ຮອງປະທານາທິບໍດີ ທ່ານ Joe Biden ໄດ້ຕັດສິນໃຈທີ່ຈະ
ບໍ່ລົງແຂ່ງຂັນເປັນຕົວແທນຂອງພັກ Democrat ເພື່ອການ
ເຂົ້າຊີງເອົາຕຳແໜ່ງປະທານາທິບໍດີ ປີ 2016 ຊຶ່ງເປັນການ
ສິ້ນສຸດລົງຂອງຂ່າວທີ່ນອງນັນ ກ່ຽວກັບວ່າ ທ່ານຈະລົງແຂ່ງ
ຂັນນັ້ນ.
ການກ່າວຄຳປາໄສຂອງທ່ານ Biden ຢູ່ໃນສວນ Rose
Garden ທີ່ທຳນຽບຂາວ ທ່ານ Biden ໄດ້ກ່າວວ່າ ຄວາມ
ເສົ້າສະລົດໃຈຂອງ ທ່ານຕໍ່ການສູນເສຍລູກຊາຍ ອັນເປັນທີ່
ຮັກຍ້ອນໂຣກມະເຮງໃນສະໝອງ ເດືອນພຶດສະພາ ຜ່ານມາ
ນີ້ແມ່ນວ່າ “ເຮັດໃຫ້ທ່ານ ບໍ່ໃຫ້ການນັບຖື ຫຼືແມ່ນແຕ່ສົນໃຈ
ໃຍດີກັບການທີ່ຈະລົງທະບຽນ ໃຫ້ທັນເສັ້ນຕາຍໝາຍກຳນົດຫຼືແມ່ນແຕ່ການໂຕ້ວາທີພາຍ
ໃນພັກ ແລະການລົງແຂງຂັນຂັ້ນທຳອິດ ແລະການຊຸມນຸມພາຍໃນກຸ່ມ.”
ທ່ານ Biden ຢືນຄຽງຂ້າງກັບພັນລະຍາ ທ່ານນາງ Jill Biden ແລະປະທານາທິບໍດີ
Barrack Obama ໄດ້ກ່າວວ່າ: “ຂ້າພະ ເຈົ້າເຊື່ອວ່າ ພວກເຮົາບໍ່ມີເວລາແລ້ວ ເວລາ
ທີ່ຈະກຳກັບແລະດຳເນີນການໃນການແຂງຂັນເພື່ອໃຫ້ໄດ້ຮັບ ໄຊຊະນະຂອງການເປັນ
ຜູ້ຖືກເລືອກໃຫ້ເປັນຕົວແທນ.”
ທ່ານ Biden ໄວ 72 ປີ ໄດ້ກ່າວວ່າ ທ່ານຈະບໍ່ລົງເປັນຜູ້ສະມັກ “ທ່ານ ຈະປ່າວປະກາດ
ຢ່າງຊັດເຊນ ແລະແຮງກ້າ” ກ່ຽວກັບວ່າ “ພວກເຮົາຈຳເປັນທີ່ຈະເດີນກ້າວໄປໃນທິດທາງ
ໃດ ໃນຖານະທີ່ເປັນປະເທດດຽວກັນ.”
ທ່ານຍັງໄດ້ກ່າວສັນລະເສີນທ່ານ ໂອບາມາ ອີກວ່າ “ທ່ານໄດ້ນຳພາປະເທດຊາດ ຈາກ
ວິກິດການສູ່ການຟື້ນຄືນ.” ທ່ານຍັງໄດ້ກ່າວເພີ້ມຕື່ມວ່າ: “ພັກນີ້ ປະເທດຊາດຂອງພວກ
ເຮົາຈະ ເຮັດຜິດຢ່າງມະຫັນ ຖ້າຫາກວ່າ ພວກເຮົາພາກັນຍ່າງໜີ ຫຼືພະຍາຍາມທີ່ຈະ
ຕ້າວປີ້ນຄຸນງາມຄວາມດີຂອງປະທານາທິບໍດີ ໂອບາມາ ທີ່ໄດ້ສ້າງໄວ້ນັ້ນ.”
ທ່ານ Biden ຜູ້ຊຶ່ງໄດ້ຮັບໃຊ້ປະເທດຊາດ ເປັນສະມາຊິກສະພາສູງ ຕົວແທນຂອງລັດ Delaware ມາ ນານກວ່າ 3 ທົດສະວັດ ແລະເຄີຍໄດ້ໂຄສະນາຫາສຽງ ເພື່ອເປັນຕົວແທນຂອງພັກ ເພື່ອໃຫ້ໄດ້ເປັນຜູ້ຕາງໜ້າຂອງພັກໃນການເຂງຂັນເປັນປະທນາທິບໍດີ 2 ຄັ້ງ ແຕ່ບໍ່ປະສົບຜົນສຳເລັດ ຄັ້ງຫຼ້າສຸດນີ້ແມ່ນ ປີ 2008.