ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ສະເຫຼີມສະຫຼອງປະຫວັດສາດຂອງຄົນຜິວດຳ ທ່າມກາງຄວາມໂກດແຄ້ນຂອງຊາວອາເມຣິກາເຊື້ອສາຍອາຟຣິກາ ກ່ຽວກັບເຂດກາຊາ


ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ທັກທາຍບັນດາຜູ້ເຂົ້າຮ່ວມ ໃນລະຫວ່າງ
ງານລ້ຽງ ເພື່ອລະນຶກເຖິງປະຫວັດສາດຄົນຜິດດຳ ໃນຫ້ອງຕາເວັນອອກ ຂອງທຳນຽບຂາວ ໃນວັນທີ 6 ກຸມພາ 2024.
ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ທັກທາຍບັນດາຜູ້ເຂົ້າຮ່ວມ ໃນລະຫວ່າງ ງານລ້ຽງ ເພື່ອລະນຶກເຖິງປະຫວັດສາດຄົນຜິດດຳ ໃນຫ້ອງຕາເວັນອອກ ຂອງທຳນຽບຂາວ ໃນວັນທີ 6 ກຸມພາ 2024.

ປະທານາທິບໍດີ ໂຈ ໄບເດັນ ໄດ້ສະເຫຼີມສະຫຼອງເດືອນປະຫວັດສາດຂອງຄົນຜິວດຳໃນວັນອັງຄານວານນີ້ ທີ່ທຳນຽບຂາວ ທ່າມກາງການສະໜັບສະໜຸນທີ່ຫຼຸດລົງຈາກຜູ້ລົງຄະແນນສຽງຜິວດຳ ທີ່ປະສົບກັບຄວາມເດືອດຮ້ອນຈາກຈຸດຢືນຂອງລັດຖະບານ ຕໍ່ສົງຄາມຢູ່ເຂດກາຊາ ແລະບໍ່ສົນໃຈ ກັບສິ່ງທີ່ພວກເຂົາເບິ່ງວ່າຂາດຄວາມຄືບໜ້າ ໃນວາລະດ້ານຍຸຕິທຳທາງດ້ານເຊື້ອຊາດຜິວພັນ ຂອງ ທ່ານ ໄບເດັນ.

"ຄືນນີ້, ຂໍໃຫ້ພິຈາລະນາເບິ່ງຄືນວ່າພວກເຮົາສ້າງປະຫວັດສາດແນວໃດ, ບໍ່ແມ່ນການລຶບລ້າງປະຫວັດສາດ," ທ່ານ ໄບເດັນ ກ່າວໃນຕອນແລງຂອງວັນອັງຄານ, ໂດຍກ່າວໂຈມຕີສະພານິຕິບັນຍັດຂອງລັດທີ່ຄວບຄຸມໂດຍພັກຣີພັບບລີກັນ, ເຊິ່ງໄດ້ສະເໜີຮ່າງກົດໝາຍ ທີ່ຈະຈຳກັດສິ່ງທີ່ໂຮງຮຽນສາມາດສອນ ກ່ຽວກັບເຊື້ອຊາດ ແລະປະຫວັດສາດຊອງຊາວອາເມຣິກັນຜິວດຳ.

ຮອງປະທານາທິບໍດີ ຄາມາລາ ແຮຣີສ (Kamala Harris), ຊຶ່ງກ່່າວກ່ອນ ທ່ານໄບເດັນ, ກ່າວກົງໄປກົງມາກວ່າ. "ໃນທົ່ວປະເທດຂອງພວກເຮົາ, ພວກເຮົາໄດ້ເຫັນກຸ່ມຫົວຮຸນແຮງ ພະຍາຍາມລຶບລ້າງປະຫວັດສາດຂອງພວກເຮົາ," ນາງກ່າວໃນລະຫວ່າງງານລ້ຽງຕ້ອນຮັບຂອງ ທຳນຽບຂາວ ພ້ອມກັບຜູ້ນຳຄົນຜິວດຳ. "ພວກເຂົາ ປິດກັ້ນ ປື້ມຮຽນປະຫວັດສາດ ແລະຍົກເລີກຫ້ອງຮຽນປະຫວັດສາດ."

ໃນຖະແຫຼງການ, ທຳນຽບຂາວໄດ້ອ້າງເຖິງໄຊຊະນະດ້ານນິຕິບັນຍັດ ແລະດຳ ລັດປະທານາທິບໍດີ ທີ່ສົ່ງເສີມຄວາມສະເໝີພາບທາງດ້ານເຊື້ອຊາດ ທີ່ເຮັດໃຫ້ຄວາມຮັ່ງມີຂອງຄົນຜິວດຳ ເພີ່ມຂຶ້ນເຖິງ 60 ເປີເຊັນ ນັບຕັ້ງແຕ່ເກີດໂຣກລະ ບາດ, ລະດັບການເປັນຜູ້ປະກອບການໃນລະດັບສູງສຸດເປັນປະຫວັດສາດ, ແລະການຫຼຸດລົງຂອງຄວາມທຸກຍາກຂອງເດັກນ້ອຍຢ່າງຫຼວງຫຼາຍ. ພວກເຂົາ ເຈົ້າເນັ້ນໃຫ້ເຫັນເຖິງການສະໜັບສະໜູນທຸລະກິດທີ່ມີເຈົ້າຂອງເປັນຄົນຜິວດຳ, ຂະຫຍາຍການເຂົ້າເຖິງທີ່ຢູ່ອາໄສທີ່ມີລາຄາບໍ່ແພງ, ປັບປຸງໂອກາດດ້ານການສຶກສາ ແລະຄວາມພະຍາຍາມເພື່ອແກ້ໄຂບັນຫາການຮັກສາສຸຂະພາບ ແລະຄວາມບໍ່ສະເໝີພາບດ້ານການສຶກສາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG