ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ແລະ ພັກເດໂມແຄຣັດ ຈະທຳການໂຄສະນາສົ່ງເສີມ ຜົນປະໂຫຍດຂອງ ໂຄງການຊ່ວຍເຫຼືອ ໄວຣັສໂຄໂຣນາ


ປະທານາທິບໍດີ ໂຈ ໄບເດັນ ຖືໜ້າກາກຂອງທ່ານ ໃນຂະນະທີ່ທ່ານເວົ້າ ກ່ຽວກັບ ໂຣກລະບາດ COVID-19 ໃນລະຫວ່າງ ການກ່າວຄຳປາໄສຈາກຫ້ອງປະຊຸມກໍ້າຕາເວັນອອກຂອງທຳນຽບຂາວ, 11 ມີນາ, 2021.
ປະທານາທິບໍດີ ໂຈ ໄບເດັນ ຖືໜ້າກາກຂອງທ່ານ ໃນຂະນະທີ່ທ່ານເວົ້າ ກ່ຽວກັບ ໂຣກລະບາດ COVID-19 ໃນລະຫວ່າງ ການກ່າວຄຳປາໄສຈາກຫ້ອງປະຊຸມກໍ້າຕາເວັນອອກຂອງທຳນຽບຂາວ, 11 ມີນາ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແລະ ສະມາຊິກພັກເດໂມແຄຣັດຄົນອື່ນໆ ແມ່ນຈະເລີ່ມທຳການຢ້ຽມຢາມຫຼາຍລັດໃນອາທິດນີ້ ເພື່ອ ໂຄສະນາສົ່ງເສີມໂຄງການຊ່ວຍເຫຼືອໄວຣັສໂຄ ໂຣນາທີ່ມີມູນຄ່າ ນຶ່ງພັນເກົ້າຮ້ອຍຕື້ໂດລາ ທີ່ຖືກເຊັນເປັນກົດໝາຍໂດຍທ່ານ ໄບເດັນ ໃນອາທິດແລ້ວນີ້, ໂດຍຫວັງທີ່ຈະຮັບປະກັນຕໍ່ບັນດາຜູ້ລົງຄະແນນສຽງວ່າເຂົາເຈົ້າຮູ້ວ່າການຊ່ວຍເຫຼືອສາ ມາດຊ່ວຍເຂົາເຈົ້າແນວໃດ ແລະ ວ່າມັນໄດ້ຖືກອະນຸມັດໂດຍການຄັດຄ້ານຂອງພັກຣີິພັບບລີິກັນຢ່າງພ້ອມພຽງກັນ.

ທ່ານ ໄບເດັນ ແມ່ນມີກຳນົດທີ່ຈະເວົ້າ ກ່ຽວກັບ ແຜນການດັ່ງກ່າວໃນຄຳປາໄສຂອງທ່ານຢູ່ທຳນຽບຂາວໃນວັນຈັນມື້ນີ້, ໃນຂະນະທີ່ພັນລະຍາຂອງທ່ານ, ທ່ານ ນາງ ຈິລ ຈະເດີນທາງໄປລັດ ນິວ ເຈີຊີ ເພື່ອໄປຮ່ວມກັບຜູ້ປົກຄອງລັດ ທ່ານ ຟິລ ເມີຟີ ຢູ່ໂຮງຮຽນປະຖົມແຫ່ງນຶ່ງ ບ່ອນທີ່ທ່ານນາງຄາດ ວ່າຈະເວົ້າ ກ່ຽວກັບ ບາດກ້າວຕ່າງໆໄດ້ທີ່ໂຮງຮຽນໄດ້ເຮັດເພື່ອເປີດຄືນ ແລະ ວິທີທີ່ໂຄງການຊ່ວຍເຫຼືອຈະສາມາດຊ່ວຍຄອບຄົວຂອງເຂົາເຈົ້າແນວໃດ.

ຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮຣິສ ຈະເດີນທາງໄປນະຄອນ ລາສ ເວກາສ ໃນວັນຈັນມື້ນີ້ ບ່ອນທີ່ທ່ານນາງຈະຢ້ຽມຢາມສະຖານທີ່ສັກຢາ COVID-19 ແຫ່ງນຶ່ງ.

ທ່ານ ໄບເດັນ ຈະທຳການເດີນທາງຄັ້ງທຳອິດຂອງທ່ານ ເພື່ອໂຄສະນາສົ່ງເສີມແຜນການຊ່ວຍ ເຫຼືອດັ່ງກ່າວໃນວັນອັງຄານມື້ອື່ນເວລາທີ່ທ່ານຈະໄປລັດ ເດລາ ແວ, ເຊິ່ງແມ່ນໃນເຂດຊານເມືອງທີ່ສຳຄັນຂອງນະຄອນ ຟິລາແດລເຟຍ ໃນລັດ ເພັນຊິລເວເນຍ ທາງພາກຕາເວັນອອກຂອງ ສະຫະ ລັດ, ບ່ອນທີ່ທ່ານໄດ້ເອົາຊະນະອະດີດປະທານາທິບໍດີ ດໍໂນລ ທຣຳ ໃນການເລືອກຕັ້ງເມື່ອເດືອນ ພະຈິກປີກາຍນີ້.

ໂຄງການຊ່ວຍເຫຼືອດັ່ງກ່າວ ແມ່ນນຶ່ງໃນໂຄງການຊ່ວຍເຫຼືອທາງເສດຖະກິດທີ່ໃຫຍ່ທີ່ສຸດໃນປະ ຫວັດສາດຂອງ ສະຫະລັດ ແລະ ເປັນກົດໝາຍນິຕິບັນຍັດທີ່ສຳຄັນອັນທຳອິດທີ່ທ່ານ ໄບເດັນ ໄດ້ຊະນະ. ມັນໄດ້ຖືກອະນຸມັດດ້ວຍການລົງຄະແນນສຽງຂອງພັກເດໂມແຄຣັດພຽງຜູ້ດຽວ. ບັນດາສະ ມາຊິກພັກຣີພັບບລີກັນ ໄດ້ຄັດຄ້ານຂະໜາດຂອງຂໍ້ຕົກລົງດັ່ງກ່າວ ແລະ ຕໍ່ກັບຂໍ້ເທັດຈິງທີ່ວ່າ ທຶນຈຳນວນນຶ່ງແມ່ນບໍ່ໄດ້ຂໍ້ຜູກມັດໂດຍກົງເພື່ອພະຍາຍາມທີ່ຈະສິ້ນສຸດໂຣກລະບາດໃນ ສະຫະລັດ, ບ່ອນທີ່ປະຊາຊົນ ອາເມຣິກັນ ໄດ້ເສຍຊີວິດຫຼາຍກວ່າ 534,000 ຄົນ.

ທ່ານ ໄບເດັນ ໄດ້ກ່າວໃນຄຳປາໄສຂອງທ່ານໃນຄືນວັນພະຫັດທີ່ຜ່ານມາວ່າ ບັນດາສະມາຊິກໃນລັດຖະບານຂອງທ່ານ ຈະກະຈາຍກັນອອກໄປທົ່ວປະເທດເພື່ອ “ເວົ້າໂດຍກົງ” ຕໍ່ປະຊາຊົນ ອາເມຣິກັນ ກ່ຽວກັບ ແຜນການນັ້ນ.

ທ່ານ ໄບເດັນ ແລະ ສະມາຊິກພັກເດໂມແຄຣັດຄົນອື່ນໆມີແຜນທີ່ຈະກ່າວຢໍ້າຕໍ່ປະຊາຊົນ ອາເມຣິກັນ ຫຼາຍລ້ານຄົນ, ທຸກຄົນຍົກເວັ້ນຜູ້ທີ່ມີລາຍໄດ້ສູງ, ວ່າເຂົາເຈົ້າຈະໄດ້ຮັບເຊັກເງິນສົດການຊ່ວຍ ເຫຼືອ 1,400 ໂດລາ, ພ້ອມດ້ວຍການຫັກພາສີສຳລັບເດັກນ້ອຍ. ເງິນຫຼາຍຕື້ໂດລາໄດ້ຖືກສົ່ງໄປໃຫ້ລັດ ແລະ ລັດຖະບານໃນທ້ອງຖິ່ນ ແລະ ທຸລະກິດຕ່າງໆທີ່ຖືກກະທົບໜັກໂດຍໂຣກລະບາດຕະ ຫຼອດປີໃນ ສະຫະລັດ. ນອກຈາກນັ້ນການຊ່ວຍເຫຼືອແມ່ນຖືກໃຊ້ເພື່ອຂະຫຍາຍການສັກຢາໃຫ້ປະຊາຊົນ ອາເມຣິກັນ ຫຼາຍລ້ານຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG