ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໄບເດັນ ກ່າວປ້ອງກັນຢ່າງແຂງຂັນ ໃນການສິ້ນສຸດສົງຄາມ ເກືອບສອງທົດສະວັດ ໃນອັຟການິສຖານ


ປະທານາທິບໍດີໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບການສິ້ນສຸດສົງຄາມ ໃນອັຟການິສຖານ ຢູ່ທີ່ທຳນຽບຂາວ ເມື່ອວັນທີ 31 ສິງຫາ 2021.
ປະທານາທິບໍດີໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບການສິ້ນສຸດສົງຄາມ ໃນອັຟການິສຖານ ຢູ່ທີ່ທຳນຽບຂາວ ເມື່ອວັນທີ 31 ສິງຫາ 2021.

ປະທານາທິບໍດີສະຫະລັດ ທານໂຈ ໄບເດັນ ໃນວັນອັງຄານວານນີ້່ ໄດ້ກ່າວປ້ອງກັນ
ຢ່າງແຂງຂັນຕໍ່ການຕັດສິນໃຈຂອງທ່ານ ເພື່ອເຮັດໃຫ້ສົງຄາມຢູ່ໃນ ອັຟການິສຖານ
ເປັນເວລາສອງທົດສະວັດສິ້ນສຸດລົງ ໂດຍປ່ອຍໃຫ້ພວກຫົວ ຮຸນແຮງຕາລິບານ
ເຂົ້າກຳອຳນາດ ຄືກັບທີ່ເຂົາເຈົ້າໄດ້ເປັນຢູ່ໃນປີ 2001.

ປະທານາທິບໍດີໄບເດັນ ກ່າວຢູ່ໃນຄຳປາໄສ ເປັນເວລາເຄິ່ງຊົ່ວໂມງ ຈາກທຳນຽບ
ຂາວໂດຍເວົ້າວ່າ “ພວກເຮົາບໍ່ຈຳເປັນຕ້ອງສູ້ລົບຢູ່ໃນສົງຄາມ ທີ່ຄວນສິ້ນສຸດລົງ
ໄດ້ດົນນານມາແລ້ວ. ຂ້າພະເຈົ້າຂໍປະຕິເສດທີ່ຈະເປີດໃຫ້ມີສົງຄາມຕື່ມ ອີກທົດ
ສະວັດນຶ່ງ ຢູ່ໃນອັຟການີສຖານ.”

ທ່ານໄດ້ກ່າວອ້າງເຖິງການໃຊ້ຈ່າຍໃນລາຄາແພງຂອງບັນຫາຂັດແຍ້ງນີ້ສຳລັບ
ສະຫະລັດ ໂດຍມີພວກທະຫານ 2,461 ຄົນໄດ້ເສຍຊີວິດ ອີກ 20,744 ຄົນ ໄດ້ຮັບ
ບາດເຈັບ ແລະ 300 ລ້ານໂດລາຕໍ່ມື້ ໃນການໃຊ້ຈ່າຍ. ແຕ່ທ່ານກໍໄດ້ກ່າວວ່າ ເຖິງ
ເວລາແລ້ວທີ່ຈະແນໃສ່ການຂົ່ມຂູ່ໃໝ່ຈາກທົ່ວໂລກ ບໍ່ວ່າຈະເປັນ ພວກກໍ່ການຮ້າຍ
ອື່ນໆຢູ່ໃນອາຟຣິກາ ແລະພາກຕາເວັນອອກກາງ ການຂົ່ມຂູ່ທາງເສດຖະກິດຈາກ
ຈີນ ຫຼືການໂຈມຕີທາງໄຊເບີ້ ຈາກຣັດເຊຍ.

ບັນຫາຂັດແຍ້ງໃນອັຟການິສຖານ ໄດ້ເລີ້ມຂຶ້ນໃນທ້າຍປີ 2001 ໂດຍອະດີດ ປະທາ
ນາທິບໍດີ ຈອດ ດັບເບິນຢູ ບູສ (George W. Bush) ຜູ້ທີ່ໄດ້ສັ່ງໃຫ້ ບຸກເຂົ້າໄປໃນ
ອັຟການິສຖານ ເພື່ອກວດລ້າງບ່ອນເຝິກແອບຂອງພວກກໍ່ການ ຮ້າຍ ອາລ-ຄາຍ
ດາ (Al-Quaida) ຜູ້ທີ່ໄດ້ໂຈມຕີສະຫະລັດໃນ ວັນທີ 11 ກັນຍາ ຊຶ່ງເຮັດໃຫ້ມີຜູ້
ເສຍຊີວິດ ເກືອບ 3,000 ຄົນ.

ປະທານາທິບໍດີໄບເດັນ ກ່າວວ່າ ຫຼັງຈາກທ່ານເຂົ້າກຳຕຳແໜ່ງ ໃນເດືອນມັງກອນ
ທ່ານໄດ້ປະເຊີນໜ້າກັບການຕັດສິນໃຈວ່າ ຈະປະຕິບັດຕາມ ຂໍ້ຕົກລົງ ຂອງອະດີດ
ປະທານາທິບໍດີດໍໂນລ ທຣໍາ ເພື່ອຖອນກຳລັງທະຫານສະຫະລັດ ອອກຈາກອັຟກາ
ນິສຖານ ໃນທ້າຍເດືອນພຶດສະພາຫຼືບໍ່ ຊຶ່ງເປັນເສັ້ນຕາຍ ທີ່ ປະທານາທິບໍດີໄບເດັນ
ໄດ້ຕໍ່ອອກໄປອີກຫ້າເດືອນ.

ປະທານາທິບໍດີໄບເດັນ ກ່າວວ່າ “ທາງເລືອກແມ່ນການຖອນທະຫານ ຫຼືເພີ້ມທະວີ
ໃນການເຮັດສົງຄາມ.” ແຕ່ທ່ານກໍ່ກ່າວວ່າ ອັຟການິສຖານ ສາມາດຕິດ ຕາມເບິ່ງ
ໄດ້ ຈາກພາຍນອກເຂດຊາຍແດນ ເພື່ອ “ໃຫ້ເປັນທີ່ແນ່ນອນວ່າປະ ເທດດັ່ງກ່າວ
ຈະບໍ່ສາມາດຖືກນຳໃຊ້ຄືນໃໝ່ອີກ” ເພື່ອເປັນຖານທັບໃນການໂຈມ ຕີສະຫະລັດ.

ສະມາຊິກພັກຣີພັບບລິກັນສອງທ່ານ ທີ່ຕ້ອງຕິທ່ານໄບເດັນ ໄດ້ໂຈມຕີການເຮັດ
ວຽກຂອງທ່ານ ໃນການເຮັດໃຫ້ບັນຫາຂັດແຍ້ງໃນອັຟການິສຖານ ສິ້ນສຸດລົງ.

ສະມາຊິກສະພາສູງ ທ່ານເບັນ ແຊສຊີ (Ben Sesse) ກ່າວວ່າ “ໄຊຊະນະ ຂອງ
ປະທານາທິບໍດີໄບເດັນ ແມ່ນບໍ່ໄດ້ຕິດແທດກັບຄວາມເປັນຈິງ. ທ່ານບໍ່ມີ ຄວາມຮູ້
ສຶກຄວາມແຕກຕ່າງຕໍ່ຊາວອາເມຣິກັນ ທີ່ທ່ານໄດ້ປ່ອຍໄວ້ໃຫ້ຕົກຄ້າງ ຢູ່ເບື້ອງຫຼັງ
ຂອງສັດຕູ ແມ່ນເປັນທີ່ໜ້າລະອ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG