ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ຍິນດີກັບຂໍ້ຕົກລົງຊາຍແດນທາງທະເລ 'ຄັ້ງປະຫວັດສາດ' ລະຫວ່າງອິສຣາແອລ ແລະເລບານອນ

ປະຊາຊົນພາກັນຍ່າງເລາະຕາມແຄມຫາດ ໃນຂະນະທີ່ເຮືອຂອງກອງທັບເຮືອອິສຣາແອລ ເລາະຍາມຢູ່ນ່ານນໍ້າເມດີເຕີຣານຽນ ນອກເຂດ Rosh Hanikra, ເຊິ່ງຢູ່ຈັກໃນຊື່ Ras al-Naqura ຢູ່ປະເທດເລບານອນ, ນອກເຂດຊາຍແດນເບື້ອງອິສຣາແອລ ລະຫວ່າງປະເທດທັງວອງ, ວັນທີ 7 ຕຸລາ 2022.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ໃນວັນອັງຄານວານນີ້ ໄດ້ສະແດງຄວາມຍິນດີ ທີ່ສະຫະລັດເປັນຜູ້ໄກ່ເກ່ຍ ຂໍ້ຕົກລົງຊາຍແດນທາງທະເລ ລະຫວ່າງປະເທດອິສຣາແອລ ແລະເລບານອນ ທີ່ເປັນ “ຄວາມກ້າວໜ້າຄັ້ງປະຫວັດສາດໃນ​ພາກຕາເວັນອອກກາງ” ເຊິ່ງເຮັດໃຫ້ເລບານອນທີ່ບໍ່ມີເງິນສົດພຽງພໍ ສາມາດສໍາຫຼວດແຫຼ່ງແກສທີ່ສໍາຄັນຢູ່ໃນເຂດທະເລເມດີເຕີ​ເຣນຽນ, ໃນຂະນະທີ່ປະເທດອິສຣາແອລມີສະຖຽນລະພາບ ແລະຄວາມໝັ້ນຄົງຫຼາຍຂຶ້ນຢູ່ໃນຂົງເຂດພູມິພາກທີ່ມີຄວາມປັ່ນປ່ວນນີ້.

“ຂໍ້ຕົກລົງດັ່ງກ່າວ ໄດ້ປະກາດໂດຍລັດຖະບານຂອງທັງສອງປະເທດ, ໃນມື້ນີ້ ຈະຈັດໃຫ້ມີການພັດທະນາແຫຼ່ງພະລັງງານ ເພື່ອຜົນປະໂຫຍດຂອງປະເທດທັງສອງ, ກໍານົດຂັ້ນຕອນເພື່ອຄວາມໝັ້ນຄົງແລະຈະເລີນຮຸ່ງເຮືອງຫຼາຍຂຶ້ນຢູ່ໃນພູມິພາກແຫ່ງນີ້, ແລະ ແລະຄວບຄຸມແຫຼ່ງຊັບພະຍາກອນພະລັງງານແຫ່ງໃໝ່ທີ່ສໍາຄັນ ສໍາລັບໂລກໜ່ວຍນີ້,” ທ່ານ ໄບເດັນ ກ່າວຢູ່ໃນຖະແຫຼງການ. “ປັດຈຸບັນ, ມັນເປັນເລື້ອງສໍາຄັນທີ່ທຸກໆຝ່າຍຈະຕ້ອງຮັກສາຄໍາໝັ້ນສັນຍາ ເພື່ອນໍາໄປດໍາເນີນງານ.”

ທັງສອງປະເທດເພື່ອນບ້ານດັ່ງກ່າວ ໃນ​ທາງການແລ້ວຍັງ​ຢູ່​ໃນ​ພາ​ວະ​ສົງ​ຄາມມາເປັນເວລາຫຼາຍສິບປີ ແລະບໍ່ເຄີຍມີການເຈລະຈາຢ່າງເປັນທາງານ, ດັ່ງນັ້ນ ຂໍ້ຕົກລົງດັ່ງ ກ່າວຈຶ່ງຖືກໄກ່ເກ່ຍມາເປັນເວລາຫຼາຍເດືອນ ໂດຍເຈົ້າໜ້າທີ່ທາງການຂອງອາເມຣິກາ.

ປະເທດອິສຣາແອລ ໄດ້ຄົ້ນພົບແຫຼັ່ງ​ແກ​ສຂະໜາດໃຫຍ່ ຢູ່ນອກຊາຍຝັ່ງຂອງປະເທດເມື່ອປີ 2010, ແຕ່ປະເທດເລບານອນໄດ້ເພີ້ມຄວາມກັງວົນວ່າ ແຫຼ່ງແກສດັ່ງກ່າວອາດຈະກວມເຂົ້າໄປຮອດນ່ານນໍ້າຂອງຕົນ. ແລະພວກ​ເຮັສໂບລລາ (Hazbollah) ຂອງເລບານອນ ທີ່ມີອີຣ່ານໜຸນຫຼັງ ໄດ້ດໍາເນີນການຂົ່ມຂູ່ ເພື່ອປົກປ້ອງໃນສິ່ງທີ່ພວກເຂົາໄດ້ອ້າງວ່າ ເປັນດິນແດນຕົນ.

ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານທ່ານໄບເດັນ ກ່າວຕໍ່ນັກຂ່າວ ໂດຍໄດ້ອະທິບາຍວ່າ ຂໍ້ຕົກລົງດັ່ງກ່າວນີ້ ມີຄວາມສົມດຸນກັນ.

ໃນຮູບພາບທີ່ໄດ້ຮັບການເຜີຍແຜ່ໂດຍລັດຖະບານເລບານອນນີ້, ປະທານາທິບໍດີຂອງເລບານອນ ທ່ານມິເຊລ ອູນ (Michel Aoun), (ຊ້າຍ), ຮັບເອົາຮ່າງຍັດຕິຂັ້ນຕອນສຸດທ້າຍ ກ່ຽວກັບຂໍ້ຕົກລົງຊາຍແດນທາງທະເລລະຫວ່າງເລບານອນ ແລະອິສຣາແອລ ຈາກຮອງນາຍົກລັດຖະມົນຕີຂອງເລບານອນ ທ່ານອີລຽດສ໌ ບູ ຊາບ (Elias Bou Saab) ໃນນະຄອນຫຼວງເບຣຸດ, ວັນທີ 11 ຕຸລາ 2022.

ເຈົ້າໜ້າທີ່ ທີ່ບໍ່ປະສົງອອກນາມກ່າວວ່າ “ຂໍ້ຕົກລົງດັ່ງກ່າວ ບໍ່ແມ່ນຂໍ້ຕົກລົງເພື່ອໄຊຊະ ນະ ຫຼືຄວາມຜ່າຍແພ້,” ເໝືອນດັ່ງການດໍາເນີນງານທົ່ວໄປ ເມື່ອທໍານຽບຂາວໄດ້ກ່າວ​ຕໍ່ໃນ​ການ​ຖະ​ແຫຼງຂ່າວ. “ຄູ່ກໍລະນີທັງສອງບໍ່ມີໃຜໄດ້ຮັບອັນໃດຫຼາຍກວ່າອີກຝ່າຍນຶ່ງ ເນື່ອງຈາກພວກເຂົາ ໄດ້ຮັບໃນສິ່ງທີ່ແຕກຕ່າງກັນ. ໄຊຊະນະສໍາລັບປະເທດອິສຣາແອລແມ່ນຄວາມໝັ້ນຄົງ, ສະຖຽນລະພາບ, ລະບົບເສດຖະກິດ ແລະຜົນຮັບທາງເສດຖະກິດ. ສ່ວນໄຊຊະນະສໍາລັບປະເທດເລບານອນແມ່ນ ຄວາມຈະເລີນຮຸ່ງເຮືອງທາງດ້ານເສດຖະກິດ, ການພັດທະນາທາງເສດຖະກິດ, ການລົງທຶນໂດຍກົງຂອງຕ່າງປະເທດ ແລະຄວາມຫວັງໃນການຟື້ນຟູເສດຖະກິດ.”

ເຈົ້າໜ້າທີ່ຂັ້ນສູງຂອງທັງສອງປະເທດກ່າວວ່າ ພວກເຂົາເຈົ້າມີຄວາມພໍໃຈຕໍ່ຂໍ້ຕົກລົງດັ່ງກ່າວ, ເຊິ່ງຂັ້ນຕອນຕໍ່ໄປ ຈະຕ້ອງນໍາໄປສະເໜີຕໍ່ລັດຖະສະພາຂອງທັງສອງປະ ເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG