ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈໍານວນຄົນເສຍຊີວິດ ຍ້ອນໂຄວິດ-19 ຢູ່ໃນ ສຫລ ສູງກວ່າ 4 ແສນຄົນແລ້ວ


ປະທານາທິບໍດີທີ່ຖືກເລືອກໃໝ່ ໂຈ ໄບເດັນ ແລະ ພັນລະຍາຂອງເພິ່ນກັບຮອງປະທານາທິບໍດີທີ່ຖືກເລືອກໃໝ່, ທ່ານນາງ ຄາມາລາ ແຮຣີສ ແລະສາມີຂອງທ່ານນາງ ເຂົ້າຮ່ວມພິທີລະນຶກເຖິງຜູ້ເສຍຊີວິດຍ້ອນ COVID-19 ຢູ່ແຄມສະນໍ້າທີ່ມີແສງໄຟສາດສ່ອງຢູ່ໜ້າອະນຸສອນສະຖານ Lincoln ທີ່ນະຄອນຫລວງວໍຊິງຕັນ, ວັນທີ 19 ມັງກອນ 2021
ປະທານາທິບໍດີທີ່ຖືກເລືອກໃໝ່ ໂຈ ໄບເດັນ ແລະ ພັນລະຍາຂອງເພິ່ນກັບຮອງປະທານາທິບໍດີທີ່ຖືກເລືອກໃໝ່, ທ່ານນາງ ຄາມາລາ ແຮຣີສ ແລະສາມີຂອງທ່ານນາງ ເຂົ້າຮ່ວມພິທີລະນຶກເຖິງຜູ້ເສຍຊີວິດຍ້ອນ COVID-19 ຢູ່ແຄມສະນໍ້າທີ່ມີແສງໄຟສາດສ່ອງຢູ່ໜ້າອະນຸສອນສະຖານ Lincoln ທີ່ນະຄອນຫລວງວໍຊິງຕັນ, ວັນທີ 19 ມັງກອນ 2021

ການລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ໄດ້ເອົາຊີວິດ ຂອງຫຼາຍກວ່າ 400,000 ຄົນໄປຢູ່ໃນສະຫະລັດ, ອີງຕາມສູນກາງຊັບພະຍາກອນມະຫາວິທະຍາໄລຈອນສ໌ ຮອບຄິນສ໌ (Johns Hopkins).

ເຫດການໂສກນາດຕະກໍາດັ່ງກ່າວ ໄດ້ຖືກຈົດຈໍາໄວ້ ດ້ວຍການຈັດພິທີໃນຕອນກາງຄືນຢ່າງສະຫງົບງຽບຢູ່ທີ່ອະນຸສອນສະຖານຂອງທ່ານລິນຄອນໃນນະຄອນຫຼວງວໍຊິງຕັນບ່ອນທີ່ມີດອກໄຟ 400 ດອກໄຕ້ລຽນກັນອ້ອມຮອບສະນໍ້າທີ່ເປັນສັນຍາລັກຢູ່ໜ້າອະນຸສອນສະຖານເພື່ອເປັນການສະແດງເຖິງການໃຫ້ຄວາມສໍາຄັນແກ່ຊີວິດຂອງຄົນທີ່ເສຍໄປນັ້ນ.

ພິທີດັ່ງກ່າວໄດ້ນຳພາໂດຍທ່ານ ໂຈ ໄບເດັນ ແລະທ່ານນາງຄາມາລາ ແຮຣີສ ໃນຄືນກ່ອນການສາບານຕົວເຂົ້າຮັບຕຳ ແໜ່ງເປັນປະທານາທິບໍດີ ແລະຮອງປະທານາທິບໍດີຄົນຕໍ່ໄປຂອງປະເທດ.

“ບາງຄັ້ງມັນຍາກທີ່ຈະຈໍາໄດ້, ແຕ່ວ່ານັ້ນກໍແມ່ນວິທີທີ່ພວກເຮົາຮັກສາຄວາມເຈັບປວດໃຫ້ຫາຍ. ມັນເປັນສິ່ງສໍາຄັນທີ່ຕ້ອງເຮັດແນວນັ້ນ ໃນຖານະເປັນປະເທດນຶ່ງ," ນັ້ນຄືຄໍາເວົ້າຂອງປະທານາທິບໍດີທີ່ຖືກເລືອກໃໝ່ ທີ່ກ່າວຢູ່ໃນຄຳປາໄສອັນສັ້ນໆ.

ຮອງປະທານາທິບໍດີທີ່ຖືກເລືອກໃໝ່, ທ່ານນາງ ແຮຣີສ ກ່າວວ່າ "ເປັນເວລາຫລາຍເດືອນມາແລ້ວ ທີ່ພວກເຮົາໄດ້ແຕ່ໂສກເສົ້າຢູ່ຄົນດຽວ.” “ໃນຄືນນີ້ພວກເຮົາກໍ່ໂສກເສົ້າ ແລະເລີ່ມຕົ້ນການຮັກສາໃຫ້ຫາຍຄວາມເຈັບປວດຮ່ວມກັນ."

ສະຫະລັດເປັນປະເທດນຳໜ້າໂລກໃນຈຳນວນຜູ້ເສຍຊີວິດ ແລະການຕິດເຊື້ອທັງໝົດ, ເຊິ່ງມີຫລາຍກວ່າ 24.2 ລ້ານກໍລະນີທີ່ຖືກຢືນຢັນ. ລັດຄາລີຟໍເນຍທີ່ຢູ່ທາງທິດຕາເວັນຕົກຂອງປະເທດໃນວັນອັງຄານວານນີ້ໄດ້ກາຍເປັນລັດທຳອິດໃນສະຫະລັດທີ່ໄດ້ປະກາດກໍລະນີຄົນເປັນໂຄວິດ-19 ທັງໝົດ ຫຼາຍກວ່າ 3 ລ້ານຄົນ.

ໃນບົດຂຽນຂອງໜັງສືພິມນີວຢອກໄທມສ໌ (New York Times) ສະບັບວັນອັງຄານວານນີ້ ກ່າວວ່າມີການຄົ້ນພົບໄວຣັສໂຄໂຣນາສາຍພັນໃໝ່ຢູ່ໃນລັດຄາລິຟໍເນຍ. ໜັງສືພິມ Times ຍັງເວົ້າອີກວ່າບໍ່ມີຫລັກຖານໃດໆ ທີ່ສະແດງໃຫ້ເຫັນວ່າໄວຣັສສາຍພັນໃໝ່, ທີ່ມີຊື່ວ່າ CAL.20C ນີ້ ມີຄວາມຮ້າຍແຮງຫຼາຍ ກ່ວາສາຍພັນອື່ນໆ ທີ່ໄດ້ຖືກກວດພົບຢູ່ທົ່ວໂລກ.

ແຕ່ນັກຄົ້ນຄວ້າຄົນນຶ່ງບອກໜັງສືພິມດັ່ງກ່າວວ່າ ມັນເປັນໄປໄດ້ທີ່ວ່າສາຍພັນ CAL.20C ກຳລັງມີສ່ວນສູງ ໃນການເຮັດໃຫ້ຈໍານວນຄົນຕິດເຊື້ອໃໝ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ຊຶ່ງໄດ້ຜັກດັນໃຫ້ໂຮງໝໍຢູ່ໃນລັດດັ່ງກ່າວໄປສູ່ສະພາບທີ່ຈະຮັບບໍ່ໄຫວແລ້ວ ໂດຍສະເພາະແມ່ນຢູ່ໃນນະຄອນລອສ ແອນເຈລີສ ແລະແຫ່ງອື່ນໆໃນພາກໃຕ້ຂອງລັດຄາລິຟໍເນຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG