ປະທານາທິບໍດີຂອງສະຫະລັດທ່ານໂຈ ໄບເດັນ ໄດ້ປະກາດໃນວັນພະຫັດວານນີ້ ກ່ຽວກັບແຜນການໃໝ່ 6 ຂໍ້ ໃນການຕໍ່ສູ້ ກັບການເພີ້ມຂຶ້ນ ຂອງຈໍານວນຜູ້ປ່ວຍ ແລະການເສຍຊີວິດຈາກໄວຣັສສາຍພັນໃໝ່ເດລຕ້າ ໃນຊ່ວງບໍ່ເທົ່າໃດອາ ທິດທີ່ຜ່ານມາ, ເຊິ່ງລວມເຖິງ ການບັງຄັບໃຫ້ສັກຢາວັກຊີນ ແລະມາດຕະການ ອື່ນໆ.
ທ່ານໄບເດັນ ໄດ້ມີຄໍາສັ່ງໃຫ້ບັນດາພະນັກງານລັດຖະບານກາງ ແລະສັນຍາຈ້າງຈໍານວນ 2,500,000 ຄົນ, ພະນັກງານເກືອບທັງໝົດໃນທຸກໆໂຮງໝໍ ແລະສະຖານທີ່ບໍລິການສຸຂະພາບ, ແລະບັນດາບໍລິສັດຕ່າງໆທີ່ເຮັດວຽກນໍາບໍລິສັດທີ່ມີພະນັກງານຫລາຍກວ່າ 100 ຄົນ ຕ້ອງໄດ້ຮັບການສັກຢາວັກຊີນປ້ອງກັນໄວຣັສໂຄໂຣນາ ເຊິ່ງເປັນສ່ວນນຶ່ງໃນຄວາມພະຍາຍາມໃໝ່ຂອງລັດ ຖະບານໃນການຄວບຄຸມການຕິດຕໍ່ຂອງເຊື້ອພະຍາດ.
ພະນັກງານຂອງບໍລິສັດເອກະຊົນຂະໜາດໃຫຍ່ອາດຈະເລືອກໃຊ້ວິທີການທົດສອບທຸກໆອາທິດໃນການຊອກຫາໄວຣັສ ແທນການສັກຢາວັກຊີນ, ແຕ່ວ່າ ຄຳສັ່ງໃໝ່ດັ່ງກ່າວນີ້ ແມ່ນໄດ້ຕັດທາງເລືອກດັ່ງກ່າວສໍາລັບພະນັກງານຂອງລັດຖະ ບານກາງ.
ບາງບໍລິສັດໄດ້ທໍາການອອກຄໍາສັ່ງໃຫ້ບັນດາພະນັກງານໄປຮັບການສັກຢາ ຫລືບໍ່ດັ່ງນັ້ນພວກເຂົາເຈົ້າກໍ່ຈະຖືກປົດອອກຈາກວຽກຂອງພວກເຂົາ.
“ຖ້າພວກເຈົ້າຕ້ອງການທີ່ຈະເຮັດວຽກນໍາລັດຖະບານກາງຫລືເຮັດທຸກິດນໍາພວກ ເຮົາ, ໄປຮັບການສັກຢາຊະ,” ນັ້ນຄືຄຳເວົ້າຂອງທ່ານໄບເດັນທີ່ກ່າວອອກມາໃນ ຄໍາປາໄສ ໃນຕອນຄໍ່າວັນພະຫັດ, ໂດຍເນັ້ນຢໍ້າວ່າທ່ານຕ້ອງການທີ່ຈະປົກປ້ອງບັນດາພະນັກງານຊາວອາເມຣິກາ ທີ່ໄດ້ຮັບການສັກຢາວັກຊີນແລ້ວ ຈາກເພື່ອນຮ່ວມງານຂອງພວກເຂົາເຈົ້າ ທີ່ບໍ່ໄດ້ຮັບການສັກຢາວັກຊີນ.
ທ່ານໄບເດັນຍັງໄດ້ປະກາດວ່າ ກະຊວງແຮງງານຈະບັງຄັບໃຫ້ບັນດາທຸລະກິດທີ່ກ່ຽວຂ້ອງ ຈ່າຍເງິນສຳລັບເວລາໃຫ້ພະນັກງານທີ່ໄປຮັບການສັກຢາວັກຊີນ.
ມັນຍັງບໍ່ເປັນທີ່ຈະແຈ້ງໃນທັນທີເທື່ອວ່າ ຄຳສັ່ງຂອງທ່ານໄບເດັນ ຈະກວມເອົາພວກພະນັກງານຂອງລັດຖະບານ ແລະສັນຍາຈ້າງຫຼືບໍ່ ເພື່ອຈະໄດ້ຮັບການອະ ນຸຍາດໃຫ້ໄດ້ຮັບການຍົກເວັ້ນຍ້ອນເຫດຜົນທາງດ້ານສາສະໜາຫຼືດ້ານການແພດ
ຈາກການສັກຢາວັກຊີນດັ່ງກ່າວນີ້.