ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໄບ​ເດັນ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ກາ​ນາ​ດາ ເປັນ​ຄັ້ງ​ທຳ​ອິດ ໃນ​ຖາ​ນະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ກາ​ນາ​ດາ ທ່ານ ຈັ​ສ​ຕິນ ທ​ຣູ​ໂດ ຈັບ​ມື​ກັບ​ທ່ານ ໂຈ ໄບ​ເດັນ ເວ​ລາ​ທີ່​ທ່ານ​ຍັງ​ເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​, ຢູ່​ຫ້ອງ​ການ​ຂອງ​ທ່ານ ທ​ຣູ​ໂດ, ນະ​ຄອນຫຼວງ ອັອດ​ຕາ​ວາ, ກາ​ນາ​ດາ, 9 ທັນ​ວາ 2016.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ກາ​ນາ​ດາ ທ່ານ ຈັ​ສ​ຕິນ ທ​ຣູ​ໂດ ຈັບ​ມື​ກັບ​ທ່ານ ໂຈ ໄບ​ເດັນ ເວ​ລາ​ທີ່​ທ່ານ​ຍັງ​ເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​, ຢູ່​ຫ້ອງ​ການ​ຂອງ​ທ່ານ ທ​ຣູ​ໂດ, ນະ​ຄອນຫຼວງ ອັອດ​ຕາ​ວາ, ກາ​ນາ​ດາ, 9 ທັນ​ວາ 2016.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ມີຫຼາຍ​ບັນ​ຫາ​ທີ່​ສຳ​ຄັນ​ທີ່​ຈະ​ປຶກ​ສາ​ຫາ​ລື​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ທ່ານຈາກ ກາ​ນາ​ດາ ເວ​ລາ​ທີ່​ທ່ານ​ທຳ​ກ​ານ​ຢ້ຽມ​ຢາມ​ນະ​ຄອນຫຼວງ ອັອດ​ຕາ​ວາ ເປັນ​ຄັ້ງ​ທຳ​ອິດ​ໃນ​ຖາ​ນະປະ​ທາ​ນາ​ທິ​ບໍ​ດີ, ອີງ​ຕາມ​ການ​ກ່າວ​ຂອງ​ທຳ​ນຽບ​ຂາວ. ໃນ​ນີ້​ຈະ​ລວມ​ມີ​ບັນ​ຫາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ, ສະ​ພາບ​ອາ​ກາດ​ປ່ຽນ​ແປງ, ການ​ຄ້າ, ຄົນ​ເຂົ້າ​ເມືອງ, ຄວາມ​ຂັດ​ແຍ້ງ​ໃນ ຢູ​ເຄ​ຣນ ແລະ ຄວາມ​ວຸ້ນ​ວາຍ​ໃນ​ປະ​ເທດ ເຮ​ຕີ.

ທ່ານ ໄບ​ເດັນ ຈະ​ອອກ​ເດີ​ນ​ທາງ​ໃນ​ວັນ​ພະ​ຫັດ​ມື້ນີ້​ສຳ​ລັບ​ການ​ຢ້ຽມ​ຢາມ​ນຶ່ງ​ຄືນ​ໃນ​ນະ​ຄອນຫຼວງ​ຂອງ​ປະ​ເທດ ກາ​ນາ​ດາ, ບ່ອນ​ທີ່​ທ່ານ​ຈະ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈັ​ສ​ຕິນ ທ​ຣູ​ໂດ ແລະ ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃນ​ວັນ​ສຸກມື້​ອື່ນ. ໃນ​ເວ​ລາ​ຢູ່​ທີ່​ນັ້ນ, ທ່ານ ໄບ​ເດັນ ຈະ​ປຶກ​ສາ​ຫາ​ລື “ກ່ຽວ​ກັບ ການ​ເອົາ​ບາດ​ກ້າວ​ທີ່​ແຂງ​ແກ່ນ​ເພື່ອ​ຂະ​ຫຍາຍ​ການ​ໃຊ້​ຈ່າຍ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ຜັກ​ດັນ​ການ​ແຂ່ງ​ຂັນ​ທົ່ວ​ໂລກ​ໄປ​ສູ່​ລະ​ດັບ​ສູງ​ສຸດ ກ່ຽວ​ກັບ ພະ​ລັງ​ງານ​ສະ​ອາດ, ແລະ ສ້າງ​ເສດ​ຖະ​ກິດ​ທີ່​ຈະ​ເລີນຮັ່ງ​ມີ ແລະ ກວມ​ລວມ,” ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ຈອນ ເຄີ​ບີ, ຜູ້​ປະ​ສານ​ງານ​ສຳ​ລັບ​ການ​ສື່​ສານ​ດ້ານ​ຍຸດ​ທະ​ສາດ​ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.

ບັນ​ດາ​ນັກ​ຄົ້ນ​ຄວ້າ​ເວົ້າ​ວ່າ ຄວາມ​ສຳ​ຄັນ​ຂອງ​ບັນ​ຫາ​ທີ່​ວ່າ​ນັ້ນ ​ຈະ​ເນັ້ນ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ສາຍ​ພົວ​ພັນ​ທີ່​ໃກ້​ຊິດ​ລະ​ຫວ່າງ ວໍ​ຊິງ​ຕັນ ແລະ ອັອດ​ຕາ​ວາ, ເຊິ່ງ​ສອງ​ປະ​ເທດ​ດັ່ງ​ກ່າວ​ມີ​ເຂດ​ຊາຍ​ແດນ​ຢູ່​ພື້ນ​ດິນ​ທີ່ບໍ່​ມີ​ຮົ້ວ​ປ້ອງ​ກັນ​ທີ່​ຍາວ​ທີ່​ສຸດ​ໃນ​ໂລກ, ແຕ່​ພ້ອມ​ກັບ​ຄ​ວາມບໍ່​ດຸ່ນ​ດ່ຽງ​ຂອງ​ສາຍ​ພົວ​ພັນ​.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG