ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໄບ​ເດັນ ປະ​ນາມການ​ເລືອກ​ຕັ້ງ 'ແບບ​ລະ​ຄອນ​ຕະ​ຫຼົກ' ໃນ ​ນິ​ກາຣາ​ກົວ


ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ລົມ​ກັບ​ພວກ​ນັກ​ຂ່າ ທີ່​ເດີ່ນ​ຫຍ້າ​ກ້ຳ​ໃຕ້ ຂອງ​ທຳ​ນຽບ​ຂາວ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 8 ພະ​ຈິກ 2021.
ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ລົມ​ກັບ​ພວກ​ນັກ​ຂ່າ ທີ່​ເດີ່ນ​ຫຍ້າ​ກ້ຳ​ໃຕ້ ຂອງ​ທຳ​ນຽບ​ຂາວ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 8 ພະ​ຈິກ 2021.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ບໍ່​ໄດ້​ໃຊ້​ຄຳ​ເວົ້າຫຼີກ​ລ່ຽງໃນ​ການ​ປະ​ນາມ​ການ​ເລືອກ​ຕັ້ງ ​ຢູ່ປະ​ເທດນິ​ກາ​ຣາ​ກົວ ​ເມື່ອ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ໂດຍ​ເອີ້ນ​ວ່າ​ ເປັນ​ການ “ຫຼອກ​ລວງ” ​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ປົກ​ຄອງ​ປະ​ເທດ​ມາ​ເປັນ​ເວ​ລາ​ດົນ​ນານ ໄດ້​ຈັບ​ພັກ​ຝ່າຍ​ຄ້ານ​ຂັງ​ຄຸກ ແລະ​ທຳ​ການ​ກົດ​ຂີ່​ຕໍ່​ຜູ້​ທີ່​ຄັດ​ຄ້ານ​ລັດ​ຖະ​ບານ​ຢ່າງ​ໂຫດ​ຮ້າຍ ເພື່ອ​ຈະ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ​ອີກ​ເປັນ​ສະ​ໄໝ​ທີ​ສີ່.

ແຕ່​ໃນ​ວັນ​ຈັນ​ວານນີ້ ທ່ານ​ໄບ​ເດັນ​ຍັງ​ບໍ່​ທັນ​ໄດ້​ລົງ​ນາມ​ໃນ​ຮ່າງ​ກົດ​ໝາຍ​ ທີ່ໄດ້ມີ​ການ​ເຄື່ອນ​ໄຫວ ​ຢູ່​ໃນ​ລັດ​ຖະ​ສະ​ພາ​ມາ​ໄດ້​ຫຼາຍ​ເດືອນ​ແລ້ວ ໂດຍແນ​ໃສ່​ເພື່ອ​ຢັບ​ຢັ້ງ​ພວກ​ທີ່​ຢູ່​ວົງ​ໃນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ນິ​ກາ​ຣາ​ກົວ. ຮ່າງ​ກົດ​ໝາຍທີ່​ຫຍໍ້​ມາ​ຈາກ​ RENACER ຄືໃຫ້​ປະ​ເທດ​ນິ​ກາ​ຣ​າ​ກົວ​ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ​ເພື່ອ​ປະ​ຕິ​ຮູບ​ການ​ເລືອກ​ຕັ້ງ ​ໄດ້​ຖືກ​ຮັບ​ຜ່ານໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ທັງ​ສອງ​ພັກ​ການ​ເມືອງ ແລະ​ໄປ​ຮອດ​ໂຕະ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ໃນ​ອາ​ທິດ​ແລ້ວນີ້.

ທ່ານ​ໄບ​ເດັນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ອັນ​ທີ່​ ປະ​ທາ​ນາ​ທິ​ບໍ​ດີ​ແດ​ນຽ​ລ ອໍ​ເຕ​ກ້າ ແລະ​ພັນ​ລະ​ຍາ​ຂອງ​ລາ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຣ​ຊາ​ຣີ​ໂອ ມູ​ຣິ​ໂຍ ເປັນ​ຜູ້​ບົງ​ການ​ໃນ​ມື້ນີ້ ແມ່ນ​ການ​ເລືອກ​ຕັ້ງ​ ແບບ​ລະ​ຄອນ​ຕະ​ລົກ ທີ່​ບໍ່​ໄດ້​ມີ​ຂຶ້ນ​ແບບເສ​ລີ ຫຼື​ມີ​ຄວາ​ມ​ຍຸ​ຕິ​ທຳ ແລະ​ສ່ວນ​ໃຫຍ່​ແລ້ວ ແມ່ນ​ແນ່ນອນບໍ່​ໄດ້​ມີ​ປະ​ຊາທິ​ປະ​ໄຕ​ເລີຍ.”

ທ່ານ​ໄດ້​ປະ​ກາດ​ວ່າ ຈະ​ນຳ​ໃຊ້ “ທຸກ​ເຄື່ອງ​ມື​ທາງ​ດ້ານ​ການ​ທູດ​ແລະ​ເສດ​ຖະ​ກິດ​ທີ່​ພວກ​ເຮົາ​ມີ​ຢູ່ ເພື່ອ​ສະ​ໜັບ​ສະ​ໜຸນ​ປະ​ຊາ​ຊົນ​ຊາວ​ນິ​ກາ​ຣາ​ກົວ ແລະ​ໃຫ້​ລັດ​ຖະບານ​ອໍ​ເຕ​ກ້າ-ມູ​ຣິ​ໂຍ ເປັນ​ຜູ້​ຮັບ​ຜິດ​ຊອບ.”

ປະ​ຊາ​ຊົນ​ນິ​ກາ​ຣາ​ກົວ​ຄົນ​ນຶ່ງ ທຳ​ການ​ປະ​ທ້ວງ​ຕໍ່​ຕ້ານ​ປະ​ທາ​ນາ​ທິ​ບໍ​ດີ​ແດ​ນຽ​ລ ອໍ​ເຕ​ກ້າ ທີ່​ຈະ​ຕຸ​ລັດ​ລັດ​ຖະ​ທຳ​ມະ​ນູນ ໃນ​ນະ​ຄອນ​ກົວ​ເຕ​ມາ​ລາ​ຊີ​ຕີ້ ເມື່ອ​ວັນ​ທີ 7 ພະ​ຈິກ 2021.
ປະ​ຊາ​ຊົນ​ນິ​ກາ​ຣາ​ກົວ​ຄົນ​ນຶ່ງ ທຳ​ການ​ປະ​ທ້ວງ​ຕໍ່​ຕ້ານ​ປະ​ທາ​ນາ​ທິ​ບໍ​ດີ​ແດ​ນຽ​ລ ອໍ​ເຕ​ກ້າ ທີ່​ຈະ​ຕຸ​ລັດ​ລັດ​ຖະ​ທຳ​ມະ​ນູນ ໃນ​ນະ​ຄອນ​ກົວ​ເຕ​ມາ​ລາ​ຊີ​ຕີ້ ເມື່ອ​ວັນ​ທີ 7 ພະ​ຈິກ 2021.

ໃນ​ການ​ໃຫ້​ຄວາມ​ເຫັນ ​ຕໍ່​ໜັງ​ສື​ພິມ La Voz del Sandinismo ທີ່​ສະ​ໜັບ​ສະ​ໜຸນ​ອໍ​ເຕ​ກ້ານັ້ນ ໄດ້​ມີ​ການ​ອ້າງ​ຄຳ​ເວົ້າ​ຂອງຮອງ​ປະ​ທາ​ນາ​ທິ​ບໍ​ດີ​ມູ​ຣິ​ໂຍ ​ທີ່ກ່າວ​ວ່າ ການ​ເລືອກ​ຕັ້ງ​ໄດ້​ ມີ​ຂຶ້ນ​ແບບ​ຍຸ​ຕິ​ທຳ. “​ພວກ​ເຮົາ​ໄດ້​ຮັບ​ຄະ​ແນນ​ສຽງ​ເຫຼົ່າ​ນີ້ດ້ວຍ​ຄວາມນອບ​ນ້ອມ​ຖ່​ອມ​ຕົນ​ ແລະ​ຄວາມ​ຮູ້​ສຶກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ອັນ​ຍິ່ງ​ໃຫຍ່” ​ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ ແລະ​ກໍ​ກ່າວ​ຕື່ມ​ວ່າ “ແລະ​ຍັງ​ມີ​ວຽກ​ງານ​ອີກຫຼາຍ​ຢ່າງ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ກະ​ທຳ ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ ແລະ​ຄວາມ​ໄຝ່ຝັນ​ຂອງ​ບັນ​ດາ​ຄອບ​ຄົວ​ຊາວ​ນິ​ກາ​ຣາ​ກົວ.”

ນອກນັ້ນ ທ່ານ​ນາງ​ມູ​ຣິ​ໂຍ ​ຍັງກ່າວ​ວ່າ ທ່ານ​ນາງ​ແລະ​ສາ​ມີ​ຂອງ​ທ່ານ​ນາງ ໄດ້​ຮັບ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຈາກ​ປະ​ເທດ​ຣັດ​ເຊຍ ຄິ​ວາ ເວ​ເນ​ຊູ​ເອ​ລາ​ ແລະໂບ​ລີ​ເວຍ.

ອົງ​ການ​ສື່ມວນ​ຊົນ​ລ​ະ​ຫວ່າງ​ປະ​ເທດ​ຫຼາຍໆ​ອົງ​ການບໍ່​ສາ​ມາດ​ເຂົ້າ​ໄປ​ໃນ​ປະ​ເທດນິ​ກາ​ຣາ​ກົວ​ໄດ້ ເພື່ອ​ເກັບ​ກຳ​ຂ່າວ​ການ​ປ່ອນ​ບັດ​ເລືອກ​ຕັ້ງ.

ອ່​ານ​ຂ່າວນ​ີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG