ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ບາຍເດັນ ຈະບໍ່ລົງແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ປີ 2016


Biden Decides Against 2016 Presidential Run
please wait

No media source currently available

0:00 0:02:56 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້ໂດຍ ນັກຂ່າວແຫ່ງຊາດຂອງ ວີໂອເອ Jim Malone

ຮອງ​ປະທານາທິບໍດີ ສະຫະລັດ ທ່ານ ໂຈ ບາຍເດັນ ​ໄດ້​ປະກາດ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ວ່າ ທ່ານຈະ​ບໍ່​ລົງ​ແຂ່ງ​ຂັນເອົາ​ຕຳແໜ່​ງ ປະທານາທິບໍດີໃນ​ປີໜ້າ​ນີ້, ​ເຊິ່ງເປັນ​ການ​ສິ້ນ​ສຸດການ​ຄາດ​ຄະ​ເນ​ກ່ຽວ​ກັບ​ວ່າ​ ທ່ານ​ຈະພະຍາຍາມເປັນຄັ້ງ​ທີ​ສາມ ສຳລັບ​ທຳນຽບ ຂາວ​ຫຼື​ບໍ່. ການ​ປະກາດ​ຂອງທ່ານ Biden ​ເຫັນ​ວ່າ​ເປັນ​ປ​ະ​ໂຫຍດ ສຳລັບ​ຜູ້ມີຄະແນນສຽງນຳ​ໜ້າ ຂອງ​ພັກເດໂມ​ແຄ​ຣັດ ທ່ານ​ນາງ Hilary Clinton. ນັກ​ຂ່າວວີ​ໂອ​ເອ Jim Malon ມີ​ລາຍ​ງານ​ກ່ຽວ ກັບ ເລື່ອງນີ້ເຊິ່ງ ພຸ​ດທະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ຕິດຕາມ​ດ້ວຍ​ພັນ​ລະ​ຍາ​ຂອງ​ທ່ານ, ທ່ານນາງ Jill ​ແລະ ປະທາ​ນາ​ທິບໍດີ ບາຣັກ ​ໂອ​ບາ​ມາ, ຮອງ​ປະທານາທິບໍດີ ​ໂຈ ບາຍ​ເດັນ ໄດ້​ຢຸດ​ການ​ຄາດ​ຄະ​ເນ​ທີ່​ສວນ​ກຸ​ຫຼາບ​ຂອງ​ ທຳ​ນຽບຂາວ.

ທ່ານ ບາຍ​ເດັນ ​ໄດ້​ພິຈາລະນາ​ການ​ລົງ​ແຂ່ງ ເອົາ​ຕຳ​ແໜ່​ງປະທານາ ທິບໍດີ ​ແມ່ນ​ກະທັ້ງ​ໃນ​ຂະນະ​ທີ່​ທ່ານຮັບ​ມື​ ກັບ​ການ​ເສຍ​ຊີວິດຂອງ​ລູກ​ຊາຍ​ຂອງ​ທ່ານ, ທ່ານ ​ໂບ ບາຍ​ເດັນ ​ໃນ​ເດືອນ​ພຶດສະພາ​ທີ່​ຜ່າ​ນມາ.

ທ່ານ ​ໂຈ​ ບາຍ​ເດັນ ກ່າວ​ວ່າ “​ໃນ​ຂະນະ​ທີ່​ຄອບຄົວຂອງຂ້າພະເຈົ້າ ​ແລະ ຂ້າພະ​ເຈົ້າ ເອງ​ໄດ້​ຜ່ານ​ຜ່າ​ເວ​ລາ​ແຫ່ງ​ຄວາມ​ໂສກ​ເສົ້າ, ຂ້າພະ​ເຈົ້າ​ໄດ້​ກ່າວ​ວ່າ ທຸກ​ຢ່າງ​ຕາມ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ ໃນ​ເວລາ​ນັ້ນ ​ແລະ ອີກ​ເທື່ອ​ໜຶ່ງ​ສຳລັບ​ຄົນ​ອື່ນໆ ມັນອາດ ເປັນ​ການຊັດ​ເຈນ​ວ່າ ຂະ​ບວນການ, ຮອດ​ເວລາ​ທີ່​ພວກ​ເຮົາ​ຜ່ານ​ຜ່າ​ມັນ​ໄປ, ​ໄດ້​ປິດ​ປະຕູສຳລັບ ການ​ໂຄສະ ນາ​ເອົາ​ຕຳ​ແໜ່​ງປະທານາທິບໍດີ ທີ່​ເປັນ​ຈິງ ​ແລະ ວ່າ​ມັນ​ອາດ​ຈະ​ຖືກ​ປິດ. ຂ້າພະ​ເຈົ້າ​ໄດ້​ສະຫຼຸບ​ວ່າ​ ມັນ​ໄດ້​ປິດ​ລົງ​ແລ້ວ.”

​ເວລາແຫ່ງ​ຄວາມ​ໂສກ​ເສົ້າ​ຂອງ​ທ່ານ ບາຍ​ເດັນ ​ໃນ​ເວລາ​ນັ້ນ​ໄດ້​ນຳ​ອອກ​ໃຫ້​ສະ​ທາ​ລະນະ ເຫັນ, ລວມທັງ​ການ​ປະກົດ​ຕົວ​ ໃນ​ລາຍ​ການ The Late Show ກັບ Stephen Colbert ເມື່ອເດືອນທີ່ຜ່ານມາ.

ທ່ານ ໂຈ ບາຍເດັນ ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ຄິດວ່າຜູ້ຊາຍ ຫຼື ຜູ້ຍິງຄົນໃດຄວນລົງ ສະໝັກເປັນປະທານາທິບໍດີ ຍົກເວັ້ນ, ໜຶ່ງ, ພວກເຂົາເຈົ້າຕ້ອງຮູ້ຢ່າງຄົບຖ້ວນ ວ່າ ເປັນຫຍັງພວກເຂົາເຈົ້າຈຶ່ງຢາກເປັນປະທາ ນາທິບໍດີ. ແລະ ສອງ, ພວກເຂົາເຈົ້າ ສາມາດແນມເບິ່ງ ຄົນທົ່ວໄປ ທີ່ ຢູ່ນອກນັ້ນ ແລະ ກ່າວວ່າ ຂ້າພະເຈົ້າຂໍສັນຍາຕໍ່ ບັນດາທ່ານ, ບັນດາ ທ່ານມີ ໝາກຫົວໃຈຂອງ ຂ້າພະເຈົ້າ, ດວງວິນຍານຂອງຂ້າ ພະເຈົ້າ, ພະລັງງານຂອງຂ້າພະເຈົ້າ, ແລະ ຄວາມຫຼົງໄຫຼທີ່ຈະເຮັດໃນສິ່ງນີ້.”

ທ່ານ ບາຍເດັນ ໄດ້ກ່າວວ່າ ທ່ານຈະຮຽກຮ້ອງໃຫ້ສະມາຊິກພັກ ເດໂມແຄຣັດ ທີ່ລົງແຂ່ງ ຂັນໃນປີ 2016 ນີ້ ຈົ່ງສືບສານຕໍ່ປະຫວັດ ຂອງ ປະທານາທິບໍດີ ໂອບາມາ.

ທ່ານ ໂຈ ບາຍເດັນ ເວົ້າວ່າ “ແຕ່ໃນເມື່ອຂະພະເຈົ້າບໍ່ສາມາດເປັນຜູ້ ລົງແຂ່ງຂັນ, ຂ້າພະ ເຈົ້າກໍຈະບໍ່ມິດງຽບ. ພັກການເມືອງນີ້, ປະເທດ ຂອງພວກເຮົາ, ຈະສ້າງ ຄວາມຜິດພາດ ທີ່ເສົ້າສະຫຼົດໃຈ ຖ້າພວກເຮົາ ຍ່າງໜີຈາກ ຫຼື ພະຍາຍາມທີ່ຈະ ລົບລ້າງມໍລະດົກຂອງທ່ານ ໂອບາມາ.”

ຜູ້ລົງແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີຈາກພັກ ເດໂມແຄຣັດ ທ່ານນາງ Hillary Rodham Clinton ກ່າວຄຳເຫັນໃນລະຫວ່າງກອງປະຊຸມຂອງພັກ ເດໂມແຄຣັດ ລັດ ອາລາບາມາ ໃນເມືອງ ຮູເວີ, ລັດ ອາລາບາມາ. 17 ຕຸລາ 2015
ຜູ້ລົງແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີຈາກພັກ ເດໂມແຄຣັດ ທ່ານນາງ Hillary Rodham Clinton ກ່າວຄຳເຫັນໃນລະຫວ່າງກອງປະຊຸມຂອງພັກ ເດໂມແຄຣັດ ລັດ ອາລາບາມາ ໃນເມືອງ ຮູເວີ, ລັດ ອາລາບາມາ. 17 ຕຸລາ 2015

ຜູ້ມີຄະແນນນຳໜ້າໃນການແຂ່ງຂັນຂອງພັກເດໂມແຄຣັດ ທ່ານນາງ Hilary Clintonໄດ້ອອກຖະແຫຼງການເອີ້ນທ່ານ ບາຍເດັນ ວ່າເປັນ “ຜູ້ຊາຍທີ່ດີ” ແລະເປັນ “ຮອງປະ ທານາທິບໍດີທີ່ຍິ່ງໃຫຍ່.”

ທ່ານນາງ Clinton ເບິ່ງຄືວ່າ ຈະໄດ້ຜົນປະໂຫຍດຈາກການຕັດສິນ ໃຈຂອງທ່ານ ບາຍເດັນ ໃນຂະນະທີ່ທ່ານນາງປະເຊີນໜ້າ ກັບຄູ່ ແຂ່ງທ່ານ Bernie Sanders.

ນັກວິເຄາະ John Fortier ກ່າວວ່າ ສະມາຊິກພັກເດໂມແຄຣັດບາງ ຄົນອາດຮູ້ສຶກເສຍໃຈ ທີ່ທ່ານໂຈ ບາຍເດັນບໍ່ໄດ້ລົງສະໝັກແຂ່ງຂັນ.

ສ່ວນທ່ານ Norm Ornstein ກ່າວວ່າ ຜົນງານໃນການໂຕ້ວາທີ ທີ່ ເຂັ້ມແຂງຂອງທ່ານ ນາງ Clinton ໃນສັບປະດາທີ່ຜ່ານມາຄູ່ກັບການປະກາດຂອງທ່ານ ບາຍເດັນ ໄດ້ເຮັດ ໃຫ້ຖານະ ຂອງການເປັນຜູ້ມີຄະແນນສຽງນຳໜ້າ ໃນການແຂ່ງຂັນຂອງທ່ານນາງ ແຂງແກ່ນ ຂຶ້ນ.

ທ່ານ Norm Ornstein ໄດ້ເວົ້າວ່າ “ມັນມີກໍລະນີອັນແທ້ຈິງ ທີ່ຈະເຮັດໃຫ້ທ່ານນາງ Clinton ໄດ້ຮັບໄຊຊະນະ. ທ່ານນາງສາມາດໃຫ້ຢູ່ ໃນໄລຍະຫ່າງທີ່ພຽງພໍຈາກ ລັດຖະ ບານ ໂອບາມາ ແຕ່ຮັກສາສິ່ງທີ່ ເປັນແງ່ບວກທີ່ມີຢູ່ນັ້ນ. ແຕ່ຖ້າວ່າທ່ານ ນາງອາດປະສົບກັບບັນ ຫາຂອງໂຕທ່ານນາງເອງ, ແລ້ວຄວາມປະສົງທີ່ຈະມີ ປ່ຽນແປງນັ້ນ ກໍ ສາມາດມີ ຄວາມເປັນໄປໄດ້ຢ່າງມະຫາສານ.”

ທ່ານ ໂຈ ບາຍເດັນ ກ່າວວ່າ ທ່ານຈະເອົາໃຈໃສ່ກ່ຽວກັບຈຸດສຳຄັນໆ ຕ່າງໆ ຂອງທ່ານ ໂອບາມາ ໃນເວລາຂອງການເປັນຮອງປະທານາ ທິບໍດີ ທີ່ຍັງເຫຼືອຢູ່ຂອງທ່ານ.

XS
SM
MD
LG