ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ກ່າວວ່າ ໂຮງໝໍກາຊາ 'ຕ້ອງໄດ້ຮັບການຄຸ້ມຄອງ' ຂະ​ນະ​ທີ່ອິສຣາແອລ ​ແນເປົ້າໃສ່ສະຖານ​ທີ່ປິ່ນປົ່ວ​ພະ​ຍາ​ບານ


ແຟ້ມພາບ - ເດັກນ້ອຍເກີດໃໝ່ຊາວປາແລັສໄຕນ໌ ທີ່ໄດ້ຮັບບາດເຈັບ ໄດ້ຮັບການຮັກສາທີ່ໂຮງໝໍ ອັລ ຊິຟາ ຫຼັງຈາກການໂຈມຕີທາງອາກາດຂອງອິສຣາແອລ ໃນເມືອງກາຊາ, ໃຈກາງເຂດກາຊາ, ໃນວັນທີ 23 ຕຸລາ 2023. ໂຮງໝໍຊີຟາ ຂອງກາຊາ ໄດ້ກາຍເປັນຈຸດສຳຄັນຂອງພາວະທາງຕັນມາເປັນເວລາຍາວນານຫຼາຍມື້ ໃນສົງຄາມຂອງອິສຣາແອລ ກັບກຸ່ມຮາມາສ.
ແຟ້ມພາບ - ເດັກນ້ອຍເກີດໃໝ່ຊາວປາແລັສໄຕນ໌ ທີ່ໄດ້ຮັບບາດເຈັບ ໄດ້ຮັບການຮັກສາທີ່ໂຮງໝໍ ອັລ ຊິຟາ ຫຼັງຈາກການໂຈມຕີທາງອາກາດຂອງອິສຣາແອລ ໃນເມືອງກາຊາ, ໃຈກາງເຂດກາຊາ, ໃນວັນທີ 23 ຕຸລາ 2023. ໂຮງໝໍຊີຟາ ຂອງກາຊາ ໄດ້ກາຍເປັນຈຸດສຳຄັນຂອງພາວະທາງຕັນມາເປັນເວລາຍາວນານຫຼາຍມື້ ໃນສົງຄາມຂອງອິສຣາແອລ ກັບກຸ່ມຮາມາສ.

ປະທານາທິບໍດີສະຫະລັດທ່ານ ໂຈ ໄບເດັນ ກ່າວວ່າໂຮງໝໍ ໃນ ກາຊາ "ຕ້ອງໄດ້ຮັບການປົກປ້ອງ" ເນື່ອງຈາກວ່າ ກອງກຳລັງອິສຣາແອລ ຍັງສືບຕໍ່ແນເປົ້າໃສ່ສະຖານທີ່ພະຍາບານ ໃນເຂດປົກຄອງປາແລັສໄຕນ໌ ຈາກການອ້າງວ່າ ກຸ່ມຮາມາສ ກຳລັງໃຊ້ພວກມັນເປັນເຄື່ອງປົກປ້ອງ.

ປະທານາທິບໍດີ ກຳລັງຕອບໂຕ້ຕໍ່ລາຍງານ ກ່ຽວກັບວິກິດການທີ່ຮ້າຍແຮງຂຶ້ນຢູ່ໂຮງໝໍ ອັລ ຊິຟາ (Al Shifa) ເຊິ່ງເປັນສູນການແພດຫຼັກຂອງເມືອງກາຊາ ທີ່ໄດ້ຖືກກອງກຳລັງອິສຣາແອລ ປິດລ້ອມ ແລະ ຖືກປິດລ້ອມເປັນເວລາຫຼາຍວັນ. ການບໍລິການຕ່າງໆ ຢູ່ ອັລ ຊິຟາ (Al Shifa) ໄດ້ຖືກປິດເນື່ອງຈາກຂາດນໍ້າມັນເຊື້ອໄຟ, ອາຫານ ແລະນໍ້າ. ຄົນເຈັບທີ່ໝົດຫວັງຫຼາຍພັນຄົນ ໄດ້ພາກັນຫຼົບໜີອອກຈາກໂຮງໝໍ ຊິຟາ (Al Shifa) ໃນທ້າຍອາທິດທີ່ຜ່ານມາ, ເຫຼືອຄົນເຈັບພຽງແຕ່ 650 ຄົນ ພ້ອມກັບຊາວປາແລັສໄຕນ໌ຫຼາຍພັນຄົນ ທີ່ຕ້ອງການບ່ອນຫຼົບໄພເນື່ອງຈາກການສູ້ລົບກັນ.

ກະຊວງສາທາລະນະສຸກຂອງ ປາແລັສໄຕນ໌ ກ່າວໃນວັນຈັນວານນີ້ວ່າ ມີຄົນເຈັບ 32 ຄົນຢູ່ອັສ ຊິຟາ (Al Shifa), ລວມທັງເດັກນ້ອຍ 3 ຄົນ, ໄດ້ເສຍຊີວິດນັບຕັ້ງແຕ່ການປິດລ້ອມໄດ້ເລີ່ມຂຶ້ນ ເນື່ອງຈາກຂາດໄຟຟ້າໃຊ້.

ມີລາຍງານວ່າແພດທີ່ຂາດແຄນອຸປະກອນເຄື່ອງໃຊ້ ກຳລັງເຮັດການຜ່າຕັດໃຫ້ກັບຄົນເຈັບທີ່ໄດ້ຮັບບາດເຈັບຈາກສົງຄາມ ຢູ່ທີ່ນັ້ນ, ລວມທັງເດັກນ້ອຍ, ໂດຍບໍ່ມີການໃຊ້ຢາສະລົບ. ແພດຄົນນຶ່ງໄດ້ແບ່ງປັນຮູບພາບທີ່ສະແດງໃຫ້ເຫັນເດັກນ້ອຍເກີດກ່ອນກຳນົດ 9 ຄົນ ກຳລັງໃຊ້ອູ່ເດັກນ້ອຍຮ່ວມກັນ.

ກອງທັບອິສຣາແອລ ກ່າວໃນວັນອັງຄານມື້ນີ້ວ່າ ຕົນຈະຍ້າຍຕູ້ອົບທີ່ໃຊ້ເພື່ອໃຫ້ຄວາມອົບອຸ່ນເດັກເກີດໃໝ່ທີ່ເກີດກ່ອນກຳນົດ ຈາກອິສຣາແອລ ໄປຍັງໂຮງໝໍ ອັລ ຊີຟາ (Al Shifa).

ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ທ່ານເຕໂດຣສ ອາດາໂນມ ເກເບຣເຢຊຸສ (Tedros Adhanom Ghebreyesus) ກ່າວວ່າ ສູນການແພດແຫ່ງນີ້ "ບໍ່ໄດ້ເຮັດໜ້າທີ່ເປັນໂຮງໝໍ ອີກຕໍ່ໄປ" ແລະສະຖານະການຢູ່ໂຮງໝໍ ທີ່ໃຫຍ່ທີ່ສຸດຂອງເຂດກາຊາ ກໍ "ຮ້າຍແຮງ ແລະເປັນອັນຕະລາຍ."

ຜູ້ອຳນວຍການອົງການອະນາໄມໂລກ ກ່າວວ່າ, “ສຽງປືນ ແລະ ການຖິ້ມລະ ເບີດຢ່າງຕໍ່ເນື່ອງ” ຢູ່ອ້ອມແອ້ມໂຮງໝໍ ໄດ້ເຮັດໃຫ້ “ສະຖານະການທີ່ໜັກໜ່ວງຢູ່ແລ້ວ ຮ້າຍແຮງຂຶ້ນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG