ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ກ່າວວ່າ ມັນໜ້າອັບອາຍຂາຍໜ້າ ທີ່ທ່ານ ທຣຳ ຍັງບໍ່ຍອມຮັບ ການຜ່າຍແພ້ ໃນການເລືອກຕັ້ງ


ທ່ານ ໄບເດັນ ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ຄົນ 
ໃໝ່  ຍິ້ມໃນຂະນະທີ່ກ່າວຄຳປາໄສຢູ່ໂຮງລະຄອນທີ່ຖືກໃຊ້ເປັນສຳນັກງານໃຫຍ່ການໂອນອຳນາດຂອງທ່ານ, ນະຄອນວິລມິງຕັນ, ລັດ ເດລາແວ. 10 ພະຈິກ, 2020.
ທ່ານ ໄບເດັນ ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ຄົນ  ໃໝ່  ຍິ້ມໃນຂະນະທີ່ກ່າວຄຳປາໄສຢູ່ໂຮງລະຄອນທີ່ຖືກໃຊ້ເປັນສຳນັກງານໃຫຍ່ການໂອນອຳນາດຂອງທ່ານ, ນະຄອນວິລມິງຕັນ, ລັດ ເດລາແວ. 10 ພະຈິກ, 2020.

ທ່ານ ໄບເດັນ ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ຄົນໃໝ່ໄດ້ກ່າວໃນວັນອັງ ຄານວານນີ້ວ່າ ທ່ານບໍ່ໄດ້ເປັນຫ່ວງ ກ່ຽວກັບ ການປະ ຕິເສດທີ່ຈະຍອມແພ້ ໂດຍປະທານາທິບໍດີ ທ່ານ ດໍໂນລ ທຣຳ ຫຼັງຈາກການເລືອກຕັ້ງແຫ່ງຊາດໃນອາທິດທີ່ຜ່ານມາ, ແຕ່ທ່ານຄິດວ່າ ມັນວ່າແມ່ນ “ຄວາມໜ້າອັບອາຍຂາຍໜ້າສຳລັບທ່ານ ທຣຳ ແລະ ປະເທດ.

ທ່ານ ໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນ ວິລມິງຕັນ ລັດ ເດລາແວ, ບ່ອນທີ່ທ່ານກຳລັງເຮັດວຽກ ກ່ຽວກັບ ການໂອນເຂົ້າກຳອຳນາດຂອງທ່ານ ແລະ ວາງແຜນບາດກ້າວທຳອິດ ຫຼັງຈາກການສາບານຕົວເຂົ້າຮັບຕຳແໜ່ງ ທີ່ຄາດວ່າຈະຈັດຂຶ້ນໃນວັນທີ 20 ມັງກອນນັ້ນວ່າ “ຂ້າພະເຈົ້າຄິດວ່າມັນຈະບໍ່ຊ່ວຍ ກ່ຽວກັບ ມູນເຊື້ອຂອງທ່ານປະທານາທິບໍດີ.”

ທ່ານ ທຣຳ, ໂດຍບໍ່ໄດ້ສະເໜີຫຼັກຖານທີ່ສຳຄັນ ກ່ຽວກັບ ການລົງຄະແນນສຽງ ຫຼື ຄວາມຜິດປົກກະ ຕິຂອງການນັບຄະແນນສຽງນັ້ນ, ໄດ້ຍື່ນຟ້ອງຫຼາຍກວ່າສິບສະບັບໃນຫຼາຍລັດ, ເພື່ອພະຍາຍາມທີ່ຈະພິກຜັນການຄາດການໃນການໄດ້ຮັບໄຊຊະນະການເລືອກຕັ້ງຂອງທ່ານ ໄບເດັນ.

ແຕ່ທ່ານ ໄບເດັນ ໄດ້ກ່າວວ່າ, “ພວກເຮົາໄດ້ເລີ່ມຂັ້ນຕອນການໂອນອໍານາດແລ້ວ” ແລະ ການປະ ຕິເສດທີ່ຈະຍອມແພ້ຂອງທ່ານ ທຣຳ “ແມ່ນບໍ່ໄດ້ປ່ຽນ ແປງຂະບວນການດັ່ງກ່າວ.” ທ່ານ ໄບເດັນ ແມ່ນກຳລັງເພັ່ງເລັງໃສ່ການແກ້ໄຂບັນຫາທຳອິດ ກ່ຽວກັບ ໂຣກລະບາດໄວຣັສໂຄໂຣນາ, ທີ່ໄດ້ສັງຫານປະຊາຊົນ ອາເມຣິກັນ ຫຼາຍກວ່າ​ 238,000 ຄົນ, ເຊິ່ງຫຼາຍທີ່ສຸດກວ່າປະເທດໃດໆ.

ທ່ານ ໄບເດັນ ໄດ້ກ່າວວ່າທ່ານອາດທຳການແຕ່ງຕັ້ງຕຳແໜ່ງທີ່ສຳຄັນສອງສາມ ຕຳແໜ່ງໃນລັດ ຖະບານຂອງທ່ານ ກ່ອນວັນຂອບຄຸນພະເຈົ້າປະຈຳປີ, ເຊິ່ງຕົກຖືກວັນທີ 26 ພະຈິກໃນປີນີ້.

ທ່ານໄດ້ກ່າວວ່າ “ຄວາມຈິງທີ່ວ່າເຂົາເຈົ້າບໍ່ຍິນດີທີ່ຈະຮັບຮູ້ໄຊຊະນະຂອງພວກເຮົາບໍ່ໄດ້ມີຜົນກະທົບທີ່ຕາມມາຫຼາຍປານໃດ.”

ທ່ານ ທຣຳ, ໃນການພະຍາຍາມທີ່ຈະຂັດແຍ້ງຜົນຂອງການເລືອກຕັ້ງນັ້ນ, ໄດ້ກີດກັ້ນບໍ່ໃຫ້ເຈົ້າ ໜ້າທີ່ໃນລັດຖະບານຂອງທ່ານຮ່ວມມືກັບບັນດາຕົວແທນຂອງ ທ່ານ ໄບເດັນ ເພື່ອທີ່ຈະຈັດແຈງການໂອນອຳນາດ.

ອົງການບໍລິການທົ່ວໄປ, ເຊິ່ງແມ່ນອົງການນຶ່ງຂອງລັດຖະບານ ສະຫະລັດ, ໄດ້ປະຕິເສດທີ່ຈະຢືນຢັນໄຊຊະນະທີ່ຄາດວ່າຈະເປັນຂອງທ່ານ ໄບເດັນ ນັ້ນ. ມັນໄດ້ເຮັດໃຫ້ບັນດາເຈົ້າໜ້າທີ່ຂອງທ່ານໄບເດັນ ບໍ່ສາມາດເຂົ້າຄວບຄຸມພື້ນທີ່ຫ້ອງການໃນບັນດາອົງການລັດຖະບານກາງຕ່າງໆ, ບໍ່ສາມາດຈັດທີ່ຢູ່ອີເມລຂອງລັດຖະບານໃຫ້ ແລະ ເງິນລັດຖະບານກາງເພື່ອເປັນທຶນໃນການໂອນອຳນາດ.

ແຕ່ທ່ານ ໄບເດັນ ບໍ່ໄດ້ໃຫ້ຄວາມສຳຄັນໃນເລື້ອງນີ້ ໂດຍບໍ່ມີຄວາມເປັນຫ່ວງຫຍັງຫຼາຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG