ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີເລືອກໃໝ່ຂອງສະຫະລັດທ່ານໂຈ ໄບເດັນ, ໄດ້ຕໍາໜິປະທານາທິບໍດີ ດໍໂນລ ທຣໍາ ຢ່າງແຮງ ໃນວັນພະຫັດວານນີ້ ທີ່ປະ ຕິເສດບໍ່ຍອມຮັບການເສຍໄຊຢູ່ໃນການເລືອກຕັ້ງວັນທີ 3 ພະຈິກຜ່ານມາແລະກັ້ນການບໍ່ໃຫ້ທີມງານໂອນອໍານາດຂອງທ່ານເຂົ້າເຖິງຂໍ້ມູນທີ່ສຳຄັນຂອງລັດຖະ ບານກ່ຽວກັບການລະບາດຂອງພະຍາດຢ່າງໜັກໄດ້.
ທ່ານໄບເດັນ ກ່າວກ່ຽວກັບທ່ານທຣໍາວ່າ “ມັນເປັນການຍາກທີ່ຈະເຂົ້າໃຈວ່າຊາຍຄົນນີ້ຄິດແນວໃດ.” ທ່ານກ່າວຕໍ່ໄປອີກວ່າ “ຂ້າພະເຈົ້າໝັ້ນໃຈວ່າລາວຮູ້ ວ່າລາວບໍ່ຊະນະ; ຮູ້ວ່າລາວຈະບໍ່ສາມາດຊະນະໄດ້, ແລະພວກເຮົາຈະສາບານຕົວເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນນີ້.” “ມັນໄກຫລາຍທີ່ຂ້າພະເຈົ້າທີ່ຈະຕັ້ງໃຈຖາມ ກ່ຽວກັບຄວາມປະສົງຂອງລາວ. ມັນເປັນສິ່ງທີ່ໜ້າກຽດຊັງຫລາຍ ສິ່ງທີ່ລາວເຮັດຢູ່ໜີ້,” ນັ້ນຄືຄໍາເວົ້າຂອງທ່ານໄບເດັນ ທີ່ກ່າວຕໍ່ບັນດານັກຂ່າວຫລັງຈາກໄດ້ພົບປະກັນໂດຍການເຊື່ອມຕໍ່ທາງວີດີໂອກັບຜູ້ປົກຄອງລັດຈາກພັກເດໂມແຄຣັດ ແລະພັກຣີພັບບລິກັນ 10 ທ່ານ.
ອະດີດຮອງປະທານາທິບໍດີຄົນນີ້ໃຫ້ຂໍ້ສັງເກດວ່າ ໂຮງໝໍໃນທົ່ວປະເທດກຳລັງເຫັນວ່າ ມີກໍລະນີຄົນປ່ວຍເພີ່ມຂຶ້ນກ່ອນໜ້າວັນບຸນ ຂອບຄຸນພະເຈົ້າ ຫລື Thanksgiving ແລະວັນຄຣິສມາດ, ເຊິ່ງກໍ່ໃຫ້ເກີດຄວາມກົດດັນຢ່າງໃຫຍ່ຫຼວງຕໍ່ບັນດາສະຖານທີ່ທາງການແພດ ແລະພະນັກງານການແພດ ແລະ “ເຮັດໃຫ້ເສດຖະກິດຂອງທ່ານເສຍຫາຍຢ່າງໃຫຍ່ຫລວງ ໃຫຍ່ຫລວງທີ່ສຸດ."
ທ່ານ ໄບເດັນ ໄດ້ບອກຜູ້ນຳໃນຄະນະບໍລິຫານຂອງສະມາຄົມຜູ້ປົກຄອງລັດແຫ່ງຊາດວ່າ, "ພວກທ່ານຕ້ອງການຄວາມຊ່ວຍເຫຼືອ, ແລະຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ໄວ້ວ່າ ຂ້າພະເຈົ້ສຈະເປັນຄູ່ຮ່ວມງານຂອງພວກທ່ານຢູ່ໃນທຳນຽບຂາວ."
ຫຼາຍແສນຄົນທີ່ຕິດເຊື້ອໃໝ່ກຳລັງຖືກບັນທຶກຢູ່ໃນສະຫະລັດໃນທຸກໆວັນ, ແລະມີຈຳນວນຜູ້ເສຍຊີວິດປະມານ 4 ແສນຄົນແລ້ວ, ເຊິ່ງເປັນຈໍານວນຫຼາຍກວ່າປະເທດໃດໝົດ, ອີງຕາມມະຫາວິທະຍາໄລຈອນສ໌ ຮອບຄິນສ໌ (Johns Hopkins). ທັນທີຫລັງຈາກທ່ານໄບເດັນໄດ້ສະຫລຸບການກ່າວຄຳປາໄສຂອງທ່ານຢູ່ເມືອງວີລມັງຕັນ (Wilmington) ລັດເດລາແວລົງ ບັນດາສະມາຊິກຂອງຄະນະສະເພາະກິດດ້ານໄວຣັສໂຄໂຣນາຂອງທຳນຽບຂາວກໍໄດ້ເຂົ້າໄປໃນຫ້ອງຖະແຫລງຂ່າວຂອງທຳນຽບຂາວ.
ຮອງປະທານາທິບໍດີໄມຄ໌ ເພັນສ໌ແລະສະມາຊິກຄົນອື່ນໆໃນກຸ່ມ ໄດ້ສະແດງຄວາມຄິດໃນແງ່ດີກ່ຽວກັບຢາວັກຊີນທີ່ຈະອອກມານີ້.
ທ່ານເພັນສ໌ກ່າວວ່າ “ການຊ່ວຍເຫຼືອແມ່ນກໍາລັງຈະມາເຖິງແລ້ວ.”