ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ. ໄບເດັນ ສືບຕໍ່ຮຽກຮ້ອງໃຫ້ຊາວອາເມ ຣິກັນໄປສັກວັກຊີນກັນໂຄວິດເພື່ອ ປ້ອງກັນຕົນເອງ ແລະ ຄົນອື່ນ


ປະທານາທິບໍດີໂຈ ໄບເດັນ ກ່າວກ່ຽວກັບການແຈກຢາກວັກຊີນກັນ COVID-19 ຢູ່ໃນທໍານຽບຂາວໃນວັນທີ 17 ພຶດສະພາ, 2021
ປະທານາທິບໍດີໂຈ ໄບເດັນ ກ່າວກ່ຽວກັບການແຈກຢາກວັກຊີນກັນ COVID-19 ຢູ່ໃນທໍານຽບຂາວໃນວັນທີ 17 ພຶດສະພາ, 2021

ຫລັງຈາກຄະນະລັດຖະບານຂອງທ່ານບໍ່ບັນລຸເປົ້າໝາຍ ການສັກຢາວັກຊີນປ້ອງກັນພະຍາດໃນວັນເອກະລາດນີ້ແລ້ວ, ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໃນວັນອັງຄານມື້ນີ້ ຈະຮຽກຮ້ອງອີກເທື່ອນຶ່ງ ໃຫ້ຊາວອາເມຣິກັນທີ່ຍັງບໍ່ໄດ້ຮັບການສັກຢານັ້ນໃຫ້ໄປສັກເພື່ອປ້ອງກັນຕົນເອງ ແລະຄົນອື່ນໆ ຕໍ່ເຊື້ອໄວຣັສນີ້ ໂດຍສະເພາະຕອນທີ່ມີສາຍພັນຫລ້າສຸດທີ່ໜ້າເປັນຫ່ວງຢູ່ນີ້.

ທ່ານໄບເດັນ ມີກຳນົດຈະກ່າວຄຳປາໄສຢູ່ທີ່ທຳນຽບຂາວກ່ຽວກັບການຮັບມືກັບໂຄວິດ-19 ແລະໂຄງການສັກຢາວັກຊີນ ໃນຂະນະທີ່ມີຄວາມກັງວົນເພີ່ມຂຶ້ນກ່ຽວກັບສາຍພັນໃໝ່ແດລຕາ ແຜ່ຜາຍໄປທົ່ວປະເທດຢູ່.

ຄະນະລັດຖະບານຂອງທ່ານໄບເດັນ ມີເປົ້າໝາຍທີ່ຈະໃຫ້ 70 ເປີເຊັນຂອງຜູ້ໃຫຍ່ຊາວອາເມຣິກັນຢ່າງໜ້ອຍໄດ້ຮັບການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ສ່ວນໃດສ່ວນນຶ່ງ ໃນວັນທີ 4 ກໍລະກົດນີ້. ສູນກາງຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດ ຫລື CDC ກ່າວໃນວັນສຸກຜ່ານມາວ່າ 47 ເປີ ເຊັນໄດ້ຮັບການສັກຢາສອງເຂັມແລ້ວ.

ທ່ານປະທານາທິບໍດີໄດ້ປະກາດໄຊຊະນະບາງສ່ວນໃນລະຫວ່າງການສະຫລອງວັນບຸນເອກະລາດ ໃນຕອນແລງວັນອາທິດຢູ່ທີ່ທຳນຽບຂາວ, ບ່ອນທີ່ທ່ານ ແລະທ່ານນາງຈີລ ໄບເດັນ, ສະຕີໝາຍເລກນຶ່ງ ໄດ້ຖາມສະບາຍດີດ້ວຍຕົວເອງຕໍ່ພວກຮັບມືກັບພະຍາດຢູ່ແຖວໜ້າ, ພະນັກງານທີ່ຈໍາເປັນຂາດບໍ່ໄດ້ ແລະສະມາ ຊິກທະຫານຫລາຍຄົນ ໃນຈຳນວນ 1,000 ຄົນ ທີ່ຖືກເຊີນໄປຮ່ວມງານນັ້ນ.

"ພວກເຮົາກຳລັງກັບຄືນມາເດີນທາງອີກ. ພວກເຮົາໄດ້ພົບເຫັນກັນອີກຄັ້ງນຶ່ງ. ທຸລະກິດກຳລັງເປີດ ແລະຈ້າງງານຄືນອີກ,” ນັ້ນຄືຄໍາເວົ້າຂອງທ່ານໄບເດັນ ກ່າວຕໍ່ຜູ້ເຂົ້າຮ່ວມງານສະຫລອງໃນຂະນະທີ່ກ່າວຄຳປາໄສເປັນເວລາ 15 ນາທີເຊິ່ງທ່ານໄດ້ປະກາດວ່າ ໃກ້ຈະໄດ້ຮັບຄວາມເປັນເອກະລາດຈາກໂຣກລະບາດແລ້ວ. ທ່ານກ່າວຕໍ່ໄປວ່າ "ໃນທຸກມື້ນີ້, ໃນທົ່ວປະເທດພວກເຮົາ ສາມາດເວົ້າດ້ວຍຄວາມໝັ້ນໃຈວ່າ: ອາເມຣິກາກຳລັງກັບຫາກັນແລ້ວ."

ແຕ່ທ່ານປະທານາທິບໍດີໄດ້ກ່າວເຕືອນວ່າ ເຖິງຢ່າງໃດກໍ່ຕາມການສູ້ລົບຕ້ານກັບໄວຣັສ- ເຊິ່ງໄດ້ເຮັດໃຫ້ຊາວອາເມຣິກັນຫຼາຍກ່ວາ 6 ແສນຄົນເສຍຊີວິດນັ້ນແມ່ນຍັງບໍ່ທັນໄດ້ສິ້ນສຸດລົງເທື່ອ.

ທ່ານ ໄບເດັນກ່າວວ່າ “ຢ່າໄດ້ເຂົ້າໃຈຂ້າພະເຈົ້າຜິດ - ໂຄວິດ-19 ຍັງບໍ່ໄດ້ສູນຫາຍໄປເທື່ອ.” ພວກເຮົາທຸກຄົນຮູ້ວ່າ ພວກສາຍພັນໃໝ່ ທີ່ມີພະລັງແຮງຫລາຍໄດ້ປາກົດຂຶ້ນມາ. ແຕ່ການປ້ອງກັນທີ່ດີທີ່ສຸດຕໍ່ສາຍພັນພວກນີ້ ກໍແມ່ນການສັກຢາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG