ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໄບເດັນ ຕ້ອງຕິ ວິທີການຮັບມື ກັບໄວຣັສໂຄໂຣນາ ຂອງ ທ. ທຣໍາ


ອະດີດຮອງປະທານາທິບໍດີ ໂຈ ໄບເດັນ, ຜູ້ສະໝັກເລືອກຕັ້ງ ສັງກັດພັກເດໂມແຄຣັດເຂົ້າຮ່ວມການໂຕ້ວາທີຄັ້ງທີ 11 ຢູ່ໃນການຫາສຽງສະໜັບສະໜຸນໃຫ້ເປັນປະທານາທິບໍດີຢູ່ໃນການເລືອກຕັ້ງປີ 2020 ນີ້ ຢູ່ຫ້ອງຂ່າວຂອງໂທລະພາບ CNN ໃນນະຄອນຫລວງວໍຊິງຕັນ
ອະດີດຮອງປະທານາທິບໍດີ ໂຈ ໄບເດັນ, ຜູ້ສະໝັກເລືອກຕັ້ງ ສັງກັດພັກເດໂມແຄຣັດເຂົ້າຮ່ວມການໂຕ້ວາທີຄັ້ງທີ 11 ຢູ່ໃນການຫາສຽງສະໜັບສະໜຸນໃຫ້ເປັນປະທານາທິບໍດີຢູ່ໃນການເລືອກຕັ້ງປີ 2020 ນີ້ ຢູ່ຫ້ອງຂ່າວຂອງໂທລະພາບ CNN ໃນນະຄອນຫລວງວໍຊິງຕັນ

ອະດີດຮອງປະທານາທິບໍດີ ໂຈ ໄບເດັນ, ທີ່ຄ້າຍຄືວ່າຈະໄດ້ເປັນຜູ້ໄດ້ຮັບການ ແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າພັກເດໂມແຄຣັດ ເຂົ້າຮ່ວມການເລືອກຕັ້ງແຫ່ງຊາດ ໃນເດືອນພະຈິກທີ່ຈະມາເຖິງນີ້, ໃນວັນອາທິດວານນີ້ ໄດ້ກ່າວຫາປະທານາທິບໍ ດີດໍໂນລ ທຣໍາ ທີ່ສັງກັດພັກຣີພັບບລິກັນນັ້ນວ່າ ທໍາການຮັບມືກັບໄພຂົ່ມຂູ່ຈາກ ໄວຣັສໂຄໂຣນາຊ້າ ແລະຍັງຂາດການຜັກດັນໃນການຮັບມືກັບການລະບາດໃນ ລະດັບໂລກຂອງເຊື້ອພະຍາດນີ້ຢູ່.

“ມັນເປັນເລື້ອງກ່ຽວກັບຄວາມສຸກເສີນ ແລະຂ້າພະເຈົ້າຄິດວ່າ ມັນຍັງບໍ່ທັນພໍ ພຽງແຕ່ເທົ່ານັ້ນເທື່ອ,” ນັ້ນຄືຄໍາເວົ້າ ຂອງທ່ານໄບເດັນທີ່ກ່າວຢູ່ໃນລາຍການ “This Week” ຂອງໂທລະພາບ ABC. ທ່ານເວົ້າວ່າ ທ່ານທຣໍາຕ້ອງກະທໍາ ການຢ່ອງກະທັນຫັນ ວ່ອງໄວກວ່ານັ້ນອີກ” ໃນການຮັບມືກັບວິກິດການດັ່ງກ່າວ.

ສ່ວນທ່ານທຣໍາ ໃນຂະນະທີ່ກໍາລັງເພີ້ມການໂຈມຕີຂອງທ່ານເອງຕໍ່ຄວາມສາ ມາດໃນການປະຕິບັດງານຂອງທ່ານໄບເດັນຂຶ້ນ ຢູ່ໃນກອງປະຊຸມຖະແຫລງ ຂ່າວເມື່ອມໍ່ໆມານີ້ນັ້ນ, ແຕ່ທ່ານກໍໄດ້ສະແດງຄວາມຮູ້ສຶກດີໃຈ ຕໍ່ການສັນລະ ເສີນຂອງທ່ານ ໄບເດັນໃນການກະທໍາຂອງທ່ານທຣໍາ ໃນເດືອນມັງກອນຜ່ານ ມາ ທີ່ໄດ້ຫ້າມບໍ່ໃຫ້ມີສາຍການບິນຈາກຈີນເຂົ້າມາຍັງສະຫລັດ ພາຍຫລັງທີ່ມີ ການລະບາດ ເກີດຂຶ້ນທໍາອິດຢູ່ໃນເມືອງວູຫານຂອງຈີນ.

ແຕ່ວ່າ ທ່ານໄບເດັນກໍໄດ້ຕອບກັບໄປວ່າ “ພວກເຮົາເລີ້ມເຮັດຊ້າ. 45 ປະເທດ ໄດ້ເລີ້ມເຮັດແລ້ວ ກ່ອນທ່ານເຮັດ” ໃນການຕັດສາຍການບິນມາຈາກຈີນ.

ທ່ານທຣໍາມັກຈະເອີ່ຍເຖິງທ່ານໄບເດັນວ່າເປັນທ້າວ “ໂຈທີ່ເຫງົານອນ” ໃນຂະ ນະທີ່ຄະນະໂຄສະນາຫາສຽງຂອງທ່ານໄດ້ບອກໃຫ້ ພວກເປັນຜູ້ແທນທາງການ ເມືອງໃຫ້ພາກັນເຮັດໃຫ້ຄົນເຫັນວ່າ ທ່ານ ໄບເດັນ ແລະພວກສັງກັດພັກເດໂມ ແຄຣັດຄົນອື່ນໆ ເປັນ "ພວກຄັດຄ້ານ" ຕໍ່ການດໍາເນີນຄວາມພະຍາຍາມຂອງ ທ່ານ ທຣໍາໃນການຕໍ່ສູ້ກັບການລະບາດຂອງພະຍາດນີ້.

ທ່ານ ໄບເດັນ ທີ່ໄດ້ລົງສະໝັກເປັນປະທານາທິບໍດີໃນຮອບທີ 3 ແລ້ວໃນຫຼາຍ ກວ່າ 3 ທົດສະວັດຜ່ານມານັ້ນເວົ້າວ່າ ສະຫະລັດອາດຈະຕ້ອງການຊຸດມາດຕະ ການບັນເທົາທຸກ ຈາກໄວຣັສໂຄໂຣນາອີກ 2 ຊຸດ ນອກເໜືອຈາກຊຸດ 2 ພັນຕື້ ໂດລາ ທີ່ທ່ານທຣໍາໄດ້ເຊັນໃຫ້ເປັນກົດໝາຍໄປແລ້ວ ໃນສອງອາທິດກວ່າຜ່ານ ມານັ້ນອີກ. ທ່ານທຣໍາ ແລະບັນດາຜູ້ນໍາຢູ່ໃນລັດຖະສະພາ ໄດ້ສະເໜີວ່າ ອາດ ຈະຕ້ອງໄດ້ມີການຊ່ວຍເຫລືອເພີ້ມເຕີມອີກ ແຕ່ວ່າໃນປັດຈຸບັນ ຄວາມຮູ້ສຶກທົ່ວ ໄປຢູ່ໃນວໍຊິງຕັນ ຂ້ອນຂ້າງຢາກຈະເບິ່ງກ່ອນວ່າ ການຊ່ວຍເຫລືອຊຸດທໍາອິດ ນີ້ ມີປະສິດທິພາບຫລາຍປານໃດ ກ່ອນຈະຮັບຜ່ານນິຕິກໍາໃໝ່ອີກ.

ທ່ານໄບເດັນເວົ້າວ່າ ທ່ານຈະໃສ່ຜ້າປິດປາກໃນເວລາອອກໄປຜະຈົນໄພຢູ່ຂ້າງ ນອກ ແຕ່ວ່າເທົ່າທີ່ຜ່ານມາທ່ານກໍບໍ່ໄດ້ອອກເຮືອນຂອງທ່ານ ທີ່ຢູ່ໃນລັດເດລາ ແວ ທາງພາກຕາເວັນອອກຂອງປະເທດນັ້ນ ໄປໃສເທື່ອ. ບັນດາເຈົ້າໜ້າທີ່ການ ແພດ ດຽວນີ້ໄດ້ແນະນໍາ ແຕ່ກໍບໍ່ໄດ້ບັງຄັບວ່າ ໃຫ້ຄົນໃສ່ຜ້າປິດປາກໃນເວລາທີ່ ອອກເຮືອນໄປຂ້າງນອກ.

ແຕ່ວ່າ ໃນວັນເສົາຜ່ານມານີ້ ທ່ານ ທຣໍາເວົ້າວ່າ ທ່ານຈະບໍ່ເຮັດຕາມຄໍາແນະ ນໍາ ໃຫ້ໃສ່ຜ້າປິດປາກນັ້ນເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG