ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ໄບ​ເດັນ ແລະ ບັນ​ດາ​ຜູ້​ນຳ​ລັດ​ຖະ​ສະ​ພາ ບໍ່​ສາ​ມາດ​ບັນ​ລຸ​ຂໍ້​ຕົກ​ລົງກັນ ກ່ຽວ​ກັບ ເພ​ດານ​ໜີ້​ສິນ


​ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ຢ່າງ​ໄປ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ເພື່ອ​ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ເຈ​ລະ​ຈາ​ກັບ​ພັກ​ຣີ​ພັບ​ບ​ລີ​ກັນ ກ່ຽວ​ກັບ ການ​ຂຶ້ນ​ເພ​ດານ​ໜີ້ສິ້ນ, ຫໍ​ລັດ​ຖ​ະ​ສະ​ພາ ສະ​ຫະ​ລ​ັດ, 3 ພຶດ​ສະ​ພາ 2023.
​ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ຢ່າງ​ໄປ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ເພື່ອ​ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ເຈ​ລະ​ຈາ​ກັບ​ພັກ​ຣີ​ພັບ​ບ​ລີ​ກັນ ກ່ຽວ​ກັບ ການ​ຂຶ້ນ​ເພ​ດານ​ໜີ້ສິ້ນ, ຫໍ​ລັດ​ຖ​ະ​ສະ​ພາ ສະ​ຫະ​ລ​ັດ, 3 ພຶດ​ສະ​ພາ 2023.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ, ປະ​ທານ​ສະ​ພາ​ຕ່ຳ ທ່ານ ເຄວິນ ແມັກ​ຄາ​ທີ ແລະ ຜູ້​ນຳ​ລັດ​ຖະ​ສະ​ພາ​ລະ​ດັບ​ສູງ​ຄົນ​ອື່ນໆປາ​ກົດ​ວ່າບໍ່​ໃກ້​ທີ່​ຈະ​ເຫັນ​ດີ​ກັນ​ໃນ​ວັນ​ອັງ​ຄານ​ວານນີ້​ທີ່​ແນ​ເປົ້າ​ໃສ່​ການ​ບັນ​ລຸ​ຂໍ້​ຕົກ​ລົງ ກ່ຽວ​ກັບ ການ​ຂຶ້ນ​ເພ​ດານ​ໜີ້​ສິນ​ຂອງ​ປະ​ເທດ ສະ​ນັ້ນ​ລັດ​ຖະ​ບານ​ຈຶ່ງ​ສາ​ມາ​ດກູ້​ຢືມ​ເງິນ​ເພີ່ມ​ເຕີມ​ເພື່ອ​ຈ່າຍ​ພັນ​ທະ​ທີ່​ມີ​ຢູ່​ຂອງ​ເຂົາ​ເຈົ້າ.

ການ​ບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້ ໄດ້​ມີ​ຂຶ້ນ​ທ່າມ​ກາງ​ການ​ເຕືອນ​ທີ່ບໍ່​ດີ​ຈາກ​ກະ​ຊວງ​ການ​ເງິນ​ທີ່​ວ່າ​ການ​ຜິດ​ນັດ​ຈ່າຍ​ໜີ້​ສິນ​ອາດ​ກໍ່​ໃຫ້​ເກີດ “ການ​ຕື່ນ​ຕົກ​ໃຈ​ທົ່ວ​ໂລກ” ແລະ “ຄວາມ​ຫາ​ຍະ​ນະ,” ແລະ ໃນ​ຂະ​ນະ​ທີ່​ທ່ານ ໄບ​ເດັນ ກະ​ກຽມ​ທີ່​ຈະ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດ​ໃນ ຍີ່​ປຸ່ນ ວັນ​ພຸດ​ມື້ນີ້ ກັບ​ 7 ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ສູງ​ສຸດ​ຂອງ​ໂລກ.

ວິ​ກິດ​ການ​ທີ່​ໃກ້​ຈະ​ເກີດ​ຂຶ້ນນີ້​ຍັງ​ໄດ້ກີດ​ກັ້ນ​ແຜນ​ການ​ຂອງ​ທ່ານ ໄບ​ເດັນ ທີ່​ຈະ​ໄປ​ຢ້ຽມ​ຢາມ​ປະ​ເທດ ປາ​ປົວ ນິວ​ກີ​ນີ ແລະ ອອ​ສ​ເຕ​ຣ​ເລຍ ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດ​ດັ່ງ​ກ່າວ, ອີງ​ຕາມ​ການ​ກ່າວ​ຂອງ​ທຳ​ນຽບ​ຂາວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ.

ທ່ານ ແມັກ​ຄາ​ທີ ໄດ້​ກ່າວ​ຫຼັງ​ຈາກກອງ​ປະ​ຊຸມ​ໂຕະມົນ​ໄດ້​ສິ້ນ​ສຸດ​ລົງ​ວ່າ “ມັນ​ບໍ່​ເປັນ​ຈັ່ງ​ໂຊກ ​ທີ່​ພວກ​ເຮົາ​ໄດ້​ມາ​ຢູ່​ທີ່ນີ້. ແຕ່​ສິ່ງ​ທີ່​ດີ​ກ່ຽວ​ກັບ​ມັນ​ກໍ​ແມ່ນ ພັກ​ຣີ​ພັບ​ບ​ລີ​ກັນ ມັກ​ຈະ​ພະ​ຍາ​ຍາມ​ຊອກ​ຫາ​ຂໍ້​ແກ້​ໄຂ.”

ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ທ່ານ ຊັກ​ ຊູ​ເມີ, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ໄດ້​ກ່າວ​ວ່າ​ກຸ່ມ​ດັ່ງ​ກ່າວ​ໄດ້​ຕົກ​ລົງ​ກັນ​ໃນ​ບາງ​ບັນ​ຫາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG