ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໄບເດັນ ໃຫ້ເຫດຜົນ ໃນການຕັດສິນໃຈຂອງທ່ານ ສໍາລັບການຖອນທະຫານ ອອກຈາກ ອັຟການິສຖານ


ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນກ່າວກ່ຽວກັບອັຟການິສຖານຜ່ານທາງໂທລະພາບທີ່ມີຄວາມຍາວ 20 ນາທີ ຈາກຫ້ອງການທາງຕາເວັນອອກຂອງທຳນຽບຂາວໃນວັນທີ 16 ສິງຫາ 2021
ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນກ່າວກ່ຽວກັບອັຟການິສຖານຜ່ານທາງໂທລະພາບທີ່ມີຄວາມຍາວ 20 ນາທີ ຈາກຫ້ອງການທາງຕາເວັນອອກຂອງທຳນຽບຂາວໃນວັນທີ 16 ສິງຫາ 2021

ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນກຳລັງໃຫ້ເຫດຜົນ ເພື່ອປົກປ້ອງການຕັດສິນໃຈຂອງທ່ານ ໃນການຖອນກຳລັງທະຫານອາເມຣິກັນ ອອກຈາກ ອັຟການິສຖານເຖິງແມ່ນວ່າຈະເກີດເຫດພິບັດຢ່າງວ່ອງໄວຢູ່ທີ່ນັ້ນກໍຕາມ, ໂດຍປະຕິຍານວ່າ ຈະບໍ່ສົ່ງບັນຫານີ້ຕໍ່ໄປ ໃຫ້ປະທານາທິບໍດີສະຫະລັດຄົນທີຫ້າ.

ທ່ານປະທານາທິບໍດີໄດ້ກ່າວຢູ່ໃນຄຳປາໄສທາງໂທລະພາບທີ່ມີຄວາມຍາວ 20 ນາທີ ຈາກຫ້ອງການທາງຕາເວັນອອກຂອງທຳນຽບຂາວ ໃນຕອນແລງວັນຈັນວານນີ້ວ່າ “ທະຫານອາເມຣິກັນບໍ່ສາມາດ ແລະບໍ່ຄວນຕໍ່ສູ້ໃນສົງຄາມ ແລະເສຍຊີວິດຢູ່ໃນສົງຄາມທີ່ກອງກຳລັງອັຟການິສຖານບໍ່ເຕັມໃຈທີ່ຈະຕໍ່ສູ້ເພື່ອປ້ອງກັນຕົນເອງ.”

ຄຳປາໄສຂອງທ່ານໄບເດັນ ຊຶ່ງເປັນຄຳປາໄສຄັ້ງທຳອິດທີ່ກ່າວຢູ່ຕໍ່ໜ້າກ້ອງຖ່າຍໂທລະພາບ ໃນຮອບຫົກມື້ຜ່ານມາ ແມ່ນມີຂຶ້ນຫຼັງຈາກທ່ານໄດ້ຢຸດວັນພັກຜ່ອນ ລະດູຮ້ອນຂອງທ່ານໄວ້ ເປັນເວລາສັ້ນ, ໂດຍທີ່ກັບມາຈາກແຄ້ມເດວິດ (Camp David), ໃນລັດແມຣີແລນ. ທັນທີຫຼັງຈາກກ່າວຄໍາປາໄສສຸດແລ້ວທ່ານກໍໄດ້ກັບຄືນສູ່ບ່ອນພັກຜ່ອນຂອງປະທານາທິບໍດີ ທີ່ປົກຫຸ້ມໄປດ້ວຍປ່າໄມ້ ໂດຍບໍ່ໃຫ້ມີການຕອບຄຳຖາມໃດໆ ຈາກນັກຂ່າວເລີຍ.

ໃນການກ່າວຄຳປາໄສຂອງທ່ານນັ້ນ, ທ່ານໄບເດັນເວົ້າວ່າ ພາລະກິດຂອງສະ ຫະລັດໃນອັຟການິສຖານ “ບໍ່ເຄີຍແມ່ນເພື່ອຈະເປັນການສ້າງສາປະເທດຊາດ. ມັນບໍ່ເຄີຍທີ່ຈະສ້າງປະຊາທິປະໄຕແບບລວມສູນປອງດອງຊາດ. ຜົນປະໂຫຍດແຫ່ງຊາດສຳຄັນພຽງອັນດຽວຂອງພວກເຮົາຢູ່ໃນອັຟການິສຖານທີ່ຍັງມີຢູ່ໃນທຸກວັນນີ້ ແມ່ນສິ່ງທີ່ເຄີຍມີມາຕະຫລອດ ກໍຄືການສະກັດກັ້ນການໂຈມຕີກໍ່ການຮ້າຍຕໍ່ປິຕຸພູມຂອງອາເມຣິກາ.”

ທ່ານປະທານາທິບໍດີກ່າວຕື່ມອີກວ່າ “ຄູ່ແຂ່ງທາງຍຸດທະສາດທີ່ແທ້ຈິງຂອງພວກເຮົາ, ຈີນ ແລະຣັດເຊຍ, ຈະບໍ່ມັກຫຍັງຫຼາຍໄປກວ່າການທີ່ສະຫະລັດສືບຕໍ່ເອົາເງິນຫຼາຍຕື້ໂດລາເຂົ້າໄປໃນ” ອັຟການິສຖານ ແບບບໍ່ຈັກຈົບຈັກສິ້ນເລີຍ.

ໃນຄຳປາໄສຂອງທ່ານນັ້ນ, ທ່ານໄບເດັນກ່າວວ່າ ປະທານາທິບໍດີອັຟການິສຖານ, ທ່ານອາສຣັຟ ການີ (Ashraf Ghani), ຜູ້ທີ່ໂຕນໜີອອກຈາກປະເທດໄປ ໃນຂະນະທີ່ພວກຕາລີບານເຄື່ອນທັບເຂົ້າໄປໃນນະຄອນຫລວງກາບູລໂດຍບໍ່ມີການຕ້ານຄືນໃດໆນັ້ນ ບໍ່ສົນໃຈຕໍ່ຄຳແນະນຳຂອງທ່ານ ກ່ຽວກັບວິທີການກະ ກຽມສົງຄາມກາງເມືອງ, ລວມທັງການແກ້ໄຂການສໍ້ລາດບັງຫຼວງ ແລະສ້າງ ຄວາມສາມັກຄີທາງດ້ານການເມືອງ.

“ເຂົາເຈົ້າບໍ່ສາມາດເຮັດອັນໃດໃນນັ້ນໄດ້ເລີຍ. ຂ້າພະເຈົ້າຍັງໄດ້ຮຽກຮ້ອງໃຫ້ເຂົາເຈົ້າໃຊ້ວິທີການທູດເພື່ອຊອກຫາທາງແກ້ໄຂທາງການເມືອງ ກັບກຸ່ມຕາລີບານ. ຄໍາແນະນໍານີ້ ໄດ້ຖືກປະຕິເສດຢ່າງຮາບຄາບເລີຍ. ທ່ານການີ (Ghani) ຢືນຢັນວ່າກອງກຳລັງອັຟການິສຖານຈະຕໍ່ສູ້. ແລະແນ່ນອນແມ່ນທ່ານຄິດຜິດ,” ນັ້ນຄືຄໍາເວົ້າຂອງທ່ານໄບເດັນ.

ມີການວິພາກວິຈານຈາກສະມາຊິກລັດຖະສະພາຂອງທັງສອງພັກການເມືອງວ່າລັດຖະບານຂອງທ່ານໄບເດັນ ໄດ້ຖອນທະຫານອອກແບບຂາດຄວາມໄຕ່ຕອງ ແລະເຮັດຜິດແບບບໍ່ຮູ້ຕົວເວລາທີ່ມີການບຸກໂຈມຕີຂອງກຸ່ມຕາລີບານເຂົ້າໄປໃນນະຄອນຫຼວງກາບູລ ແລະວິທີທີ່ທະຫານອັຟການິສຖານ ໄດ້ຖອຍໄປໂດຍບໍ່ມີການຕໍ່ຕ້ານໃດໆ ຊຶ່ງເປັນບາງສິ່ງບາງຢ່າງທີ່ທ່ານໄບເດັນຍອມຮັບ ຢູ່ໃນຄຳປາໄສຂອງທ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG