ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໄບເດັນສະແດງການສະໜັບສະໜູນ ຕໍ່ປະຊາຊົນຄິວບາ ທ່າມກາງການປະທ້ວງ ທີ່ບໍ່ຄ່ອຍມີໃນປະເທດນັ້ນ


ປະຊາຊົນຄິວບາຮ້ອງຄໍາຂວັນຕໍ່ຕ້ານລັດຖະບານໃນຂະນະທີ່ພາກັນປະທ້ວງຢູ່ນະຄອນຫລວງ Havana ຂອງຄິວບາໃນວັນທີ 11 ກໍລະກົດ 2021
ປະຊາຊົນຄິວບາຮ້ອງຄໍາຂວັນຕໍ່ຕ້ານລັດຖະບານໃນຂະນະທີ່ພາກັນປະທ້ວງຢູ່ນະຄອນຫລວງ Havana ຂອງຄິວບາໃນວັນທີ 11 ກໍລະກົດ 2021

ທ່າມກາງການປະທ້ວງຕໍ່ຕ້ານລັດຖະບານທີ່ໃຫຍ່ທີ່ສຸດໃນຮອບຫລາຍທົດສະວັດຜ່ານມາຢູ່ໃນຄິວບາ, ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ກໍາລັງສະ ແດງການສະໜັບສະໜູນປະຊາຊົນຂອງປະເທດເກາະຢູ່ໃນທະເລແຄຣິບຽນແຫ່ງ ນັ້ນ, ເຊິ່ງເນັ້ນໃຫ້ເຫັນເຖິງສິດທິຂອງເຂົາເຈົ້າໃນທໍາການປະທ້ວງຢ່າງສະຫງົບ.

ທ່ານໄບເດັນກ່າວຢູ່ໃນຫ້ອງຣຸສແວລ (Roosevelt) ຂອງທຳນຽບຂາວວ່າ "ປະຊາຊົນຄິວບາ ກຳລັງຮຽກຮ້ອງໃຫ້ມີເສລີພາບຈາກລະບອບປົກຄອງແບບຜະເດັດ ການ. ຂ້າພະເຈົ້າຄິດວ່າ ພວກເຮົາບໍ່ໄດ້ເຫັນການປະທ້ວງແບບນີ້ມາເປັນເວລາດົນນານແລ້ວ, ຖ້າຈະເວົ້າແບບກົງໆ ກໍຄືບໍ່ເຄີຍເຫັນເລີຍ.” "ສະຫະລັດຢືນຢູ່ຄຽງຂ້າງຢ່າງໝັ້ນຄົງກັບປະຊາຊົນຄິວບາໃນຂະນະທີ່ພວກເຂົາເຈົ້າໃຊ້ສິດທົ່ວໄປຂອງຕົນຢູ່, ແລະພວກເຮົາຂໍຮຽກຮ້ອງໃຫ້ລັດຖະບານຄິວບາຈົ່ງຫລີກລ້ຽງການໃຊ້ຄວາມຮຸນແຮງ ໃນຄວາມພະຍາຍາມຂອງຕົນ ເພື່ອຈະເຮັດໃຫ້ການໃຊ້ສຽງຂອງປະຊາຊົນຄິວບາງຽບລົງນັ້ນ."

ທ່ານໄບເດັນໄດ້ກ່າວຄຳປາໄສນີ້ໃນເວລາເລີ່ມຕົ້ນກອງປະຊຸມກັບບັນດາຜູ້ນຳ ໃນທ້ອງຖິ່ນກ່ຽວກັບການກໍ່ຄວາມຮຸນແຮງໂດຍການໃຊ້ປືນ.

ລັດຖະບານຂອງທ່ານໄບເດັນ ຍັງປະຕິເສດຕໍ່ຄຳກ່າວອ້າງຂອງຄິວບາທີ່ເວົ້າວ່າ ຄວນຖິ້ມໂທດໃສ່ສະຫະລັດວ່າເປັນຜູ້ພາໃຫ້ເກີດຄວາມວຸ້ນວາຍໃນປວງຊົນນີ້.

"ຂ້າພະເຈົ້າຄິດວ່າມັນຈະເປັນຄວາມຜິດພາດທີ່ໜ້າເສົ້າໃຈສຳລັບລັດຖະບານຄິວບາທີ່ຕີຄວາມໝາຍວ່າສິ່ງທີ່ກຳລັງເກີດຂຶ້ນຢູ່ໃນຫຼາຍຫົວເມືອງນ້ອຍ ແລະໃຫຍ່ຢູ່ທົ່ວເກາະແຫ່ງນັ້ນ ແມ່ນເປັນຍ້ອນ ຫລືເປັນຜົນເນື່ອງມາຈາກສິ່ງໃດສິ່ງນຶ່ງທີ່ສະຫະລັດໄດ້ກະທໍາລົງໄປ,” ນັ້ນຄືຄໍາເວົ້າຂອງລັດຖະມົນຕີການຕ່າງປະ ເທດ, ທ່ານແອນໂທນີ ບລິງເກັນ ທີ່ກ່າວຕໍ່ບັນດານັກຂ່າວວ່າ ພາຍຫລັງການໃຫ້ຄຳ ເຫັນຂອງປະທານາທິບໍດີແລ້ວ.

ຄຳເຫັນຂອງທ່ານບລິງເກັນ ມີຂຶ້ນບໍ່ດົນຫລັງຈາກທ່ານ ບຣູໂນ ໂຣດຣິກເກສ ແພຣີລລາ (Bruno Rodríguez Parrilla), ລັດຖະມົນຕີກະຊວງການຕ່າງ ປະເທດຄິວບາໄດ້ກ່າວຫາສະຫະລັດວ່າຈ່າຍເງິນໃຫ້ພວກຮັບຈ້າງສ້າງຄວາມບໍ່ສະຫງົບນີ້.

ລັດຖະມົນຕີຕ່າງປະເທດກ່າວອີກວ່າ "ມື້ວານນີ້ຢູ່ປະເທດຄິວບາ ບໍ່ມີການລຸກຮືຂຶ້ນທາງສັງຄົມ. ມື້ວານນີ້ ຢູ່ຄິວບາມີຄວາມວຸ້ນວາຍ, ຄວາມໂກລະຫົນທີ່ເກີດມາຈາກການປະຕິບັດການທາງສື່ສານທີ່ໄດ້ຖືກກະກຽມໄວ້ເປັນເວລານານ ແລະມີຫຼາຍລ້ານຄົນໄດ້ທຸ້ມເທເຮື່ອແຮງໃສ່,"

ໃນຕອນເຊົ້າຂອງວັນດັ່ງກ່າວ, ປະທານາທິບໍດີຄິວບາ, ທ່ານມີແກລ ດິອາສ-ແຄແນລ (Miguel Díaz-Canel), ຢູ່ການກ່າວຄຳປາໄສທີ່ອອກອາກາດທົ່ວປະເທດພ້ອມດ້ວຍຄະນະຂອງລັດຖະບານທ່ານເວົ້າວ່າຄວາມບໍ່ສະຫງົບໃນສັງຄົມມີຜົນເນື່ອງມາຈາກ "ນະໂຍບາຍຂອງການສະກັດກັ້ນທາງເສດຖະກິດ" ຂອງສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG