ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີ່ປຶກສາດ້ານເສດຖະກິດ ກ່າວວ່າ ທ່ານ ໄບເດັນ ອາດຜ່ອນສັ້ນຜ່ອນຍາວ ກ່ຽວກັບ ການຊ່ວຍເຫຼືອ COVID


ໂຄສົກທຳນຽບຂາວ ທ່ານນາງ ເຈັນ ພຊາກີ ຟັງຜູ້ອຳນວຍການສະພາເສດຖະກິດແຫ່ງຊາດ ທ່ານ ບຣາຍອັນ ດີຊ໌ ໃຫ້ຄຳເຫັນໃນລະຫວ່າງກອງປະຊຸມລາຍງານຢູ່ທຳນຽບຂາວ. 22 ມັງກອນ, 2021.
ໂຄສົກທຳນຽບຂາວ ທ່ານນາງ ເຈັນ ພຊາກີ ຟັງຜູ້ອຳນວຍການສະພາເສດຖະກິດແຫ່ງຊາດ ທ່ານ ບຣາຍອັນ ດີຊ໌ ໃຫ້ຄຳເຫັນໃນລະຫວ່າງກອງປະຊຸມລາຍງານຢູ່ທຳນຽບຂາວ. 22 ມັງກອນ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແມ່ນມີການກຳນົດທີ່ຈະຕ້ອນຮັບສະມາຊິກສະພາສູງພັກຣີພັບບລີກັນ 10 ທ່ານ ສຳລັບການເຈລະຈາ ກ່ຽວກັບ ການຊ່ວຍເຫຼືອເສດຖະກິດໄວຣັສໂຄໂຣນາຮອບໃໝ່ໃນວັນຈັນມື້ນີ້.

ກອງປະຊຸມທຳນຽບຂາວ ຈະມີຂຶ້ນຫຼັງຈາກສະມາຊິກສະພາສູງພັກຣີພັບບລີກັນ ໄດ້ສົ່ງຈົດໝາຍຫາທ່ານ ໄບເດັນ, ຮຽກຮ້ອງທ່ານໃນວັນອາທິດວານນີ້ ເພື່ອເຈລະຈາໂຄງການທີ່ມີມູນຄ່າ ນຶ່ງພັນເກົ້າຮ້ອຍຕື້ໂດລາ ແທນທີ່ຈະຈະພະຍາຍາມເຮັດໃຫ້ມັນຖືກອະນຸມັດໂດຍຜູ້ດຽວ ດ້ວຍການລົງຄະແນນສຽງຂອງພັກເດໂມແຄຣັດໃນສະພາ.

ພັກຣີພັບບລີກັນໄດ້ພະຍາຍາມເຮັດການຊ່ວຍເຫຼືອຮອບໃໝ່ທີ່ນ້ອຍກວ່າຫຼາຍ, ລວມທັງຂໍ້ຈຳກັດທີ່ເຄັ່ງຄັດ ກ່ຽວກັບວ່າໃຜມີຄວາມເໝາະສົມທີ່ຈະໄດ້ຮັບເງິນ ໂດຍກົງ.

ບັນດາສະມາຊິກສະພາສູງສັງກັດພັກຣີພັບບລີກັນໄດ້ຂຽນວ່າ “ໃນແງ່ຂອງສອງພັກການເມືອງ ແລະ ຄວາມສາມັກຄີກັນ, ພວກເຮົາໄດ້ພັດທະນາໂຄງຮ່າງການຊ່ວຍເຫຼືອ COVID-19 ທີ່ໄດ້ສ້າງກົດໝາຍການຊ່ວຍເຫຼືອ COVID ກ່ອນໜ້ານີ້, ເຊິ່ງທັງໝົດນັ້ນຖືກຮັບຜ່ານໂດຍການສະໜັບສະ ໜູນຂອງສອງພັກການເມືອງ. ຂໍ້ສະເໜີຂອງພວກເຮົາໄດ້ສະທ້ອນໃຫ້ເຫັນບູລິມະສິດທີ່ຖືກກ່າວ ອອກມາຂອງທ່ານ, ແລະ ດ້ວຍການສະໜັບສະໜູນຂອງທ່ານ, ພວກເຮົາເຊື່ອວ່າແຜນການນີ້ຈະສາມາດຖືກຮັບຮອງຢ່າງວ່ອງໄວ ໂດຍລັດຖະສະພາດ້ວຍການສະໜັບສະໜູນຂອງສອງພັກການເມືອງ.”

ສະມາຊິກສະພາສູງທ່ານ ບິລ ຄາສຊີດີ ໄດ້ກ່າວຕໍ່ລາຍການ “Fox News Sunday” ວ່າ ແຜນ ການຂອງພັກຣີພັບບລີກັນ ຈະມີມູນຄ່າປະມານ 600 ຕື້ໂດລາ.

ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ກ່າວວ່າທ່ານປະທານາທິບໍດີ ໄດ້ເຊື້ອເຊີນສະມາຊິກພັກຣີິພັບບລີກັນ “ໃຫ້ມາແລກປ່ຽນຄວາມຄິດເຫັນຢ່າງເຕັມທີ່.”

ທ່ານນາງໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນວັນອາທິດວານນີ້ວ່າ “ດ້ວຍໄວຣັສກຳລັງເປັນໄພຂົ່ມຂູ່ຢ່າງໃຫຍ່ຕໍ່ປະເທດ, ແລະ ສະພາບເສດຖະກິດທີ່ອັນຕະລາຍ ສຳລັບຫຼາຍຄົນນັ້ນ, ຄວາມຈຳເປັນເພື່ອດຳເນີນການແມ່ນຮີບດ່ວນ, ແລະ ຂອບເຂດຂອງສິ່ງທີ່ຕ້ອງໄດ້ເຮັດແມ່ນໃຫຍ່. ແຜນ ການຊ່ວຍເຫຼືອຊາວ ອາເມຣິກັນ ລວມມີໃບເຊັກການຊ່ວຍເຫຼືອ 1,400 ໂດລາ, ການລົງທຶນທີ່ມີຈຳນວນຫຼາຍພໍໃນການຕໍ່ສູ້ COVID ແລະ ການເປີດໂຮງຮຽນຄືນ, ການຊ່ວຍເຫຼືອທຸລະກິດ ຂະ ໜາດນ້ອຍ ແລະ ຄອບຄົວທີ່ໄດ້ຮັບຄວາມເສຍຫາຍ, ແລະ ທຶນເພື່ອຮັກສາ ຜູ້ຕອບສະໜອງເຫດ ການສຸກເສີນກ່ອນໝູ່ໃຫ້ຢູ່ໃນວຽກນັ້ນ ແມ່ນມີຄວາມຕ້ອງການຢ່າງແຮງ. ດັ່ງທີ່ບັນດານັກເສດຖະ ກິດນຳໜ້າຫຼາຍຄົນໄດ້ກ່າວນັ້ນ, ອັນຕະລາຍໃນເວລານີ້ບໍ່ແມ່ນການເຮັດຫຼາຍໂພດ, ມັນແມ່ນການເຮັດໜ້ອຍໂພດ. ປະຊາຊົນ ອາເມຣິກັນ ຈາກສອງພັກຝ່າຍແມ່ນກຳລັງເພິ່ງພາອາໄສຜູ້ນຳຂອງເຂົາເຈົ້າ ເພື່ອການຕົກລົງກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG