ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ຈັດກອງປະຊຸມ ກັບບັນດາຜູ້ນຳຂັ້ນສູງຂອງລັດຖະສະພາ ເພື່ອປຶກສາຫາລື ກ່ຽວກັບຂໍ້ຕົກລົງ ການຊ່ອຍເຫຼືອຢູເຄຣນ ແລະເຂດຊາຍແດນ ສຫລ

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງສະຫະລັດ ທ່ານຊັກ ຊູມເມີ ແລະຜູ້ນຳສະພາຕໍ່າສະຫະລັດຈາກພັກເດໂມແຄຣນ ທ່ານ ຮາຄີມ ແຈັບຟຣີສ໌ ພວມກ່າວຖະແຫລງຕໍ່ບັນດານັກຂ່າວຢູ່ນອກທຳນຽບຂາວ ພາຍຫຼັງຈາກບັນດາຜູ້ນຳຈາກທັງສອງພັກ ໄດ້ພົບປະກັບປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໃນນະຄອນຫຼວງວໍຊິງຕັນ, ວັນທີ 17 ມັງກອນ 2024.

ຜູ້ນຳສະພາສູງສະຫະລັດຂອງພັກຣີພັບບລີກັນ ທ່ານມິຕຈ໌ ແມັກຄອນເນລ ກ່າວວ່າ ຊຸດງົບປະມານດ້ານຄວາມໝັ້ນຄົງທີ່ໄດ້ໂຕ້ແຍ້ງກັນນັ້ນ ອາດພ້ອມແລ້ວເພື່ອລົງຄະແນນສຽງ ໄວທີ່ສຸດແມ່ນໃນອາທິດໜ້ານີ້ ອີງຕາມອົງການຂ່າວເອພີ.

ຜູ້ນຳສຽງສ່ວນຫຼາຍທ່ານຊັກ ຊູມເມີ ຍັງໄດ້ມີຄວາມຮູ້ສຶກໃນແງ່ດີ ກ່ຽວກັບຮ່າງກົດໝາຍດັ່ງກ່າວ ທີ່ກຳລັງຈະຖືກນຳ​ມາ​ລົງ​ຄະ​ແນນ​ສຽງໃນສະພາ.

ປະທານາທິບໍດີ ໂຈ ໄບເດັນ ໄດ້ຈັດກອງປະຊຸມກັບບັນດາຜູ້ນຳຂັ້ນສູງສຸດຂອງລັດຖະສະພາ ຢູ່ທີ່ທຳນຽບຂາວ ເພື່ອກົດດັນໃຫ້ຮັບເອົາຊຸດງົບປະມານມູນຄ່າ 110 ຕື້ໂດລາ ທີ່ລວມທັງຂໍ້ຕົກລົງທີ່ອາດເປັນໄປໄດ້ ໃນດ້ານຄົນເຂົ້າເມືອງ ອັນເປັນຂີດໝາຍສຳຄັນ ທີ່ຈະປົດລັອກການຊ່ອຍເຫຼືອ ໃຫ້ແກ່ຢູເຄຣນ ອິສຣາແອລ ແລະ ບັນດາປະເທດພັນທະມິດອື່ນໆຂອງສະຫະລັດ ທີ່ບໍ່ໄປບໍ່ມານັ້ນ.

ການໄດ້ມານັ່ງລົມກັນກັບປະທານສະພາຕ່ຳ ທ່ານໄມຄ໌ ຈອນສັນ ແລະບັນດາຜູ້ນຳຂອງສະພາສູງ ອາດເຮັດໃຫ້ ຫຼື ຕົກລົງກັນໄດ້ ໃນການຕໍ່ລອງທາງດ້ານການເມືອງ. ທ່ານຈອນສັນ ໄດ້ກ່າວວ່າ ທ່ານຕ້ອງການຢາກເຫັນ “ການຫັນປ່ຽນ” ທີ່ຈະປ່ຽນແປງເພື່ອຈຳກັດຈຳນວນຂອງພວກຍົກຍ້າຍຖິ່ນຖານຢູ່ຊາຍແດນລະຫວ່າງສະຫະລັດກັບເມັກຊິໂກນັ້ນ ເປັນສ່ວນນຶ່ງຂອງຂໍ້ຕົກລົງໃດໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG