ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໗ ເມສາ ໒໐໒໕

ທ່ານ ໂຈ ໄບເດັນສ້າງອານຸສາວະລີ ຫຼື ອະນຸສອນສະຖານແຫ່ງຊາດໃໝ່ສອງແຫ່ງໃນ ແຄລິຟໍເນຍ


ທ່ານ ໂຈ ໄບເດັນ ສ້າງອານຸສາວະລີ ຫຼື ອະນຸສອນສະຖານແຫ່ງຊາດໃໝ່ ສອງແຫ່ງ ໃນລັດ ຄາລິຟໍເນຍ

ນັກອະນຸລັກສິ່ງແວດລ້ອມສອງທ່ານ ຄື ຄຣິສຈຽນ ລາຮາເກ ແລະ ເຊນດີ ບາຣໂຣວສ໌ ພາພວກເຮົາຊົມ ເພັນເຕັດ ແຄນຍອນ ໃນເມກກະ ຮິລສ໌ ( Painted Canyon in Mecca Hills ) ຊຶ່ງເປັນສີ່ງມະຫັດສະຈັນທາງທໍລະນີວິທະຍາໃນເຂດຮ່ອມພູ ໂຄແຊລລາ ຂອງ ຄາລິຟໍເນຍ ປັດຈຸບັນເປັນສ່ວນນຶ່ງຂອງ ອານຸສາວະລີແຫ່ງຊາດ ຊັກວອລລາ ທີ່ຫາກໍ່ໄດ້ຮັບການກຳນົດໃໝ່.

ທ່ານ ຄຣິຈຽນ ລາຮາເກ ເຈົ້າໜ້າທີ່ນະໂຍບາຍສາທາລະນະຂອງ Mojave Dessert Land Trust ກ່າວວ່າການກຳນົດນີ້ ຈະປົກປ້ອງເຕົ່າທະເລຊາຍ ໂມຮາວີ ຊຶ່ງເປັນສັດໃກ້ຈະສູນພັນ ລວມເຖິງເຕົ່າຊະນິດອື່ນ ໆ

ທ່ານ ຄຣິຈຽນ ລາຮາເກ ກ່າວວ່າ:

“ ໃນປີ 2024 ລັດຄາລິຟໍເນຍ ໄດ້ຂຶ້ນບັນຊີເຕົ່າທະເລຊາຍ ໂມຮາວີ ເປັນສັດໃກ້ຈະສູນພັນ ເນື່ອງຈາກເຕົ່າເຫຼົ່ານີ້ ເຄີຍຖືກຄຸກຄາມມາກ່ອນ ດັ່ງນັ້ນໃນບາງພື້ນທີ່ຂອງລັດ ເຕົ່າເຫຼົ່ານີ້ ຈຶ່ງເຫຼືອຢູ່ບໍ່ເຖິງ 90% ຈາກເດີມບ່ອນທີ່ພວກມັນອາໄສຢູ່ ເມື່ອປີ 1970, ພື້ນທີ່ສອງໃນສາມສ່ວນນີ້ ຈຶ່ງຖືເປັນສະພາບແວດລ້ອມທີ່ສຳຄັນສຳລັບເຕົ່າ ດັ່ງນັ້ນການປົກປ້ອງພື້ນທີ່ນີ້ ຈຶ່ງມີຄວາມຈຳເປັນຢ່າງຫຍິ່ງ”

ປະທານາທິບໍດິ ທ່ານ ໂຈ ໄບເດັນ ທີ່ຫາກໍ່ພົ້ນຈາກຕໍາແໜ່ງ ໄດ້ກຳນົດໃຫ້ມີອານຸສາວະລີແຫ່ງຊາດສອງແຫ່ງໃນຄາລິຟໍເນຍໄດ້ແກ່ ຊັຄວັລລາ ແລະ ຊັຕຕິຕລາ ໄຮແລນ ເພື່ອເປັນການເຊີດຊູເຜົ່າພື້ນເມືອງອາເມຣິກັນ “ ຈະປົກປ້ອງແຫຼ່ງທີ່ຢູ່ອາໄສຂອງສັດປ່າແລະດິນແດນອັນສັກສິດຂອງບັນພະບູລຸດກ່ວາ 624,000 ເອເຄີຣ”

ທ່ານ ໂຈ ໄບເດັນ ກ່າວວ່າ ‘

“ ນັ້ນໃຫຍ່ກ່ວາທັ້ງລັດເວຕເວີຈິເນຍ ແລະ ຮຽກວ່າເຂດອະນຸລັກຈາກ ໂມອັບ ເຖິງ ໂມຮາວີ ເບິ່ງວ່າການດຳເນີນການໃນມື້ນີ້ຈະປົກປ້ອງແລະອະນຸລັກຮັກສາເຂດພູທຸລະກັນດານ ພື້ນທີ່ທະເລຊາຍ ແລະ ຮ່ອມພູທີ່ເລິກ ເປີ້ນພູຊາຍ ຍອດພູສູງສວຍງາມ ທ່າມກາງພູມີປະເທດທະເລຊາຍມີນໍ້າພຸສວຍງາມແລະພືດ ແລະ ສັດຫາຍາກກ່ວາ 50 ຊະນິດ ຕົ້ນປາມ ຕົ້ນກະບອງເພັດ ດອກລາເວນເດີ ແລນ ເຈຍພູເຂົາ ສິງໂຕພູເຂົາ ແກະເຂົາໃຫຍ່ ນົກເຂົາ ເຕົ່າທະເລຊາຍໂຕເຕັ້ຍ ຂ້ອຍໝາຍເຖິງນີ້ແມ່ນສີ່ງບໍ່ໜ້າເຊື່ອທີ່ມັນມີຫຍັງຢູ່ທີ່ນັ້ນ”

ນັກອະນຸລັກສີ່ງແວດລ້ອມ ເຊນດີ ບາຣໂຣສ໌ ກ່າວວ່າການກຳນົດໃຫ້ເປັນ “ ອານຸສາວະລີ” ຈະຊ່ວຍໃຫ້ຫຼີກລ້ຽງການແຕກແຍກຂອງແຫຼ່ງທີ່ຢູ່ອາໄສ ເຊນດີ ບາຣໂຣສ ຜູ້ຈັດການໂຄງການອະນຸລັກຂອງສະມາຄົມຂອງສະຫະພັນແມັກຊິກັນໃນອາເມຣິກາເໜືອກ່າວວ່າ ການກຳນົດໃຫ້ອານຸສາວະລີແຫ່ງນີ້ຊ່ວຍຫຼີກລ້ຽງການແຕກແຍກຂອງຖິ່ນທີ່ຢູ່ອາໄສ

ເຊນດີ້ ບາຣໂຣສ໌ ສະພາສະຫະພັນແມັກຊິໂກໃນອາເມຣິກາເໜືອກ່າວວ່າ

“ ເຮົາມີໂອກາດໄດ້ຂື້ນລົດ ຂື້ນເຮືອບິນ ແລະ ສາມາດເດີນທາງຈາກຈຸດນຶ່ງໄປອີກຈຸດນຶ່ງໄດ້ແຕ່ສັດປ່າກັບບໍ່ມີໂອກາດເຊັ່ນນັ້ນ”

ອານຸສາວະລີ ຊັຄ ວາລລາ ຊຶ່ງຕັ້ງສື່ຕາມໂຕແລນໃນທ້ອງຖີ່ນ ກວມເອົາພື້ນທີ່ທີ່ມີຄວາມສຳຄັນທາງດ້ານວັດທະນາທຳສຳລັບຊົນເຜົ່າພື້ນເມືອງອາເມຣິກັນໃນທ້ອງຖີ່ນ

ຊາວອິນດ້ຽນເຜົ່າຄາຮິວຍາ ແຫ່ງທະເລຊາຍ ຕໍເຣສ ມາຣຕິເນສ ອາໄສຢູ່ໃນພູ ແລະ ພູໃນບໍລິເວນນັ້ນ ໂຈເຊຟ ມີເຣເລຊ ປະທານຂອງຊົນເຜົ່າກ່າວວ່າ

ໂຈເຊຟ ມິເຣເລຊ ຊາວອິນດ້ຽນເຜົ່າຄາຮິວຍາ ແຫ່ງທະເລຊາຍ ຕໍເຣສ ມາຣຕິເນສ ກ່າວວ່າ

“ ນັ້ນຄືດິນແດນບັນພະບູລຸດຂອງເຮົານັ້ນຄືດິນແດນລັບຂອງເຮົາ ເຮົາເຄີຍຝັງສົບບ່ອນນັ້ນເຮົາເຄີຍຈັດງານບ່ອນນັ້ນ ເຮົາມາລວມຕົວກັນບ່ອນນ້ັນ

ສະຖານະທີ່ໄດ້ຮັບການຄຸ້ມຄອງຈະສົ່ງຜົນດີຕໍ່ພື້ນທີ່ທັງໝົດ ເວມອນ ເຟີມອນ ສະມາຊິກ ສະພາເມືອງ ອິນດິໂອ ຊຶ່ງມີສື່ສຽງຈາກການເປັນເຈົ້າພາບຈັດເທດສະການດົນຕຣີແລະສີນລະປະໂຄເຊລລາ ກ່າວວ່າ.

ທ່ານ ເວມອນ ເຟີມອນ ສະມາຊິກສະພາເມືອງ ອິນດີໂອ ກ່າວວ່າ

“ ເນື່ອງຈາກອິນດິໂອແລະໂຄເຊລລາວັລເລຍ໌ ເປັນແຫຼ່ງທ່ອງທ່ຽວ ອານຸສາວະລີແຫ່ງຊາດ ຊັຄວັລລາ ຈະຊ່ວຍໃຫ້ເລື່ອງນີ້ ແລະ ເມື່ອທ່ານເຮັດເຊັ່ນນັ້ນອານຸສາວະລີແຫ່ງຊາດ ຊັຄວັນລາ ຈະຊ່ວຍສະໜັບສະໜູນເສດຖະກິດໃນທ້ອງຖີ່ນ ລວມເຖິງເສດຖະກິດບ່ອນນັ້ນນຳດ້ວຍ ແລະ ຈະສ້າງງານໃຫ້ເກີດຂື້ນ”

ການກຳນົດດັ່ງກ່າວເປັນສ່ວນນຶ່ງຂອງເປົ້າໝາຍຂອງລັດຖະບານທ່ານ ໄບເດັນ ໃນການອະນຸລັກດິນແລະແຫຼ່ງນໍ້າຂອງສະຫະລັດຫຼາຍຂື້ນ 30% ພາຍໃນປີ 2030 ແລະ ເປັນໄປຕາມການຫ້າມຂຸດເຈາະນໍ້າມັນແລະກາສນອກຊາຍຝັ່ງແຫ່ງໃໝ່ໃນນ່ານນໍ້າຊາຍຝັ່ງຂອງສະຫະລັດລວມເຖິງ ຄາລິຟໍເນຍເມື່ອບໍ່ດົນມານີ້ຂອງ ທ່ານ ໂຈ ໄບເດນ

ອ່ານບົດລາຍງານເປັນພາສາອັງກິດ

Two conservationists, Krystian Lahage and Sendy Barrows, show us Painted Canyon in Mecca Hills, a geological wonder in California’s Coachella Valley. It is now part of the newly designated Chuckwalla National Monument.

Lahage, a public policy officer with Mojave Desert Land Trust, says the designation will protect the threatened Mojave desert tortoise, among others.

Krystian Lahage, Mojave Desert Land Trust

“In 2024, the state of California actually listed the Mojave desert tortoise as endangered, it was previously threatened, and so in some parts of the state, less than 90% remain from ... from where they were in 1970, two-thirds of this area would be critical tortoise environment, so it’s another reason that protecting this area is really essential.”

Outgoing President Joe Biden designated two national monuments in California: Chuckwalla and Sáttítla Highland, honoring local Native American tribes while shielding both areas from oil and natural gas mining. The Chuckwalla National Monument, says Biden, “will protect more than 624,000 acres of wildlife habitat and sacred ancestral lands.”

Joe Biden

"That's bigger than the entire state of West Virginia and it's called the Moab to Mojave Conservation Corridor. Look, today's action will also protect and preserve mountain ranges of rugged canyons, desert floors and deep valleys, sandy slopes, stunning peaks. Tucked away in the desert landscape are our beautiful springs and over 50 rare plants and animals, palm trees, cacti, lavender flowers, lizards, mountain lion bats, bighorn sheep, owls, desert short tortoises. I mean, this is incredible what's there."

Conservationist Sendy Barrows says the “monument” designation will help to avoid habitat fragmentation.

Sendy Barrows, conservation program manager for the Council of Mexican Federations in North America, says the monument designation will help to avoid habitat fragmentation.

Sendy Barrows, Council of Mexican Federations in North America

“We have the luxury of getting in the car, and getting on the plane, and being able to move from one spot to the other, and wildlife, unfortunately doesn’t have that.

The Chuckwalla monument — named after a local lizard — includes areas culturally significant for local native American tribes.

The Torres Martinez Desert Cahuilla Indians inhabited the area’s canyons and mountains, says Joseph Mirelez, a chairman with the tribe.

Joseph Mirelez, Torres Martinez Desert Cahuilla Indians

“That’s our ancestral lands, that’s our secret lands, we’ve had burials there, we’ve had events there, we gathered there.

The protected status will have a positive impact on the whole area, says Waymon Fermon, councilman for the city of Indio, famous for hosting the Coachella Music and Arts Festival.

Waymon Fermon, Indio City Councilman

“Being that Indio and the Coachella Valley as a tourist attraction, the Chuckwalla National Monument will aid in that, and when you do that, it supports the local economy, as well the economy there, it will bring jobs.”

The designations are part of the Biden administration's goal of conserving 30% more U.S. land and waters by 2030 and follow Biden’s recent ban of the new offshore oil and gas drilling in U.S. coastal waters, including California.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG