ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກພັກເດໂມແຄຣັດ ສືບສວນເລື້ອງ ປ. ທຣໍາ ປົດຫົວໜ້າ ຜູ້ກວດກາ ກ.ຊ. ການຕ່າງປະເທດອອກ


ທ່ານ Steve Linick ຫົວໜ້າຜູ້ກວດກາກະຊວງການຕ່າງປະເທດ ກໍາລັງຍາງອອກຈາກກອງປະຊຸມຢູ່ໃນເຂດທີ່ມີການຍາມຮັກສາຄວາມປອດໄພສູງຢູ່ຕຶກລັດຖະສະພາ (Capitol) ຫລັງຈາກໄດ້ພົບກັບພະນັກງານຂອງສະພາສູງ ກ່ຽວກັບເລື້ອງກະຊວງການຕ່າງປະເທດ ແລະ ຢູເຄຣນແລ້ວ ໃນວັນທີ 2 ຕຸລາ, 2019.
ທ່ານ Steve Linick ຫົວໜ້າຜູ້ກວດກາກະຊວງການຕ່າງປະເທດ ກໍາລັງຍາງອອກຈາກກອງປະຊຸມຢູ່ໃນເຂດທີ່ມີການຍາມຮັກສາຄວາມປອດໄພສູງຢູ່ຕຶກລັດຖະສະພາ (Capitol) ຫລັງຈາກໄດ້ພົບກັບພະນັກງານຂອງສະພາສູງ ກ່ຽວກັບເລື້ອງກະຊວງການຕ່າງປະເທດ ແລະ ຢູເຄຣນແລ້ວ ໃນວັນທີ 2 ຕຸລາ, 2019.

ພວກເຈົ້າໜ້າທີ່ລັດຖະສະພາທີ່ມີຄວາມຄຸ້ນເຄີຍກັບບັນຫາດັ່ງກ່າວໄດ້ບອກບັນດາອົງການຂ່າວສະຫະລັດວ່າ ຫົວໜ້າຜູ້ກວດກາກະຊວງການຕ່າງປະເທດທີ່ປະທານາທິບໍດີທຣໍາ ປົດອອກຈາກຕໍາແໜ່ງນັ້ນ ແມ່ນກໍາລັງກວດກາເບິ່ງການກ່າວຫາທີ່ເວົ້າວ່າ ທ່ານ ໄມຄ໌ ພອມພຽວໄດ້ໃຫ້ພະນັກງານຄົນນຶ່ງເຮັດວຽກສ່ວນຕົວໃຫ້ເພິ່ນ ເຊັ່ນພາໝາເພິ່ນໄປຍ່າງຫລິ້ນ ດັ່ງນີ້ເປັນຕົ້ນ.

ໜັງສືພິມວໍຊິງຕັນໂພສທ໌ (Washington Post) ແລະ NBC ໄດ້ລາຍງານ ຄວາມຄືບໜ້າກ່ຽວກັບເລື້ອງນີ້ ໃນວັນອາທິດວານນີ້.

ນອກຈາກ ຈະພາໝາເພິ່ນໄປຍ່າງຫລິ້ນແລ້ວ ພວກເຈົ້າໜ້າທີ່ຍັງເວົ້າວ່າ ທ່ານ ພອມພຽວ ໄດ້ໃຫ້ພະນັກງານຄົນນັ້ນ ໄປເອົາເຄື່ອງຢູ່ຮ້ານຊັກແຫ້ງ ແລະຈອງ ຮ້ານອາຫານໃຫ້ທ່ານພອມພຽວ ແລະພັນລະຍາຂອງເພິ່ນ.

ພວກສັງກັດພັກເດໂມແຄຣັດຢູ່ສະພາຕໍ່າ ແລະສະພາສູງໄດ້ເລີ້ມທໍາການສືບ ສວນກ່ຽວກັບເລື້ອງທີ່ທ່ານ ທຣໍາໄດ້ປົດທ່ານ ສຕີຟ ລີນິກ (Steve Linick) ອອກ ຊຶ່ງເປັນການເຄື່ອນໄຫວ ທີ່ທໍານຽບຂາວເວົ້າວ່າ ໄດ້ຮັບຄໍາແນະນໍາຈາກ ທ່ານພອມພຽວນັ້ນ.

ສະມາຊິກສະພາສູງບອບ ເມເນນເດສ (Bob Menendez) ແລະ ອີລິອອດ ເອນໂຈ (Eliot Engel) ໄດ້ສົ່ງຈົດໝາຍຮ່ວມກັນໄປຫາທໍານຽບຂາວ ເພື່ອຂໍ ໃຫ້ພວກເຈົ້າໜ້າທີ່ລັດຖະບານມອບເອກະສານທີ່ກ່ຽວຂ້ອງກັບການ ປົດທ່ານ ລົງຈາກຕໍາແໜ່ງນີ້ໃຫ້ ພາຍໃນວັນສຸກຈະມາເຖິງນີ້.

“ປະທານາທິບໍດີບໍ່ສາມາດປົດພວກກວດກາອອກຈາກຕໍາແໜ່ງ ໂດຍປາດສະ ຈາກການໃຫ້ເຫດຜົນ ທີ່ຖືກຕ້ອງ ແລະພິເສູດໄດ້ ໃຫ້ແກ່ລັດຖະສະພາ-ໃຫ້ແກ່ ລັດຖະສະພາທັງໝົດ. ເຫດຜົນທີ່ເປັນຄວາມລັບແມ່ນໃຊ້ການບໍ່ໄດ້.” ນັ້ນຄືຄໍາເວົ້າ ຂອງທ່ານເມເນນເດສ ທີ່ກາວໃນວັນອາທິດວານນີ້.

ປະທານສະພາຕໍ່າ, ທ່ານນາງ ແນນຊີ ເພໂລຊີ ກ່າວຢູ່ໃນລາຍການໂທລະພາບ “Face the Nation” ຂອງອົງການຂ່າວ CBS ສະແດງໃຫ້ເຫັນວ່າ ການປົດ ທ່ານ ລີນິກ ອອກຈາກຕໍາແໜ່ງເປັນເລື້ອງ “ທີ່ບໍ່ດີເລີຍ ເມື່ອທ່ານເອົາຜູ້ໃດຜູ້ນຶ່ງ ທີ່ມີໄວ້ຫັ້ນ… ເພື່ອໄວ້ເຮັດໃຫ້ການສິ້ນເປືອງ, ການສໍ້ໂກງ, ການຂົ່ມເຫັງ ຫລື ການລະເມີດຕໍ່ກົດໝາຍ ທີ່…ພວກເຂົາເຈົ້າຄິດວ່າກໍາລັງເກີດຂຶ້ນຢູ່ນັ້ນ ໃຫ້ມັນ ໝົດໄປ.”

ທ່ານນາງເພໂລຊີ ກ່າວເພີ້ມວ່າ “ສະນັ້ນ, ມາພາກັນເບິ່ງ ແລະພິຈາລະນາ ເບິ່ງ ນໍາກັນ.” ທ່ານນາງກ່າວຕໍ່ໄປອີກວ່າ “ທ່ານປະທານາທິບໍດີ ມີສິດທີ່ຈະເອົາພະ ນັກງານລັດຖະບານກາງຄົນໃດອອກການກໍໄດ້. ແຕ່ຄວາມຈິງກໍຄືວ່າ, ຄັນມັນ
ເບິ່ງຄືວ່າມັນເປັນການແກ້ແຄ້ນຕໍ່ບາງສິ່ງບາງຢ່າງ ທີ່ທະນາຍຄວາມ, ຫົວໜ້າ
ກວດກາ ຫລື IG ເຮັດຢູ່ແລ້ວ, ອັນນັ້ນອາດຈະເປັນການເຮັດຜິດກົດໝາຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG