ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ແລະ ທ່ານ ທຣຳ ຍຶດເອົາການແຕ່ງຕັ້ງຂອງພັກຂອງຕົນ, ພາໃຫ້ມີການແຂ່ງຂັນຄືກັບ ປີ 2020 ອີກຄັ້ງ


ຮູບພາບນີ້ ສ້າງຂຶ້ນໃນວັນທີ 6 ມີນາ 2024 ສະແດງໃຫ້ເຫັນອະດີດປະທານາທິບໍດີ ດໍໂນລ ທຣຳ ທີ່ຫວັງຊິງຕໍາແໜ່ງປະທານາທິບໍດີສະຫະລັດ ຂອງພັກຣີພັບບລີກັນ ແລະ ໃນເມືອງ ຄອນຄອດ, ນິວແຮມ ເຊຍ ໃນວັນທີ 19 ມັງກອນ 2024 ແລະ ປະທານາທິບໍດີ ໂຈ ໄບເດັນ ໃນເມືອງ ຄັລເວີ, ລັດຄາລີຟໍເນຍ, ວັນທີ 21 ກຸມພາ 2024.
ຮູບພາບນີ້ ສ້າງຂຶ້ນໃນວັນທີ 6 ມີນາ 2024 ສະແດງໃຫ້ເຫັນອະດີດປະທານາທິບໍດີ ດໍໂນລ ທຣຳ ທີ່ຫວັງຊິງຕໍາແໜ່ງປະທານາທິບໍດີສະຫະລັດ ຂອງພັກຣີພັບບລີກັນ ແລະ ໃນເມືອງ ຄອນຄອດ, ນິວແຮມ ເຊຍ ໃນວັນທີ 19 ມັງກອນ 2024 ແລະ ປະທານາທິບໍດີ ໂຈ ໄບເດັນ ໃນເມືອງ ຄັລເວີ, ລັດຄາລີຟໍເນຍ, ວັນທີ 21 ກຸມພາ 2024.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ຊະນະໃນການສະເໜີຊື່ເອົາຕໍາແໜ່ງປະທານາທິບໍດີ ຂອງພັກເດໂມແຄຣັດ ໃນຄືນວັນອັງຄານວານນີ້ ແລະອະດີດປະທານາທິບໍດີ ດໍໂນລ ທຣຳ ກໍກໍາລັງກ້າວໄປສູ່ການຮັບປະກັນການແຕ່ງຕັ້ງຈາກພັກຣີພັບບລີກັນ, ໂດຍຈະເຮັດໃຫ້ການເລືອກຕັ້ງແຫ່ງຊາດໃນເດືອນພະຈິກ ເປັນການແຂ່ງຂັນກັນອີກຄັ້ງນຶ່ງ ໃນການແຂ່ງຂັນປີ 2020 ຂອງພວກເຂົາ.

ທ່ານ ໄບເດັນ ​ໄດ້​ປະ​ເຊີນ​ໜ້າ​ກັບການຄັດຄ້ານພຽງນ້ອຍດຽວ​ເທົ່າ​ນັ້ນ ເພື່ອເປັນຜູ້ຖືກສະເໜີ​ຊື່​ຈາກ​ພັກ​ເດ​ໂມ​ແຄຣັດ.

​ໃນ​ຂະນະ​ດຽວ​ກັນ ທ່ານ ທຣຳ ​ໄດ້​ເອົາ​ຊະນະ​ສະມາຊິກ​ພັກຣີພັບ​ບລິ​ກັນ​ຫຼາຍ​ຄົນ​ໃນ​ການ​ເລືອກ​ຕັ້ງຂັ້ນ​ຕົ້ນ, ລວມທັງ​ອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະ​ປະຊາ​ຊາດ ທ່ານນາງ ນິກກີ້ ເຮລີ ​ແລະ​ຜູ້​ປົກຄອງ​ລັດ ຟລໍຣີດາ ທ່ານ ຣອນ ດີແຊນຕິສ. ຜູ້ສະໝັກຄົນອື່ນໆ, ລວມທັງອະດີດຮອງປະທານາທິບໍດີ ຂອງທ່ານ ທຣຳ, ທ່ານ ໄມຄ໌ ເພັນ, ໄດ້ຖອນຕົວອອກເມື່ອຫຼາຍເດືອນກ່ອນ ຍ້ອນຂາດການສະໜັບສະໜຸນຈາກຜູ້ລົງຄະແນນສຽງ ເມື່ອປະເຊີນກັບການຍຶດຄອງຖານຜູ້ລົງຄະແນນສຽງຈຳນວນຫຼາຍຈາກພັກຣີພັບບລີກັນ ຢ່າງຈະແຈ້ງ ຂອງ ທ່ານ ທຣຳ.

ເຖິງແມ່ນວ່າຈະບໍ່ມີການແຕ່ງຕັ້ງຂອງພັກຂອງພວກເຂົາຢ່າງເປັນທາງການຢູ່ໃນມື, ຜູ້ສະຫມັກທັງສອງກໍຍັງຢູ່ໃນການໂຄສະນາຫາສຽງເຕັມຮູບແບບ ແປດເດືອນກ່ອນການເລືອກຕັ້ງ, ໂດຍຈະພິພາກວິຈານເຊິ່ງກັນແລະກັນ ໃນທຸກໆໂອກາດທີ່ພວກເຂົາສາມາດເຮັດໄດ້.

ໃນຄໍາປາໄສຕໍ່ສະພາ ແລະ ປະເທດຊາດ ໃນອາທິດທີ່ຜ່ານມາ, ທ່ານ ໄບເດັນ ໄດ້ກ່າວສິ່ງທີ່ບໍ່ດີກ່ຽວກັບ "ຜູ້ດຳລົງຕຳແໜ່ງກ່ອນໜ້າຂ້າພະເຈົ້າ" 13 ເທື່ອ, ໂດຍທີ່ບໍ່ເຄີຍກ່າວເຖິງຊື່ ທ່ານ ທຣຳ ເລີຍ, ແຕ່ພັນລະນາໃຫ້ເຫັນໂລກທີ່ບໍ່ເປັນທີ່ປາດຖະໜາ ຂອງການດຳລົງຕໍາແໜ່ງຄັ້ງທີສອງ ຂອງປະທານາທິບໍດີ ທຣຳ ຈະມີລັກສະນະແນວໃດ.

ທ່ານ ທຣຳ ເຍາະເຍີ້ຍອາຍຸຂອງ ທ່ານ ໄບເດັນ ຜູ້ທີ່ມີອາຍຸ 81 ປີ, ເຖິງແມ່ນວ່າທ່ານຈະມີອາຍຸນ້ອຍກວ່າ ພຽງແຕ່ສີ່ປີເທົ່ານັ້ນ.

"ຂ້າພະເຈົ້າ ຄິດວ່າລາວຈະເປັນຜູ້ສະຫມັກ," ທ່ານ ທຣຳ ກ່າວກ່ຽວກັບ ທ່ານ ໄບເດັນ ທາງ CNBC ໃນວັນຈັນທີ່ຜ່ານມາ. "ຂ້າພະເຈົ້າເປັນຄູ່ແຂ່ງຄົນດຽວຂອງລາວ ນອກເຫນືອຈາກຊີວິດ, ຊີວິດນັ້ນເອງ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG