ຂໍ້ຕົກລົງສຳລັບຮ່າງກົດໝາຍ ວ່າດ້ວຍພື້ນຖານໂຄງລ່າງຂອງທັງສອງພັກການ ເມືອງ ໄດ້ສະແດງໃຫ້ເຫັນວ່າ ລະບອບປະຊາທິປະໄຕຂອງອາເມຣິກັນສາມາດບັນລຸໄດ້ ດັ່ງທີ່ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ປະກາດໃນວັນພະຫັດວານນີ້.
ທ່ານປະທານາທິບໍດີ ໄດ້ກ່າວໃນລະຫວ່າງໃຫ້ຄຳເຫັນຢູ່ໃນຫ້ອງກ້ຳຕາເວັນອອກຂອງທຳນຽບຂາວ ວ່າ “ຂໍ້ຕົກລົງອັນນີ້ ເປັນສັນຍານໃຫ້ແກ່ໂລກຮູ້ວ່າ ພວກເຮົາສາມາດປະຕິບັດງານແລະບັນລຸຜົນ ແລະເຮັດສິ່ງທີ່ສຳຄັນຕ່າງໆໄດ້.”
ທ່ານເວົ້າວ່າ “ພວກເຮົາກຳລັງແຂ່ງກັບຈີນ ແລະໂລກທັງມວນສຳລັບສັດຕະວັດທີ 21. ພວກເຂົາເຈົ້າບໍ່ລໍຖ້າໃຜ. ພວກເຂົາລົງທຶນຫຼາຍສິບພັນລ້ານໂດລາ ໃນທຸກໆດ້ານ.”
ໂຄງຮ່າງການປະຕິບັດງານສຳລັບຮ່າງກົດໝາຍດັ່ງກ່າວ ໄດ້ຖືກເຈລະຈາຕໍ່ລອງກັນ ໂດຍກຸ່ມສະມາຊິກສະພາສູງຈາກທັງສອງພັກການເມືອງ ແລະຮວມທັງທຶນມູນຄ່າ 579 ຕື້ໂດລາ ໃນງົບປະມານການໃຊ້ຈ່າຍໃໝ່ສຳລັບພື້ນຖານໂຄງລ່າງ. ມັນຍັງຈະນຳເອົາທຶນງົບປະມານການໃຊ້ຈ່າຍໃນຈຸດປະສົງດ້ານອື່ນ ຈຳນວນຄ້າຍຄືກັນທີ່ໄດ້ຖືກຮັບຮອງໄປແລ້ວກ່ອນໜ້ານີ້ ເພື່ອເຮັດໃຫ້ການລົງທຶນທັງໝົດໃນດ້ານ ພື້ນຖານໂຄງລ່າງມີຢູ່ປະມານ 1 ພັນ 2 ຮ້ອຍຕື້ໂດລາ.
ລິ້ງເວັບໄຊຂອງທຳນຽບຂາວ:
https://www.whitehouse.gov/briefing-room/statements-releases/2021/06/24/fact-sheet-president-biden-announces-support-for-the-bipartisan-infrastructure-framework/
ທ່ານໄບເດັນ ໄດ້ໃຫ້ຂໍ້ສັງເກດວ່າ “ແຕ່ລະຝ່າຍກໍໄດ້ຮັບທຸກສິ່ງທຸກຢ່າງ ທີ່ພວກເຂົາຕ້ອງການໃນການຕົກລົງກັນນີ້”. ທ່ານກ່າວວ່າ “ອັນນັ້ນເປັນສິ່ງທີ່ໝາຍເຖິງ ການປະນີປະນອມກັນ.”
ໂດຍປະບູລິມະສິດອື່ນ ໄວ້ທາງຂ້າງເສຍກ່ອນ ເຊັ່ນວ່າ ເງິນສຳລັບລ້ຽງດູເດັກນ້ອຍ ແລະວາລະຫຼາຍຢ່າງຂອງທ່ານປະທານາທິບໍດີ ເພື່ອແກ້ໄຂແລະປັບໂຕໃຫ້ເຂົ້າກັບສະພາບການປ່ຽນແປງຂອງດິນຟ້າອາກາດ.
ທ່ານໄບເດັນ ໄດ້ຍອມຮັບວ່າ “ບໍ່ມີຂໍ້ຕົກລົງໃນສ່ວນທີ່ເຫຼືອ. ພວກເຮົາຈະຕ້ອງເຮັດອັນນັ້ນ ໂດຍຜ່ານຂັ້ນຕອນໃນດ້ານງົບປະມານ.”
ຖ້າມີຄວາມສາມັກຄີກັນ ພັກເດໂມແຄຣັດ ໂດຍມີຮອງປະທານາທິບໍດີ ຄາມາລາ ແຮຣິສ ສາມາດເອົາຊະນະການລົງຄະແນນສຽງທີ່ເທົ່າກັນໄດ້ນັ້ນຈະໃຊ້ວິທີການປະນີປະນອມທາງດ້ານກົດໝາຍ ເພື່ອອະນຸມັດການໃຊ້ຈ່າຍອື່ນໆທີ່ຕ້ອງການ ດ້ວຍພຽງແຕ່ຄະແນນສຽງສ່ວນຫຼາຍເທົ່ານັ້ນ.