ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ຈະສົ່ງທ່ານຊູລີວານ ໄ​ປນະຄອນຫຼວງໂຕກຽວ ເພື່ອປຶກສາຫາລືກັບ ຍີ່ປຸ່ນ, ຟິລິບປິນ ແລະເກົາຫລີໃຕ້


ແຟ້ມພາບ - ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານ ເຈກ ຊູລີວານ (Jake Sullivan) ກ່າວໃນກອງປະຊຸມສະຫຼຸບປະຈຳວັນ ທີ່ທຳນຽບຂາວ ໃນວໍຊິງຕັນ, ວັນທີ 12 ທັນວາ 2022
ແຟ້ມພາບ - ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານ ເຈກ ຊູລີວານ (Jake Sullivan) ກ່າວໃນກອງປະຊຸມສະຫຼຸບປະຈຳວັນ ທີ່ທຳນຽບຂາວ ໃນວໍຊິງຕັນ, ວັນທີ 12 ທັນວາ 2022

ປະທານາທິບໍດີໂຈ ໄບເດັນ ກໍາລັງສົ່ງ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານ ເຈກ ຊູລີວານ (Jake Sullivan) ໄປນະຄອນຫຼວງໂຕກຽວ ໃນອາທິດນີ້ ເພື່ອໂອ້ລົມກັບຄູ່ຮ່ວມຕຳແໜ່ງຂອງທ່ານ ຈາກຍີ່ປຸ່ນ, ຟີລິບປິນ ແລະເກົາຫລີໃຕ້ ອີງຕາມລາຍ​ງານອົງການຂ່າວ ເອພີ. ສະພາຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນວັນອັງຄານຜ່ານ​ມານີ້ວ່າ ທ່ານ ຊູລີວານ ຍັງຈະເຂົ້າຮ່ວມ “ກອງປະຊຸມສາມຝ່າຍຄັ້ງທຳອິດ ຂອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງຍີ່ປຸ່ນ, ຟີລິບປິນ ແລະ ສະຫະລັດ” ໃນຂະນະທີ່ຢູ່ໃນຍີ່ປຸ່ນ. ການ​ຢ້ຽມ​ຢາມ​ຂອງ​ທ່ານ ຊູລີວານ ມີ​ຂຶ້ນ​ຫຼັງ​ຈາກ​ກຳ​ປັ່ນ​ຍາມ​ຝັ່ງ​ສະຫະລັດ, ຍີ່​ປຸ່ນ ແລະ​ຟີ​ລິບ​ປິນ ໄດ້​ດຳ​ເນີນ​ການຝຶກຊ້ອມການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ຢູ່​ເຂດ​ນ່ານ​ນ້ຳ​ໃກ້ກັບ​ທະ​ເລ​ຈີນ​ໃຕ້ ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ໃນ​ຕົ້ນ​ເດືອນ​ນີ້ ຮ່ວມກັນ. ວໍ​ຊິງ​ຕັນ ​ໄດ້​ເພີ່ມ​ທະວີ​ຄວາມ​ພະຍາຍາມ​ໃນການ​ເສີມ​ຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​ພັນທະ​ມິດ​ໃນ​ເອ​ເຊຍ ທ່າມກາງ​ການ​ແຂ່ງຂັນກັບຈີນ ​ທີ່​ເຄັ່ງ​ຕຶງຫຼາຍ​ຂຶ້ນ​.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG