ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ແລະ​ຜູ້​ນຳ​ລັດ​ຖະ​ສະ​ພາ ຈະ​ພົບ​ປະ​ກັນ ໃນ​ວັນ​ອັງ​ຄານມື້ນີ້ ເພື່ອ​ຂຶ້ນ​ເພ​ດານ​ໜີ້​ສິນ


ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ຍົກ​ມື​ຂຶ້ນ ຂະ​ນະ​ທີ່​ຝູງ​ຊົນ​​ຖ່າຍ​ຮູບ​ທ່ານ ແລະ​ຄອບ​ຄົວ ໃນ​ຂະ​ນະ​ທີ່​ໄປ​ຮ່ວມ​ພິ​ທີ​ມອບ​ປ​ະ​ລິນ​ຍາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເພັນ​ຊິ​ລ​ເວ​ເນຍ ບ່ອນ​ທີ່​ຫຼານ​ສາວ​ຂອງ​ທ່ານ ນາງ​ເມ​ຊີ ໄບ​ເດັນ ໄດ້​ຮຽນ​ຈົບ ທີ່​ນະ​ຄອນ​ຟີ​ລາ​ແດ​ລ​ເຟຍ ເມື່ອ​ວັນ​ທີ 15 ເມ​ສາ 2023.
ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ຍົກ​ມື​ຂຶ້ນ ຂະ​ນະ​ທີ່​ຝູງ​ຊົນ​​ຖ່າຍ​ຮູບ​ທ່ານ ແລະ​ຄອບ​ຄົວ ໃນ​ຂະ​ນະ​ທີ່​ໄປ​ຮ່ວມ​ພິ​ທີ​ມອບ​ປ​ະ​ລິນ​ຍາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເພັນ​ຊິ​ລ​ເວ​ເນຍ ບ່ອນ​ທີ່​ຫຼານ​ສາວ​ຂອງ​ທ່ານ ນາງ​ເມ​ຊີ ໄບ​ເດັນ ໄດ້​ຮຽນ​ຈົບ ທີ່​ນະ​ຄອນ​ຟີ​ລາ​ແດ​ລ​ເຟຍ ເມື່ອ​ວັນ​ທີ 15 ເມ​ສາ 2023.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ວ່າ ທ່ານ​ຈະ​ເລີ້ມ​ເຈ​ລະ​ຈາ​ຫາ​ລື​ກັບ​ພວກ​ຜູ້​ນຳ​ຂອງ​ລັດ​ຖະ​ສະ​ພາ​ຄືນ​ອີກ ທີ່​ທຳ​ນຽບ​ຂາວ ໃນ​ວັນ​ອັງ​ຄານມື້ນີ້ ຂະ​ນະ​ທີ່​ການ​ປະ​ເຊີນ​ໜ້າ​ກ່ຽວ​ກັບ​ຂີດ​ຈຳ​ກັດ​ຂອງ​ໜີ້​ສິນ ຜັກ​ດັນ​ໃຫ້​ປະ​ເທດ​ຊາດ​ໃກ້​ເຂົ້າ​ສູ່​ກາ​ນ​ຈຳ​ກັດ​ທາງ​ດ້ານ​ກົດ​ໝາຍ​ໃນ​ການ​ກູ້​ຢືມ ​ຍັງ​ບໍ່​ທັນ​ມີ​ການ​ຕົກ​ລົງ​ກັນ ​ທີ່​ສາ​ມາດ​ແນມ​ເຫັນ​ໄດ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ການ​ພົບ​ປະ​ໃນ​ຂັ້ນ​ຕົ້ນ ​ແມ່ນ​ຄວນ​ມີ​ຂຶ້ນ​ໃນ​ມື້​ວັນ​ສຸກ ​ອາ​ທິດ​ແລ້ວ ແຕ່​ໄດ້​ມີ​ການ​ເລື່ອນ​ເວ​ລາ​ອອກ​ໄປ​ຢ່າງ​ກະ​ທັນ​ຫັນ ເພື່ອ​ໃຫ້​ມີ​ພວກ​ພະ​ນັກ​ງານ​ມີ​ໂອ​ກາດ​ໄດ້​ຫາ​ລື​ກັນ ກ່ອນ​ທີ່​ທ່ານ​ໄບ​ເດັນ ແລະ​ຜູ້​ນຳ​ຂອງ​ລັດ​ຖະ​ສະ​ພາ​ສີ່​ທ່ານ ປະ​ຊຸມ​ກັນ​ເປັນ​ຄັ້ງ​ທີ​ສອງ. ທ່ານ​ໄບ​ເດັນ​ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ທີ່​ລັດ​ເພັນ​ຊິ​ລ​ເວ​ເນຍ ໃນ​ວັນ​ຈັນ ວານນີ້​ວ່າ ການ​ປະ​ຊຸມ​ກັນ​ຈະ​ມີ​ຂຶ້ນ​ໃນ​ວັ​ນ​ອັງ​ຄານມື້ນີ້ ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຫຍັງ​ເພີ້ມ​ຕື່ມ ກ່ຽວ​ກັບ​ໂອ​ກາດ​ໃນ​ການ​ທີ່​ຈະ​ຕົກ​ລົງ​ກັນ.

ທ່ານ​ເດີນ​ທາງ​ໄປ​ລັດ​ເພັນ​ຊິ​ລ​ເວ​ເນຍ​ ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ຮຽນ​ຈົບ ​ຂອງ​ຫຼານ​ສາວ ນາງ​ເມ​ຊີ (Maisi) ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ເພັນ​ຊິ​ລ​ເວ​ເນຍ. ທ່ານ​ມີ​ໝາຍກຳ​ນົດ​ທີ່​ຈະ​ອອກເດີນ​ທາງ​ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມ​ຈີ 7 ທີ່​ປະ​ເທດ​ຍີ່​ປຸ່ນ​ໃນ​ມື້​ວັນ​ພຸດມື້​ອື່ນນີ້.

President Joe Biden says he will resume talks with congressional leaders at the White House on Tuesday as a standoff over the debt limit pushes the country closer to its legal borrowing limit with no agreement in sight. The meeting was initially supposed to be Friday but was abruptly postponed so staff-level talks could continue before Biden and the four congressional leaders huddled for a second time. Biden told reporters in Pennsylvania on Monday that the meeting was on for Tuesday but did not elaborate on prospects for a deal. He was in Philadelphia to attend granddaughter Maisy's graduation from the University of Pennsylvania. He is scheduled to leave for the Group of Seven summit in Japan on Wednesday.

XS
SM
MD
LG