ໃນອັນທີ່ປາກົດວ່າເປັນການປ່ຽນນ້ຳສຽງນັ້ນ, ປະທານາທິບໍດີ ໂຈ ໄບເດັນ ໃນວັນພຸດວານນີ້ໄດ້ສະແດງຄວາມເປັນຫ່ວງທີ່ສຳຄັນທີ່ສຸດສຳລັບພົນລະເຮືອນຊາວປາແລັສໄຕນ ທີ່ຖືກກະທົບໂດຍຄວາມຂັດແຍ້ງລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ.
ທ່ານ ໄບເດັນ ໄດ້ກ່າວວ່າທ່ານຈະສືບຕໍ່ຕື່ນຕົວ ກ່ຽວກັບ ການໂຈມຕີໂດຍສິ່ງທີ່ທ່ານເອີ້ນວ່າພວກຜູ້ຕັ້ງຖິ່ນຖານຫົວຮຸນແຮງຕໍ່ຊາວປາແລັສໄຕນ ໃນເຂດເວັສແບັ້ງ, ໂດຍປຽບທຽບການໂຈມຕີຕ່າງໆໃສ່ “ການເທນ້ຳມັນແອັດຊັງໃສ່ໄຟ.”
ທ່ານໄດ້ກ່າວຄຳປາໄສໃນຕອນເລີ່ມຕົ້ນຂອງກອງປະຊຸມຖະແຫຼງຂ່າວຮ່ວມຂອງທ່ານກັບນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ແອນໂທນີ ອາລບານີສ໌, ຜູ້ທີ່ໄດ້ຢູ່ໃນທຳນຽບຂາວສຳລັບການຢ້ຽມຢາມທາງລັດຖະການ.
ທ່ານໄດ້ກ່າວວ່າ “ນີ້ແມ່ນຂໍ້ຕົກລົງ. ຂໍ້ຕົກລົງທີ່ໄດ້ເຮັດ, ແລະ ພວກເຂົາແມ່ນກຳລັງໂຈມຕີຊາວ ປາແລັສ ໄຕນ ໃນສະຖານທີ່ຕ່າງໆທີ່ພວກເຂົາມີສິດຢູ່,” ເຊິ່ງທ່ານໄດ້ອ້າງເຖິງຂໍ້ຕົກລົງ ອອສໂລ ປີ 1993. ທ່ານເວົ້າວ່າ “ມັນຕ້ອງຢຸດ. ພວກເຂົາຕ້ອງຖືກຈັບມາລົງໂທດ. ມັນຕ້ອງຢຸດດຽວນີ້.”
ອີງຕາມກະຊວງສາທາລະນະສຸກທີ່ດຳເນີນການໂດຍອຳນາດການປົກຄອງປາແລັສໄຕນນັ້ນ, ຊາວປາແລັສໄຕນ ຫຼາຍກວ່າ 100 ຄົນຖືກຂ້າຕາຍໃນການໂຈມຕີແກ້ແຄ້ນຢູ່ເຂດເວັສແບັ້ງໂດຍຜູ້ຕັ້ງຖິ່ນຖານຊາວ ອິສຣາແອລ ແລະ ໃນການຈູ່ໂຈມໂດຍກອງທັບນັບຕັ້ງແຕ່ກຸ່ມ ຮາມາສ ໄດ້ເລີ່ມການບຸກລຸກຂອງພວກເຂົາໃນແຜ່ນດິນຂອງ ອິສຣາແອລ ເມື່ອວັນທີ 7 ຕຸລາທີ່ຜ່ານມາ, ເປັນການໂຈມຕີທີ່ບັນດາເຈົ້າໜ້າທີ່ ອິສຣາແອລ ໄດ້ກ່າວວ່າຢ່າງໜ້ອຍ 1,400 ຄົນຖືກສັງຫານ ແລະ 200 ຄົນຖືກຈັບເປັນໂຕປະກັນ.
ທ່ານ ໄບເດັນ ບໍ່ໄດ້ກ່າວເຖິງບົດບາດຂອງກອງທັບ ອິສຣາແອລ ໃນຄວາມຮຸນແຮງຢູ່ເຂດ ເວັສແບັ້ງ. ລຸນຫຼັງການໂຈມຕີຂອງກຸ່ມຮາມາສ, ລັດຖະມົນຕີຄວາມໝັ້ນຄົງແຫ່ງຊາດ ທ່ານ ອິຕາມາ ເບັນ-ກະເວຍ, ເຊິ່ງເປັນຜູ້ຕັ້ງຖິ່ນຖານຫົວອະນຸລັກນິຍົມຈັດ ທີ່ມີປະຫວັດກ່ຽວກັບການຍຸແຍ່ຕໍ່ຕ້ານອາຣັບນັ້ນ, ໄດ້ແຈກຢາຍອາວຸດໃຫ້ພວກຜູ້ຕັ້ງຖິ່ນຖານ, ເຊິ່ງຫຼາຍຄົນແມ່ນໄດ້ພົກພາອາວຸດຢ່າງໜັກຢູ່ແລ້ວ.
ກຸ່ມຮາມາສ, ເຊິ່ງແມ່ນກຸ່ມຫົວຮຸນແຮງທີ່ຄວບຄຸມເຂດກາຊາ, ໄດ້ອ້າງວ່າການຄອບຄອງເຂດເວັສແບັ້ງດົນຫຼາຍທົດສະວັດຂອງ ອິສຣາແອລ ແມ່ນລວມຢູ່ໃນແຮງຈູງໃຈຂອງພວກເຂົາສຳລັບການໂຈມຕີພົນລະເຮືອນ ແລະ ທະຫານຂອງ ອິສຣາແອລ.