ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ພວມກະ​ກຽ​ມ​​ການ​ຊ່ວຍ​ເຫລືອ​ທາງ​ທະ​ຫານ​ຊຸດ​ໃໝ່ ​ມູນຄ່າປະມານ 800 ລ້ານໂດລາ​ ແກ່​ຢູ​ເຄ​ຣນ


ພວກ​ທະ​ຫານ​ຢູ​ເຄ​ຣນ​ກຳ​ລັງ​ຍ່າງ​ຢູ່​ເທິງ​ຂົວ​ທີ່​ຖືກ​ທຳ​ລາຍ​ໃນ​ເມືອງ Irpin ໃນ​ເຂດ​ຊານ​ເມືອງ​ຂອງ​ນະ​ຄອນ​ຫລວງ​ກີ​ຢິບ, ວັນ​ທີ 20 ເມ​ສາ, 2022.
ພວກ​ທະ​ຫານ​ຢູ​ເຄ​ຣນ​ກຳ​ລັງ​ຍ່າງ​ຢູ່​ເທິງ​ຂົວ​ທີ່​ຖືກ​ທຳ​ລາຍ​ໃນ​ເມືອງ Irpin ໃນ​ເຂດ​ຊານ​ເມືອງ​ຂອງ​ນະ​ຄອນ​ຫລວງ​ກີ​ຢິບ, ວັນ​ທີ 20 ເມ​ສາ, 2022.

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນ ມີກຳນົດຈະໃຫ້​ການຖະ​ແຫລງໃນ ວັນພະຫັດມື້ນີ້ ກ່ຽວກັບການບຸກໂຈມຕີຂອງຣັດເຊຍ ໃນຢູເຄຣນ ລວມທັງການ ຊ່ວຍເຫຼືອຂອງສະຫະລັດ ແກ່ກີ​ຢິບ ໃນຂະນະທີ່ລັດ​ຖະ​ບານຂອງທ່ານ ໄດ້ກະ ກຽມການຊ່ວຍເຫລືອດ້ານຄວາມໝັ້ນຄົງອີກຮອບນຶ່ງ ທີ່ຄາດວ່າ ຈະມີມູນ​ຄ່າທັງໝົດປະມານ 800 ລ້ານໂດລາ.

ສະຫະລັດ ໄດ້ປະກາດຊຸດການ​ຊ່ວຍ​ເຫລືອ​ທີ່​ມີຂະໜາດທີ່ຄ້າຍຄືກັນໃນອາທິດແລ້ວນີ້ ແລະການຊ່ວຍເຫຼືອຊຸດໃໝ່ ຄາດວ່າ ຈະລວມເອົາປືນໃຫຍ່ ແລະລູກ ປືນໃຫຍ່ອີກຫຼາຍສິບພັນລູກ ຊຶ່ງອາດຈະມີຄວາມສຳຄັນຕໍ່ການປະທະກັນຢູ່ໃນ ເຂດດອນ​ບັ​ສ ທີ່​ຢູ່​ພາກຕາເວັນອອກຂອງ​ປະ​ເທດ.

​ໃນ​ຕົ້ນ​ອາທິດ​ນີ້, ທ່ານໄບ​ເດັນໄດ້ຢືນຢັນ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ຈະ​ສົ່ງ​ປືນ​ໃຫຍ່​ໄປ​ໃຫ້​ຢູ​ເຄ​ຣນ.

​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຂັ້ນ​ສູງ​ຄົນ​ນຶ່ງ​ກ່າວ​ຕໍ່​ວີ​ໂອ​ເອວ່າ "​ໃນ​ຈຳນວນ 3.5 ຕື້​ໂດ ລາ ທີ່​ໄດ້​ຮັບການ​ອະ​ນຸ​ມັດໃຫ້ຖອນ​ເງິນຈາກ​ລັດຖະສະພາໃນ​ປີ​ງົບປະມານ​ນີ້, ພວກ​ເຮົາ​ໄດ້​ນຳ​ໃຊ້​ຫຼາຍ​ກວ່າ 2.4 ຕື້​ໂດ​ລາ ​ເພື່ອ​ສະໜອງ​ອຸບປະກອນ​ທາງ​ທະຫານ ​ແລະ​ເພີ້ມຂີດຄວາມ​ສາມາດ​ຂອງ​ຢູ​ເຄຣນໃນ​ການ​ປ້ອງ​ກັນ​ຕົນ​ເອງ.” "ພວກເຮົາສືບຕໍ່ພິ​ຈາ​ລະ​ນາເບິ່ງການຊ່ວຍເຫຼືອດ້ານຄວາມໝັ້​ໜ​ຄົງເພີ່ມຕື່ມອີກ ທີ່ພວກເຮົາສາມາດສະຫນອງໃຫ້ແກ່ຢູເຄຣນ, ແລະມີການ​ອະ​ນຸ​ມັດເພີ່ມອີກທີ່ ພວກເຮົາສາມາດດໍາເນີນການໄດ້ຖ້າຫາກຈໍາເປັນ."

ເງິນ 3.5 ຕື້ໂດລາ ແມ່ນສ່ວນນຶ່ງຂອງ 13.6 ຕື້ໂດລາ ໃນກົດໝາຍວ່າດ້ວຍ ການຈັດ​ສັນ​ງົບ​ປະ​ມານ​ເພີ່ມເຕີມ​ ແກ່ຢູເຄຣນ ທີ່ລັດຖະສະພາໄດ້ອະນຸມັດໃນ ເດືອນມີນາຜ່ານ​ມາ.

ຂະນະ​ທີ່ຣັດ​ເຊຍ​ເປີດ​ການ​ໂຈມ​ຕີ​ຄັ້ງ​ໃໝ່​ໃນ​ວັນ​ພຸດ​ວານ​ນີ້ ​ໃສ່​ເມືອງ​ທ່າ​ເຮືອມາ​ຣີ​ອູ​ໂປ​ລຂອງ​ຢູ​ເຄຣນ ​ທີ່​ໄດ້ມີ​ການ​ສູ້​ລົບກັນ​ຢູ່​ນັ້ນ, ທ່ານໄບ​ເດັນ​ໄດ້​ຮຽກປະ​ຊຸມຜູ້​ນຳ​ທາງ​ທະຫານ​ຂອງ​ຕົນ ​ເພື່ອ​ໃຫ້ມີ​ການ​ປະ​ເມີນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ຫລ້າ​ສຸດ​ຂອງຣັດ​ເຊຍ.

"ຂ້າ​ພະ​ເຈົ້າ​ຢາກ​ໄດ້ຍິນຈາກທ່ານທຸກ​ຄົນ ແລະການປະເມີນຂອງທ່ານກ່ຽວກັບ ສິ່ງທີ່ທ່ານກຳລັງເຫັນຢູ່ໃນສະໜາມແລະທົ່ວກອງກຳລັງທະ​ຫານຂອງພວກເຮົາ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານໄບ​ເດັນ ທີ່ກ່າວຕໍ່ນາຍທະຫານຊັ້ນສູງຂອງທ່ານ ຢູ່ທີ່ທຳນຽບຂາວກ່ອນກອງ​ປະ​ຊຸມຂອງທ່ານ. ທ່ານ​ກ່າວ​ອີກວ່າ "ສະພາບແວດ ລ້ອມທາງຍຸດທະສາດກໍາລັງປ່ຽ​ນ​ແປງໄປຢ່າງໄວວາຢູ່ໃນໂລກ, ແຕ່ນັ້ນ ມັນ ຫມາຍຄວາມວ່າແຜນການ ແລະການ​ວາງກໍາລັງທະ​ຫານຂອງພວກເຮົາກໍຕ້ອງເຕັມ​ໄປ​ດ້ວຍພະ​ລັງອັນ​ຄ່ອງ​ແຄ້ວເທົ່າໆກັນ."

ທ່ານໄບ​ເດັນໄດ້ພົບກັບຜູ້ບັນຊາການທະ​ຫານສູ້ລົບ, ໃນນັ້ນມີລັດຖະມົນຕີ ກະ ຊວງປ້ອງກັນປະເທດ, ທ່ານລອຍ ອອ​ສ​ຕິນ, ປະທານເສນາທິການຮ່ວມ, ນາຍພົນມາກ ມີ​ລ​ລີ (Mark Milley) ແລະບັນດາຜູ້ນຳທາງ​ທະຫານ ແລະທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດອີກປະມານຊາວກວ່າສອງຄົນ.

XS
SM
MD
LG