ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ເລີ່ມ​ການ​ລະ​ດົມ​ທຶນ ​ໃນ​ທ້າຍ​ເດືອນ​ມິ​ຖຸ​ນາ


​ປະ​ທານ​າ​ທິ​ບໍ​ດີ ໂຈ ໄບ​ເດັນ ຟັງ​ຜູ້​ປົກ​ຄອງ​ລັດ ເພັນ​ຊິ​ລ​ເວ​ເນຍ ທ່ານ ຈອ​ສ ຊາ​ປີ​ໂຣ, ຂວາ, ເວົ້າ​ຢູ່​ສະ​ໜາມ​ບິນ​ສາ​ກົນ ຟີ​ລາ​ແດ​ລ​ເຟ​ຍ, 17 ມິ​ຖຸ​ນາ 2023,
​ປະ​ທານ​າ​ທິ​ບໍ​ດີ ໂຈ ໄບ​ເດັນ ຟັງ​ຜູ້​ປົກ​ຄອງ​ລັດ ເພັນ​ຊິ​ລ​ເວ​ເນຍ ທ່ານ ຈອ​ສ ຊາ​ປີ​ໂຣ, ຂວາ, ເວົ້າ​ຢູ່​ສະ​ໜາມ​ບິນ​ສາ​ກົນ ຟີ​ລາ​ແດ​ລ​ເຟ​ຍ, 17 ມິ​ຖຸ​ນາ 2023,

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແມ່​ນ​ກຳ​ລັງ​ເລີ່ມ​ຕົ້ນ​ການລະ​ດົມ​ທຶນ​ທາງ​ການ​ເມືອງ​ ຮອດທ້າຍ​ເດືອນ​ມິ​ຖຸ​ນານີ້ ເພື່ອ​ສະ​ໜັບ​ສະ​ໜູນ​ຂັ້ນ​ທຳ​ອິດ​ຂອງ​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ ​ເອົາ​ຕຳ​ແໜ່ງ​ອີກ​ຄັ້ງ​ໃນ​ປີ 2024.

ທ່ານ ໄບ​ເດັນ ແມ່ນ​ກຳ​ລັງ​ລະ​ດົມ​ທຶນ ​ຢູ່​ສີ່​ງານ​ໃນ​ອາ​ທິດນີ້ ​ຢູ່​ນະ​ຄອນ ແຊນ ແຟ​ຣນ​ຊິ​ສ​ໂກ ​ຕັ້ງ​ຢູ່ຊາຍ​ຝັ່ງກ້ຳ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ທີ່​ນິ​ຍົມ​ພັກ​ເດ​ໂມ​ແຄ​ຣັດ​ຢ່າງ​ໜັກ, ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ເງິນ​ການ​ໂຄ​ສະ​ນາ​ຫາ​ສຽງ​ຢ່າງຫຼວງຫຼາຍ​ສຳ​ລັບ​ບັນ​ດາ​ຜູ້​ນຳ​ແຫ່ງ​ຊາດ​ຂອງ​ພັກ. ລວມ​ທັງ​ໝົດ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ວາງ​ແຜນ​ທີ່​ຈະ​ລະ​ດົມ​ທຶນ​ຫຼາຍກວ່າ 20 ຄັ້ງ​ໃນ​ສອງ​ອາ​ທິດ​ຂ້າງ​ໜ້າ, ປະ​ມານ​ເຄິ່ງ​ທ່ານ​ຈະ​ເປັນ​ຄົນ​ຈັດ, ໃນ​ຂະ​ນະ​ດຽວ​ກັນສະ​ຕີ​ໝາຍ​ເລກ​ນຶ່ງ, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຄາ​ມາ​ລາ ແຮ​ຣິ​ສ ແລະ ສາ​ມີ​ຂອງ​ທ່ານ​ນາງ, ທ່ານ ດັກ​ລາ​ສ ເອັມ​ຮອ​ຟ, ຈະ​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ທີ່​ເຫຼືອ.

ທ່ານ ໄບ​ເດັນ ໄດ້​ປະ​ກາດ​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ອີກ​ນຶ່ງ​ສະ​ໄໝ​ໃນ​ເດືອນ​ເມ​ສາທີ່​ຜ່ານ​ມາ ແຕ່​ບໍ່​ໄດ້​ຈັດ​ງານ​ທາງ​ການ​ເມືອງຫຼາຍ​ນັບ​ຕັ້ງ​ແຕ່າ​ນັ້ນ​ມາ, ແນວ​ໃດ​ກໍ່​ຕາມ​ທ່ານ​ໄດ້​ເດີນ​ທາງ​ຢ່າງ​ເປັນ​ປະ​ຈຳ​ຈາກ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ໄປ​ຫາ​ສະ​ຖານ​ທີ່​ແຂ່ງ​ຂັນ​ທາງ​ການ​ເມືອງ​ທີ່​ສຳ​ຄັນ​ໃນ​ທົ່ວ​ປະ​ເທດ​ ເພື່ອ​ສົ່ງ​ເສີມ​ການ​ໃຊ້​ຈ່າຍ​ດ້ານ​ໂຄງ​ລ່າງ​ພື້ນ​ຖານ, ການ​ຜະ​ລິດ​ໄມ​ໂຄ​ຣ​ຊິບ​ຄອມ​ພິວ​ເຕີ ແລະ ການ​ຄວບ​ຄຸມ​ສະ​ພາບ​ອາ​ກາດ​ທີ່​ລັດ​ຖະ​ສະ​ພາ​ໄດ້​ຮັບ​ຮອງ​ເອົາ​ໃນ​ລະ​ຫວ່າງ​ສອງ​ປີ​ທຳ​ອິດ​ຂອງ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ.

ນອກ​ຈາກ​ງານ​ຢູ່​ນະ​ຄອນ ແຊນ ແຟ​ຣນ​ຊິ​ສ​ໂກ​ແລ້ວ, ທ່ານ ໄບ​ເດັນ ຍັງ​ມີ​ແຜນທີ່​ຈະ​ປາ​ກົດ​ຕົວ​ຢູ່​ງານ​ລະ​ດົມ​ທຶນ​ໃນ​ລັດ​ນິວຢອກ, ແມ​ຣີ​ແລນ ແລະ ອີ​ລີ​ນອຍ, ທັງ​ສາມ​ລັດ​ນັ້ນ​ ເປັນ​ເຂດ​ທີ່​ໝັ້ນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ. ບັນ​ດາ​ສະ​ຫະ​ພັນ​ແຮງ​ງານ​ທີ່​ສຳ​ຄັນກໍ​ໄດ້​ຮັບ​ຮອງ​ເອົາ​ທ່ານ ໄບ​ເດັນ ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ​ຢູ່​ລັດ ເພັນ​ຊິ​ລ​ເວ​ເນຍ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ, ເຊິ່ງ​ແມ່​ນ​ສະ​ຖານ​ທີ່​ແຂ່ງ​ຂັນ​ທາງ​ການ​ເມືອງ​ຕາມ​ທຳ​ນຽມ​.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG