ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໄບເດັນ ສະໜອງທີ່ຫຼົບໄພ ໃຫ້ຊາວ ຮົງກົງ ທີ່ອາໄສຢູ່ໃນ ສະຫະລັດ


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບ ໂຣກລະບາດໄວຣັສໂຄໂຣນາ ຢູ່ຫ້ອງກໍ້າຕາເວັນອອກຂອງທຳນຽບຂາວ. 3 ສິງຫາ, 2021.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບ ໂຣກລະບາດໄວຣັສໂຄໂຣນາ ຢູ່ຫ້ອງກໍ້າຕາເວັນອອກຂອງທຳນຽບຂາວ. 3 ສິງຫາ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໃນວັນພະຫັດວານນີ້ໄດ້ສະເໜີໃຫ້ “ບ່ອນຫຼົບໄພ” ແກ່ປະຊາຊົນ ຮົງກົງ ຫຼາຍພັນຄົນທີ່ອາໄສຢູ່ໃນ ສະຫະລັດ ຢູ່ຕໍ່ໄປໄດ້ຄືເກົ່າໃນໄລຍະ 18 ເດືອນ ແທນທີ່ຈະປະເຊີນກັບການປາບປາມໂດຍການຖືກເນລະເທດກັບໄປເຂດແດນທີ່ຖືກຄວບຄຸມໂດຍ ຈີນ ນັ້ນ.

ທ່ານ ໄບເດັນ ໄດ້ໂຈມຕີການປາບາບດົນ 14 ເດືອນຂອງ ປັກກິ່ງ ຕໍ່ປະຊາທິປະໄຕໃນ ຮົງກົງ ແລະ ໄດ້ກ່າວວ່າມັນ “ມີຄວາມຮີບດ່ວນ” ຕໍ່ຜົນປະໂຫຍດດ້ານນະໂຍບາຍຂອງ ສະຫະລັດ ທີ່ຈະອະນຸ ຍາດໃຫ້ຊາວ ຮົງກົງ ອາໄສຢູ່ ແລະ ເຮັດວຽກຢູ່ໃນ ສະຫະລັດ.

ໃນຖະແຫຼງການຂອງກະຊວງການຕ່າງປະເທດ ຈີນ ທີ່ມີຫ້ອງການໃນ ຮົງກົງ ໄດ້ກ່າວວ່າ ທ່ານ ໄບເດັນ, “ດ້ວຍການສະເໜີສິ່ງທີ່ເອີ້ນວ່າທີ່ຫຼົບໄພນັ້ນ ແມ່ນກຳລັງພະຍາຍາມທີ່ຈະດູຖູກ ຮົງກົງ, ໃສ່ຮ້າຍ ຈີນ, ແລະ ພົວພັນໃນການກະທຳເພື່ອທຳລາຍຊັບສິນ ແລະ ຄວາມໝັ້ນຄົງຂອງເມືອງດັ່ງກ່າວ, ອີງຕາມລາຍງານໂດຍອົງການຂ່າວ ຣອຍເຕີ.

ຕົວເລກຂອງປະຊາຊົນທີ່ຖືກກະທົບໂດຍຄຳສັ່ງແມ່ນບໍ່ແນ່ນອນໃນທັນທີ, ແຕ່ເຈົ້າໜ້າທີ່ອາວຸໂສຂອງລັດຖະບານທ່ານ ໄບເດັນ ໄດ້ກ່າວວ່າຊາວ ຮົງກົງ 330,000 ຄົນທີ່ອາໄສຢູ່ໃນ ສະຫະລັດ ແມ່ນມີຄວາມເປັນໄປໄດ້ວ່າຈະສາມາດຢູ່ຕໍ່ໄປ, ນອກຈາກຄົນໃດຜູ້ທີ່ຖືກຕັດສິນໂທດ ກ່ຽວກັບ ການກະທຳຜິດທາງອາຍາທີ່ຮ້າຍແຮງ.

ໃນຄຳສັ່ງຂອງທ່ານ, ທ່ານ ໄບເດັນ ໄດ້ກ່າວວ່າ ນັກການເມືອງຢ່າງໜ້ອຍ 100 ຄົນ, ນັກເຄື່ອນ ໄຫວ, ແລະ ຜູ້ປະທ້ວງແມ່ນໄດ້ຖືກຄວບຄຸມຕົວໂດຍ ຈີນ ໃນລະຫວ່າງການກ່າວຫາຫຼາຍຢ່າງເມື່ອປີກາຍນີ້, ໃນຂະນະທີ່ຫຼາຍກວ່າ 10,000 ບຸກຄົນແມ່ນໄດ້ຖືກຈັບສຳລັບຂໍ້ຫາທີ່ເຊື່ອມໂຍງກັບການປະທ້ວງຕໍ່ຕ້ານລັດຖະບານ.

ທ່ານ ໄບເດັນ ໄດ້ກ່າວວ່າ “ສະຫະລັດ ແມ່ນມີຄວາມມຸ່ງໝັ້ນຕໍ່ນະໂຍບາຍຕ່າງປະເທດທີ່ລວມມູນເຊື້ອປະຊາທິປະໄຕເຂົ້າກັນກັບເປົ້າໝາຍນະໂຍບາຍຕ່າງປະເທດຂອງພວກເຮົາ, ເຊິ່ງແມ່ນຢູ່ໃນຈຸດໃຈກາງຂອງການປ້ອງກັນປະຊາທິປະໄຕ ແລະ ການສົ່ງເສີມສິດທິມະນຸດໃນທົ່ວໂລກ.”

ຜູ້ນຳ ສະຫະລັດ ໄດ້ກ່າວຕື່ມວ່າ “ການສະໜອງທີ່ຫຼົບໄພສຳລັບຊາວ ຮົງກົງ ຜູ້ທີ່ຖືກກີດກັນຈາກເສລີພາບທີ່ຖືກຮັບປະກັນໃນ ຮົງກົງ ຈະເປັນການບັນລຸຜົນປະໂຫຍຂອງ ສະຫະລັດ ໃນພາກພື້ນ. ສະຫະລັດ ຈະບໍ່ລັງເລໃຈໃນການສະໜັບສະໜູນຂອງພວກເຮົາຕໍ່ປະຊາຊົນໃນ ຮົງກົງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG