ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ເອີ້ນການປ່ຽນກົດໝາຍ ການປ່ອນບັດເລືອກຕັ້ງຂອງລັດວ່າ ເປັນ 'ການໂຈມຕີ ຕໍ່ເສລີພາບ'


ປະທານາທິບໍດີໂຈ ໄບເດັນກ່າວຄໍາປາໄສກ່ຽວກັບການເຄື່ອນໄຫວເພື່ອປົກປ້ອງສິດໃນການເລືອກຕັ້ງທີ່ສູນລັດຖະທຳມະນູນແຫ່ງຊາດໃນນະຄອນຟີລາແດລເຟຍ, ລັດເພັນຊີລວາເນຍ, ວັນທີ 13 ກໍລະກົດ, 2021
ປະທານາທິບໍດີໂຈ ໄບເດັນກ່າວຄໍາປາໄສກ່ຽວກັບການເຄື່ອນໄຫວເພື່ອປົກປ້ອງສິດໃນການເລືອກຕັ້ງທີ່ສູນລັດຖະທຳມະນູນແຫ່ງຊາດໃນນະຄອນຟີລາແດລເຟຍ, ລັດເພັນຊີລວາເນຍ, ວັນທີ 13 ກໍລະກົດ, 2021

ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ໃນວັນອັງຄານວານນີ້ ໄດ້ຕໍາໜິຢ່າງແຮງຕໍ່ບັນດາລັດທີ່ນຳພາໂດຍພັກຣີພັບບລີກັນທີ່ຊຸກຍູ້ໃຫ້ມີກົດລະບຽບການປ່ອນບັດລົງຄະແນນສຽງເລືອກຕັ້ງເຂັ້ມງວດຂຶ້ນໂດຍເອີ້ນວ່າການກະທຳດັ່ງກ່າວ ແມ່ນ "ການໂຈມຕີຢ່າງເປີດເຜີຍ... ຕໍ່ເສລີພາບ."

ພວກສັງກັດພັກຣີພັບບລິກັນກ່າວວ່າ ເຂົາເຈົ້າກຳລັງເຮັດໃຫ້ກົດລະບຽບໃນການປ່ອນບັດລົງຄະແນນສຽງເຂັ້ມງວດຂຶ້ນ ເພື່ອບໍ່ໃຫ້ມີການສໍ້ໂກງການເລືອກຕັ້ງເກີດຂຶ້ນໃນອະນາຄົດ ແລະວ່າຊາວອາເມຣິກັນສາມາດມີຄວາມໝັ້ນໃຈໄດ້ວ່າ ບັດລົງຄະແນນສຽງເລືອກຕັ້ງ ຈະຖືກນັບແບບມີຄວາມຍຸຕິທໍາ.

ແຕ່ທ່ານໄບເດັນ, ໃນບາງທີອາດຈະເປັນການເວົ້າທີ່ມີອາລົມທີ່ສຸດຂອງທ່ານໃນຊ່ວງທີ່ເປັນປະທານາທິບໍດີມາໄດ້ 6 ເດືອນມານີ້ ໄດ້ໂຕ້ຖຽງວ່າກົດໝາຍ 28 ສະບັບທີ່ຖືກຮັບຮອງເອົາແລ້ວໃນ 17 ລັດນັ້ນ "ເຮັດໃຫ້ຊາວອາເມຣິກັນປະສົບກັບຄວາມຫຍຸ້ງຍາກຫລາຍຂຶ້ນ ໃນການປ່ອນບັດລົງຄະແນນສຽງເລືອກຕັ້ງ."

ທ່ານປະກາດວ່າ "ນີ້ແມ່ນການລົ້ມລ້າງການເລືອກຕັ້ງ." "ມັນເປັນເລື້ອງໄຮ້ສາມັນສໍານຶກເທົ່ານັ້ນ."

ໂດຍບໍ່ໄດ້ລະບຸຊື່ທ່ານ, ທ່ານ ໄບເດັນ ໄດ້ຕຳໜິອະດີດປະທານາທິບໍດີ ດໍໂນລ ທຣໍາ ສໍາລັບຄຳຮຽກຮ້ອງທີ່ມີມາຕະຫລອດຂອງທ່ານວ່າ ທ່ານໄດ້ຖືກໂກງໃຫ້ອອກຈາກຕຳແໜ່ງທີ່ທ່ານຄວນໄດ້ຮັບຕໍ່ໄປອີກ 4 ປີ ຢູ່ໃນທຳນຽບຂາວຍ້ອນມີການສໍ້ໂກງການປ່ອນບັດ ແລະການນັບບັດໃນການເລືອກຕັ້ງໃນເດືອນພະຈິກທີ່ຜ່ານມາ.

ທ່ານໄບເດັນໄດ້ກ່າວຄໍາປະກາດນີ້ທ້າມກາງສຽງຕົບມືຊົມເຊີຍຈາກຜູ້ສະໜັບສະໜູນທ່ານ ທີ່ເຕົ້າໂຮມກັນທີ່ສູນລັດຖະທຳມະນູນແຫ່ງຊາດໃນນະຄອນຟີລາແດລເຟຍ (Philadelphia) ວ່າ "ການຂີ້ຕົວະທີ່ຍິ່ງໃຫຍ່ກໍແມ່ນມີແຕ່ເທົ່ານັ້ນ ຫລະ, ມັນແມ່ນການຂີ້ຕົວະອັນຍິ່ງໃຫຍ່".

ທ່ານ ໄບເດັນ ໄດ້ເລືອກເອົານະຄອນດັ່ງກ່າວເພື່ອກ່າວຄໍາປາໄສດ້ານສິດທິໃນການປ່ອນບັດລົງຄະແນນສຽງເລືອກຕັ້ງ ເພາະວ່າມັນແມ່ນແຫລ່ງກໍາເນີດຂອງປະຊາທິປະໄຕຂອງອາເມຣິກາ: ມັນແມ່ນບ່ອນທີ່ຜູ້ກໍ່ຕັ້ງປະເທດໄດ້ປະກາດເອກະລາດຈາກອັງກິດເປັນຄັ້ງທໍາອິດໃນປີ 1776.

“ຢູ່ໃນອາເມຣິກາ, ຖ້າທ່ານເສຍໄຊ ທ່ານຕ້ອງຍອມຮັບຜົນຂອງມັນ,” ນັ້ນຄືຄໍາເວົ້າຂອງທ່ານໄບເດັນ ທີ່ໝາຍເຖິງທ່ານທຣໍາຜູ້ທີ່ບໍ່ໄປເຂົ້າຮ່ວມພິທີສາບານໂຕເຂົ້າຮັບຕຳແໜ່ງຂອງທ່ານໄບເດັນໃນເດືອນມັງກອນຜ່ານມາ ແລະ ຍັງບໍ່ທັນໄດ້ປະກາດຢ່າງເປີດເຜີຍວ່າປະທານາທິບໍດີໄບເດັນໄດ້ຊະນະການເລືອກຕັ້ງເທື່ອນັ້ນ.

ທ່ານ ໄບເດັນ ໄດ້ຮຽກຮ້ອງອີກເທື່ອນຶ່ງ ໃຫ້ສະພາສູງຮັບຮອງເອົາກົດໝາຍວ່າດ້ວຍການປ່ອນບັດລົງຄະແນນສຽງທີ່ໄດ້ຮັບການອະນຸມັດຈາກສະພາຕໍ່າທີ່ຈະເປັນກົດລະບຽບໃນການເລືອກຕັ້ງສະມາຊິກສະພາ ແລະປະທານາທິບໍດີ ທີ່ຈະລົບລ້າງຂໍ້ຈໍາກັດທີ່ຫາກໍ່ຖືກຮັບຮອງເອົາໂດຍລັດ ທີ່ທ່ານໄບເດັນ ແລະບັນດາສະມາຊິກລັດຖະສະພາສັງກັດພັກເດໂມແຄຣັດເວົ້າວ່າຈະເຮັດໃຫ້ການປ່ອນບັດ ລົງຄະແນນສຽງຂອງພວກຊົນກຸ່ມນ້ອຍເຊິ່ງສ່ວນໃຫຍ່ແລ້ວແມ່ນໄດ້ປ່ອນເອົາພວກສັງກັດພັກເດໂມແຄຣັດນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG