍິງຜິວດຳ ແລະ ນໍ້າຕານ, ຜູ້ທີ່ມັກຖືກມອງຂ້າມ ແລະ ຖືກດູໝິ່ນໃນຊຸມຊົນຂອງເຂົາເຈົ້າ, ແຕ່ວ່າມື້ນີ້, ເຂົາເຈົ້າອາດຕື່ນຂຶ້ນມາເຫັນຕົນເອງ ໃນຮູບແບບໃໝ່ເປັນຄັ້ງທຳອິດ.”

ທ່ານ ໄບດັນ ໄດ້ຕັ້ງທ່ານນາງ ແຮຣິສ ເປັນຜູ້ຮ່ວມລົງແຂ່ງຂັນຢ່າງເປັນທາງ ການໃນວັນອັງຄານທີ່ຜ່ານມາ, ເຮັດໃຫ້ທ່ານນນາງເປັນແມ່ຍິງຜິວດຳຄົນທຳອິດ ແລະ ເປັນຄົນ ອາເມຣິກັນ ເຊື້ອສາຍເອເຊຍໃຕ້ ທີ່ມີຊື່ໃນລາຍຊື່ສະມາຊິກຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີຂອງພັກການເມືອງໃຫຍ່.

ຍ້ອນໂຣກລະບາດໄວຣັສໂຄໂຣນາ, ການຈັດງານຮ່ວມກັນຄັ້ງທຳອິດຂອງບັນ ດາຜູ້ລົງແຂ່ງຂັນນັ້ນ ໄດ້ຖືກຈັດຂຶ້ນໃນຫ້ອງກາຍຍະກຳທີ່ເກືອບວ່າເປົ່າຫວ່າງ. COVID-19, ເຊິ່ງແມ່ນໂຣກທີ່ມີສາເຫດມາຈາກໄວຣັສໂຄໂຣນານັ້ນ, ໄດ້ສັງ ຫານຫຼາຍກວ່າ 165,000 ຄົນໃນ ສະຫະລັດ.

ທ່ານ ໄບເດັນ ໄດ້ກ່າວວ່າ ທ່ານ ແລະ ທ່ານນາງ ແຮຣິສ ຈະເຮັດວຽກເພື່ອ “ສ້າງສາປະເທດຄືນ.”

ທ່ານໄດ້ກ່າວຫາປະທານາທິບໍດີ ດໍໂນລ ທຣຳ ແລະ ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ກ່ຽວກັບ ຄວາມລົ້ມແຫຼວທີ່ຈະນຳພາໃນລະຫວ່າງວິກິດການ COVID-19 ແລະ ໄດ້ກ່າວວ່າທ່ານ ແລະ ທ່ານນາງ ແຮຣິສ ຈະປົວແປງ “ຄວາມຫຍຸ້ງ ເຫຍີງ” ທີ່ຖືກສ້າງຂຶ້ນໃນ ສະຫະລັດ ແລະ ຕ່າງປະເທດໂດຍທ່ານ ທຣຳ ແລະ ທ່ານ ເພັນສ໌, ຜູ້ທີ່ພັກເດໂມແຄຣັດ ພະຍາຍາມທີ່ຈະເອົາຊະນະໃຫ້ໄດ້ ໃນການ ເລືອກຕັ້ງທົ່ວໄປໃນເດືອນພະຈິກນີ້.

ທ່ານນາງ ແຮຣິສ, ຈາກລັດ ຄາລິຟໍເນຍ, ກໍໄດ້ໂຈມຕີທ່ານ ທຣຳ ໃນຄຳປາໄສ ຂອງທ່ານນາງເຊັ່ນກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG