ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ປອບໃຈຄອບຄົວທັງຫຼາຍ ຢູ່ສະຖານທີ່ເກີດເຫດ ຕຶກຄອນໂດພັງ ໃນລັດ ຟລໍຣິດາ


ປະທານາທິບໍດີ ໂຈ ໄບເດັນ ກັບ ສະຕີໝາຍເລກນຶ່ງ,​ ຂວາ, ປອບໃຈເຈົ້າເມືອງ ໄມອາມີ ເດດ, ທ່ານນາງ ດານຽລລາ ເລີວີນ ຄາວາ ໃນຂະນະທີ່ທ່ານຢ້ຽມຢາມກຳແພງຮູບໄວ້ອາໄລ, ຢູ່ໃກ້ກັບຕຶກທີ່ພັງລົງສ່ວນນຶ່ງນັ້ນ. ເມືອງ ເຊີຟຊາຍດ໌ ລັດ ຟລໍຣິດາ. 1 ກໍລະກົດ, 2021.
ປະທານາທິບໍດີ ໂຈ ໄບເດັນ ກັບ ສະຕີໝາຍເລກນຶ່ງ,​ ຂວາ, ປອບໃຈເຈົ້າເມືອງ ໄມອາມີ ເດດ, ທ່ານນາງ ດານຽລລາ ເລີວີນ ຄາວາ ໃນຂະນະທີ່ທ່ານຢ້ຽມຢາມກຳແພງຮູບໄວ້ອາໄລ, ຢູ່ໃກ້ກັບຕຶກທີ່ພັງລົງສ່ວນນຶ່ງນັ້ນ. ເມືອງ ເຊີຟຊາຍດ໌ ລັດ ຟລໍຣິດາ. 1 ກໍລະກົດ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ເອົາບົດບາດເປັນຫົວໜ້ານັກປອບໃຈອີກຄັ້ງນຶ່ງ, ເທື່ອນີ້ແມ່ນຢູ່ເມືອງ ເຊີຟຊາຍດ໌ ລັດ ຟລໍຣິດາ, ບ່ອນທີ່ສະ ມາຊິກຄອບຄົວ ຂອງປະຊາຊົນ 145 ຄົນທີ່ຫາຍສາບສູນໃນຕຶກສູງທີ່ພັກອາໄສທີ່ພັງລົງສ່ວນນຶ່ງນັ້ນ ແມ່ນກຳລັງລໍຖ້າຂໍ້ມູນ ກ່ຽວກັບ ຄົນຮັກຂອງເຂົາເຈົ້າຢູ່.

ທ່ານປະທານາທິບໍດີໄດ້ກ່າວ ກ່ຽວກັບ ການປະຕິບັດການກອບກູ້ໃນວັນພະຫັດວານນີ້ວ່າ “ເຂົາເຈົ້າ ຮູ້ວ່າໂອກາດແມ່ນໄດ້ຫຼຸດລົງໜ້ອຍນຶ່ງ, ໃນຂະນະທີ່ແຕ່ລະວັນໄດ້ຜ່ານໄປ. ຢ່າງໜ້ອຍເຂົາເຈົ້າຢາກທີ່ຈະກອບກູ້ເອົາສົບອອກມາ.”

ເຈົ້າເມືອງ ເຊີຟຊາຍດ໌ ທ່ານ ຊາລສ໌ ເບີເກັດ (Charles Burkett) ໄດ້ກ່າວວ່າການປະຕິບັດການຄົ້ນຫາ ແລະ ກູ້ໄພໄດ້ສືບຕໍ່ໃນແລງວັນພະຫັດວານນີ້ ຫຼັງຈາກໄດ້ຖືກສັ່ງຢຸດກ່ອນໜ້ານັ້ນຍ້ອນມີ ການຢ້ານວ່າຕຶກດັ່ງກ່າວແມ່ນບໍ່ໝັ້ນຄົງ.

ຕົວເລກຜູ້ເສຍຊີວິດທີ່ໄດ້ຮັບການຢືນຢັນຕອນນີ້ແມ່ນ 18 ຄົນ, ລວມທັງເດັກນ້ອຍ 2 ຄົນ.

ທ່ານປະທານາທິບໍດີໄດ້ລົມນຳສະມາຊິກຄອບຄົວປະມານ 200 ຄົນຢູ່ໂຮງແຮມ ໄມອາມີ ບີຈ໌ (Miami Beach), ແລ້ວທ່ານກັບສະຕິໝາຍເລກນຶ່ງ ທ່ານນາງ ຈິລ ໄບເດັນ ກໍໄດ້ລົມນຳເຂົາເຈົ້າເທື່ອລະໂຕະໃນກຸ່ມຂະໜາດນ້ອຍ, ອີງຕາມທຳນຽບຂາວ, ເຊິ່ງໄດ້ກ່າວວ່າ ສະມາຊິກສະພາສູງ ສະຫະລັດ ສອງຄົນຂອງລັດດັ່ງກ່າວໄດ້ເຂົ້າຮ່ວມກັບທ່ານ ໄບເດັນ ເຊັ່ນດຽວກັບຜູ້ປົກຄອງ ລັດ ທ່ານ ຣອນ ເດິ ແຊນຕິສ ແລະ ນັກການເມືອງລັດ ຟລໍຣິດາ ຄົນອື່ນໆ.

ທ່ານ ໄບເດັນ ສັງກັດພັກເດໂມແຄຮັດ, ໄດ້ກ່າວຢໍ້າ ເຖິງການສະໜັບສະໜູນຈາກສອງພັກການເມືອງໃນບັນດານັກການເມືອງຂອງລັດ ຟລໍຣິດາ ຜູ້ທີ່ໄດ້ຢ້ຽມສະຖານທີ່ເກີດເຫດ. ຜູ້ປົກຄອງລັດ
ຟລໍຣິດາ ແລະ ສະມາຊິກສະພາສູງທັງສອງຄົນແມ່ນສັງກັດພັກຣີພັບບລີກັນ.

ທ່ານ ໄບເດັນ ໄດ້ກ່າວວ່າ “ມັນບໍ່ມີການບໍ່ເຫັນດີກັນ, ບໍ່ມີການໂຕ້ຖຽງກັນ. ທຸກຄົນແມ່ນຢູ່ໃນທີມດຽວກັນ. ນັ້ນແມ່ນທຸກຢ່າງທີ່ກ່ຽວກັບຄວາມເປັນ ອາເມຣິກາ. ມັນກ່ຽວກັບການດຶງກັນໄວ້, ບໍ່ປະຖິ້ມກັນ. ມັນບໍ່ມີພັກເດໂມແຄຣັດ ຫຼື ຣີພັບບລີກັນຢູ່ຂ້າງນອກນັ້ນ. ເຂົາເຈົ້າແມ່ນພຽງຄົນທີ່ຢາກເຮັດສິ່ງທີ່ຖືກຕ້ອງສຳລັບເພື່ອນຄົນ ອາເມຣິກັນ ຂອງເຂົາເຈົ້າ.”

ກ່ອນການຢ້ຽມຢາມສະຖານທີ່ໄວ້ອາໄລທີ່ຢູ່ໃກ້ກັບຈຸດທີ່ເກີດໂສກນາດຕະກຳໃນຊຸມຊົນຊາຍຝັ່ງມະຫາສະໝຸດທີ່ມີຜູ້ອາໄສຢູ່ເກືອບ 6,000 ຄົນນັ້ນ, ທ່ານ ໄບເດັນ ໄດ້ປະກາດວ່າອົງການຄຸ້ມຄອງໄພສຸກເສີນລັດຖະບານກາງຈະສະໜອງບ່ອນຢູ່ຊົ່ວຄາວ ແລະ ສິ່ງຈຳເປັນສຸກເສີນອື່ນໆໃຫ້ຜູ້ທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນເຫດການທີ່ເປັນຄວາມຫາຍານະໃນຄັ້ງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG