ໃນຂະນະທີ່ການບຸກໂຈມເຂດກາຊາຕີທາງພາກພື້ນຂອງອິດສຣາແອລ ກຳລັງ ໃກ້ເຂົ້າມາ, ປະທານາທິບໍດີ ໂຈ ໄບເດັນ ກໍກຳລັງປະເຊີນໜ້າກັບຄວາມທ້າທາຍໃນການດຸ່ນດ່ຽງການສະໜັບສະໜູນທີ່ “ໝັ້ນຄົງ” ສຳລັບພັນທະມິດທີ່ໃກ້ຊິດທີ່ສຸດຂອງອາເມຣິກາ ໃນຕາເວັນອອກກາງ ກັບການຮຽກຮ້ອງຂອງສາກົນ ໃນການຄຸ້ມຄອງທີ່ແຂງແກ່ນຂຶ້ນສຳລັບພົນລະເຮືອນຢູ່ເຂດກາຊາ. ພ້ອມນັ້ນ, ທ່່ານຍັງຈະຕ້ອງພະຍາຍາມຫຼີກລ່ຽງສົງຄາມທີ່ກວ້າງອອກຢູ່ຕາເວັນອອກກາງ ອີກດ້ວຍ.
ທ່ານໄບເດັນ ແລະບັນດາຜູ້ຊ່ວຍອາວຸໂສຂອງທ່ານ ໄດ້ແນະນຳໃຫ້ລັດຖະບານ ຂອງນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ (Benjamin Netanyahu) ໃຫ້ພິຈາລະນາຜົນກະທົບໃນໄລຍະຍາວ ກ່ຽວກັບ ຍຸດທະສາດທີ່ຮຽກຮ້ອງໃຫ້ມີ “ການແກ້ແຄ້ນອັນມະຫາສານ” ຕໍ່ກຸ່ມຮາມາສ.
"ປະທານາທິບໍດີໄດ້ອອກຈາກນະຄອນຫຼວງ ເທລ ອາວີປ (Tel Aviv) ໂດຍ ໝັ້ນໃຈວ່າທ່ານມີໂອກາດເປີດເຜີຍຢ່າງກົງໄປກົງມາ ແລະມີຄວາມໝັ້ນຄົງ ກັບນາຍົກລັດຖະມົນຕີ ເນຕັນຢາຮູ ຢ່າງເປັນສ່ວນຕົວ ແລະຄະນະລັດຖະມົນ ຕີສົງຄາມ," ອີງຕາມການກ່າວຂອງທ່ານຈອນ ເຄີບີ (John Kirby), ຜູ້ປະສານງານຂອງສະພາ ຄວາມໝັ້ນຄົງແຫ່ງຊາດດ້ານການສື່ສານຍຸດທະສາດ ຢູ່ກອງປະຊຸມລາຍງານຂອງທຳນຽບຂາວໃນວັນອັງຄານວານນີ້.
ທ່ານກ່າວຕື່ມວ່າ "ທ່ານມີໂອກາດຖາມຄຳຖາມທີ່ຍາກໆກັບພວກເຂົາ ທີ່ທ່ານ ຢາກໃຫ້ພວກເຂົາຖາມຕົນເອງກ່ອນທີ່ພວກເຂົາຈະເລີ່ມຕົ້ນການໂຈມຕີທາງພາກພື້ນດິນຄັ້ງໃຫຍ່."
ນັບຕັ້ງແຕ່ນັ້ນມາ ທ່ານໄບເດັນ ໄດ້ໂອ້ລົມກັບ ທ່ານເນຕັນຢາຮູ ຫຼາຍຄັ້ງ, ເຊິ່ງ ເປັນສ່ວນນື່ງຂອງການຜັກດັນຂອງລັດຖະບານ ໃນການຊື້ເວລາເພີ່ມເຕີມເພື່ອ ຮັບປະກັນການປ່ອຍຕົວປະກັນ, ການແຍກເອົາຊາວອາເມຣິກັນປາແລັສໄຕນ໌ ຫຼາຍຮ້ອຍຄົນທີ່ຕິດຢູ່ໃນເຂດກາຊາ ແລະການຈັດສົ່ງສະບຽງພື້ນຖານທີ່ຈຳເປັນ ຫຼາຍ ໃຫ້ແກ່ພົນລະເຮືອນທີ່ຫຼົບໜີຈາກການໂຈມຕີທາງອາກາດຂອງ ອິສຣາແອລ.