ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຫວັງວ່າ ການຢຸດຍິງ ໃນເຂດກາຊາ ຈະມີຂຶ້ນໃນອາທິດໜ້າ


ຜູ້ຊາຍຊາວປາແລັສໄຕນ໌ ຂີ່ກວຽນທີ່ລາກໂດຍໂຕລາ ຜ່ານອາຄານທີ່ຖືກທຳລາຍ ໃນລະຫວ່າງການໂຈມຕີຂອງອິສຣາແອລ ໃນ Beit Lahia ທາງພາກເໜືອຂອງເຂດກາຊາ, ວັນທີ 26 ກຸມພາ 2024, ທ່າມກາງການສູ້ລົບທີ່ຍັງດຳເນີນຢູ່ ລະຫວ່າງອິສຣາແອລ ແລະກຸ່ມຫົວຮຸນແຮງ ຮາມາສຊາວປາແລັສໄຕນ໌.
ຜູ້ຊາຍຊາວປາແລັສໄຕນ໌ ຂີ່ກວຽນທີ່ລາກໂດຍໂຕລາ ຜ່ານອາຄານທີ່ຖືກທຳລາຍ ໃນລະຫວ່າງການໂຈມຕີຂອງອິສຣາແອລ ໃນ Beit Lahia ທາງພາກເໜືອຂອງເຂດກາຊາ, ວັນທີ 26 ກຸມພາ 2024, ທ່າມກາງການສູ້ລົບທີ່ຍັງດຳເນີນຢູ່ ລະຫວ່າງອິສຣາແອລ ແລະກຸ່ມຫົວຮຸນແຮງ ຮາມາສຊາວປາແລັສໄຕນ໌.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວໃນວັນຈັນວານນີ້ວ່າ ທ່ານຫວັງວ່າຈະເຫັນການຢຸດຍິງ ໃນເຂດ ກາຊາ ຄັ້ງໃໝ່ ພາຍໃນຕົ້ນອາທິດໜ້າ, ໃນຂະນະທີ່ບັນດາຄະນະຜູ້ແທນຈາກຫຼາຍປະເທດພວມເຮັດວຽກເພື່ອເຈລະຈາ ການຢຸດຕິສູ້ລົບກັນເປັນຄັ້ງທຳອິດ ນັບຕັ້ງແຕ່ທ້າຍເດືອນພະຈິກ ເປັນຕົ້ນມາ.

ທ່ານ ໄບເດັນ ກ່າວຕໍ່ບັນດານັກຂ່າວໃນນະຄອນນິວຢອກວ່າ "ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງຂ້າພະເຈົ້າ ບອກຂ້າພະເຈົ້າວ່າ ພວກເຮົາໃກ້ແລ້ວ." "ພວກເຮົາໃກ້ເຂົ້າມາແລ້ວ, ແຕ່ ພວກເຮົາຍັງບໍ່ທັນສຳເລັດເທື່ອ. ຄວາມຫວັງຂອງຂ້າພະເຈົ້າແມ່ນວ່າ ພວກເຮົາຈະມີການຢຸດຍິງ ພາຍໃນວັນຈັນໜ້ານີ້."

ບັນດາ​ນັກ​ເຈລະຈາ​ໄດ້​ດຳ​ເນີນ​ການເພື່ອໃຫ້ໄດ້ຂໍ້​ຕົກລົງ ​ທີ່​ຈະ​ຢຸດ​ການ​ສູ້​ລົບ​ເປັນ​ເວລາ 6 ອາທິດ. ຂໍ້​ຕົກລົງ​ດັ່ງກ່າວ ​ຈະ​ລວມ​ເຖິງ​ການ​ປ່ອຍພວກ​ຕົວ​ປະກັນທີ່​ກຸ່ມ​ຫົວ​ຮຸນ​ແຮງ ຮາມາສ ຈັບໂຕໄວ້ ​ໃນ​ເຂດ​ກາຊາ ​ພ້ອມກັນ​ກັບ​ການ​ປ່ອຍ​ຕົວ​ພວກນັກ​ໂທດ​ຊາວປາ​ແລັ​ສ​ໄຕ​ນ໌ ທີ່ ອິສຣາ​ແອລ ຈັບໄວ້.

ລົດບັນທຸກຫຼາຍຮ້ອຍຄັນທີ່ນຳເອົາການຊ່ວຍເຫຼືອດ້ານມະນຸດສະທໍາເຂົ້າໄປໃນເຂດ ກາຊາ ໃນແຕ່ລະມື້ ກໍເປັນສ່ວນນຶ່ງຂອງຂໍ້ຕົກລົງນີ້ເຊັ່ນກັນ.

ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວວ່າ ການຢຸດຍິງຊົ່ວຄາວຈະບໍ່ປ່ຽນແປງແຜນການຂອງອິສຣາແອລ ທີ່ຈະດຳເນີນການໂຈມຕີຢູ່ໃນເມືອງ ຣາຟາ ທາງພາກໃຕ້ ໃນທີ່ສຸດ ເພື່ອໃຫ້ບັນລຸເປົ້າໝາຍຂອງອິສຣາແອລ ໃນການກໍາຈັດກຸ່ມ ຮາມາສ.

ຄວາມເປັນໄປໄດ້ຂອງການປະຕິບັດການ ໃນເຂດຣາຟາ ໄດ້ເຮັດໃຫ້ເກີດຄວາມວິຕົກກັງວົນຂອງນາໆຊາດ ເນື່ອງຈາກວ່າ ມີຊາວປາແລັສໄຕນ໌ເປັນຈຳນວນຫຼວງຫຼາຍ ທີ່ອາໄສຢູ່ທີ່ນັ້ນ, ເຊິ່ງພວກເຂົາຫຼາຍຄົນ ຫຼັງຈາກທີ່ໄດ້ຫຼົບໜີອອກມາຈາກພາກສ່ວນອື່ນໆຂອງເຂດກາຊາ ກຳລັງຊອກຫາບ່ອນທີ່ປອດໄພ.

ຫ້ອງການ​ຂອງ​ທ່ານ ເນຕັນຢາຮູ ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ທະຫານ​ອິສຣາ​ແອ​ລ​ ໄດ້​ມອບ "​ແຜນການ​ເພື່ອ​ອົບ​ພະຍົບ​ປະຊາຊົນ​ ອອກ​ຈາກ​ເຂດ​ການ​ສູ້​ລົບ ​ໃນ​ເຂດ ກາຊາ ພ້ອມກັບ​ແຜນການ​ປະຕິບັດ​ງານ​ທີ່​ກຳລັງຈະເກີດຂຶ້ນໄວໆນີ້ ໃຫ້​ຄະນະລັດຖະມົນຕີ​ສົງຄາມ​ຂອງທ່ານ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG