ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ກ່າວ​ຕ້ອງ​ຕິ​ໄພ​ຂົ່ມ​ຂູ່ ຕໍ່​ປະ​ຊາ​ທິ​ປະ​ໄຕ ໂດຍ​ຮຽກ​ຮ້ອງ​ ໃຫ້​ຊາວ​ອາ​ເມ​ຣິ​ກັນ ລຸກ​ຂຶ້ນ​ປົກ​ປ້ອງ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ ຢູ່​ຂ້າງນອກ​ຫໍ​ເອກ​ກະ​ລາດ ເມື່ອ​ວັນ​ທີ 1 ກັນ​ຍາ 2022 ທີ່​ນະ​ຄອນ​ຟີ​ລາ​ແດ​ລ​ເຟຍ.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ ຢູ່​ຂ້າງນອກ​ຫໍ​ເອກ​ກະ​ລາດ ເມື່ອ​ວັນ​ທີ 1 ກັນ​ຍາ 2022 ທີ່​ນະ​ຄອນ​ຟີ​ລາ​ແດ​ລ​ເຟຍ.

ສະ​ຫະ​ລັດມາ​ຮອດ​ທາງ​ແຍກ ​ທີ່​ອັນ​ຕະ​ລາຍ ໃນ​ການ​ຕໍ່​ສູ້​ເພື່ອ​ຮັກ​ສາ​ໄວ້​ຊຶ່ງ​ປະ​ຊາ​ທິ​ປະ​ໄຕ ນັ້ນ​ຄື​ຄວາມ​ເຊື່ອ ​ຂອງປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແລະ​ຢູ່​ໃນ​ການກ່າວຄຳ​ປາ​ໄສ​ທີ່ຕື່ນ​ເຕັ້ນ​ ຈາກ​ນະ​ຄອນ​ຟີລາ​ແດ​ລ​ເຟຍ ໃນ​ຄືນ​ວັນ​ພະ​ຫັດ​ ທ່ານ​ໄດ້​ຖິ້ມ​ໂທດ​ໃສ່ຊາຍ​ຄົນ​ນຶ່ງ​ຊຶ່ງ​ເປັນ​ທີ່​ນັບ​ໜ້າ​ຖື​ຕາ.

“ບໍ່​ມີ​ຄຳ​ຖາມ​ໃດໆ​ເລີຍ ທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ທຸກມື້ນີ້ ແມ່ນ​ຄອບ​ງຳ ຂັບ​ດັນ​ແລະ​ຂົ່ມ​ຂູ່ໂດຍ​ທ່ານ​ດໍ​ໂນ​ລ ທ​ຣຳ ແລະຄຳ​ຂວັນ MAGA ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ” ນັ້ນ​ຄື​ຄຳ​ເວົ້າ​ຂອງປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ​ຊຶ່ງ​ທ່ານ​ໝາຍ​ເຖິງຄຳ​ຂວັນ​ ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ທ​ຣຳ​ເມື່ອ​ປີ 2016 ເຮັດ​ໃຫ້​ອາ​ເມ​ຣິ​ກັນ​ຍິ່ງ​ໃຫຍ່​ຄືນ​ອີກ. “ແລະ​ນີ້​ແມ່ນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ເທດນີ້.”

ທ່ານ​ໄບ​ເດັນ​ໄດ້​ວາດ​ພາບ​ທີ່​ມືດ​ມົນ​ຂອງວິ​ໄສ​ທັດ​ຄູ່​ແຂ່ງ​ຂອງ​ທ່ານ​ສຳ​ລັບ​ອາ​ເມ​ຣິ​ກາ ໃນ​ຂະ​ນະ​ທີ່​ທ່ານ​ກ່າວ​ຄຳ​ປາ​ໄສ ຢູ່​ຕໍ່​ໜ້າ​ຫໍ ບ່ອນ​ທີ່​ບັນ​ດາ​ຜູ້​ກໍ່​ຕັ້ງ​ປະ​ເທດ​ໄດ້​ຂຽນ ແລະ​ອະ​ພິ​ປາຍ ທັງ​ຄຳ​ປະ​ກາດ​ເອກ​ກະ​ລາດ​ແລະ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ ເກືອບ 250 ປີ​ຜ່ານ​ມາ​ແລ້ວນັ້ນ.

ທ່ານ​ໄດ້​ກ່າວ​ຄຳ​ປາ​ໄສ ເປັນ​ເວ​ລາ 25 ນາ​ທີ ແລະ​ໃນ​ຊ່ວງ​ເວ​ລາ​ດັ່ງ​ກ່າວ​ໄດ້​ເວົ້າ​ເຖິງ​ຄຳ​ເວົ້າ​ພຽງ​ຄຳ​ດຽວ ບໍ່​ໜ້ອຍກວ່າ 25 ເທື່ອ ນັ້ນ​ກໍ​ຄື​ຄຳ​ວ່າ ປະ​ຊາ​ທິ​ປະ​ໄຕ.

​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ເດີນ​ທາງ​ໄປ​ຮອດ ພ້ອມ​ກັບ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ​ຈິ​ລ ໄບ​ເດັນ ເພື່ອ​ກ່າວ​ຄຳ​ປາ​ໄສ ຢູ່ນອກ​ຫໍ​ເອກ​ກະ​ລາດ ທີ່​ນະ​ຄອນ​ຟີ​ລາ​ແດ​ລ​ເຟຍ ເມື່ອ​ວັນ​ທີ 1 ກັນ​ຍາ 2022.
​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ເດີນ​ທາງ​ໄປ​ຮອດ ພ້ອມ​ກັບ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ​ຈິ​ລ ໄບ​ເດັນ ເພື່ອ​ກ່າວ​ຄຳ​ປາ​ໄສ ຢູ່ນອກ​ຫໍ​ເອກ​ກະ​ລາດ ທີ່​ນະ​ຄອນ​ຟີ​ລາ​ແດ​ລ​ເຟຍ ເມື່ອ​ວັນ​ທີ 1 ກັນ​ຍາ 2022.

ທ່ານ​ໄດ້​ໃຊ້​ຄຳ​ເວົ້າເພື່ອ​ໃຫ້ມີ​ການຄຸ່ນ​ຄິດ​ຕໍ່​ການ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ຂອງ​ທ່ານ​ທ​ຣຳ ທີ່​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ການ​ກ່າວ​ອ້າງ​ຂອງ​ທ່ານ​ທ​ຣຳ​ທີ່​ວ່າ ການ​ເລືອກ​ຕັ້ງ​ປີ 2020 ໄດ້​ຖືກ​ລັກ​ຂະ​ໂມຍ ຜູ້​ຊຶ່ງ​ໄດ້​ເຮັດ​ວຽກ​ເພື່ອຢຸດຢັ້ງ​ບໍ່​ໃຫ້ຜູ້​ຄົນ​ໄປປ່ອນ​ບັດ​ໃນ​ບັນ​ດາ​ລັດ​ທີ່ສຳ​ຄັນໆ ແລະ​ເຂົ້າ​ຮ່ວມ​ໃນຄວາມ​ພະ​ຍາ​ຍາມ​ກໍ່​ຄວາມ​ຮຸນ​ແຮງ​ຕໍ່​ຕ້ານ​ລັດ​ຖະ​ບານ​ ທີ່​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ເມື່ອ​ວັນ​ທີ 6 ມັງ​ກອນ 2021.

ທ່ານ​ໄບ​ເດັນ​ກ່າວ​ວ່າ “ປະ​ຫວັດ​ສາດ​ໄດ້​ບອກ​ພວກ​ເຮົາ​ວ່າ ການ​ຈົງ​ຮັກ​ພັກ​ດີ​ແບບ​ຕາ​ບອດ​ຕໍ່​ຜູ້​ນຳ​ພຽງ​ຄົນ​ດຽວ ແລະ​ເຕັມ​ໃຈ​ທີ່​ຈະ​ເຂົ້າ​ພົວ​ພັນ​ກັບ​ຄວາມ​ຮຸນ​ແຮງ​ທາງ​ການ​ເມືອງນັ້ນ ແມ່ນ​ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ຕໍ່​ປະ​ຊາ​ທິ​ປະ​ໄຕ. ນັບ ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ ພວກ​ເຮົາ​ໄດ້​ກ່າວຕໍ່​ພວກ​ເຮົາ​ເອງວ່າ ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກັນ​ ແມ່ນ​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ. ແຕ່​ມັນ​ບໍ່​ໄດ້​ຮັບ​ເລີຍ. ພວກ​ເຮົາ​ຕ້ອງ​ໄດ້ປ້ອງກັນ​ມັນ. ຄຸ້ມ​ຄອງ​ມັນ. ລຸກ​ຂຶ້ນ​ຕໍ່​ສູ້​ເພື່ອ​ມັນ.”

ໃນ​ການ​ກ່າວຕອບ​ໂຕ້ ກ່ອນ​ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ຄຳ​ປາ​ໄສ​ນັ້ນ ຜູ້​ນຳ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ສະ​ພາ​ຕ່ຳ ທ່ານ​ເຄວິນ ແມັດ​ຄາ​ທີ ໄດ້​ກ່າວ​ຫາ​ທ່ານ​ໄບ​ເດັນ​ວ່າ ສ້າງ​ຄວາມ​ແຕກ​ແຍກ ແລະ​ຖິ້ມ​ໂທດ​ໃສ່​ພັກ​ເດ​ໂມ​ແຄ​ຣັດ ຕໍ່​ການ​ທີ່​ອັດ​ຕາ​ເງິນ​ເຟີ້​ອາ​ຊະ​ຍາ​ກຳ ແລະ​ການ​ໃຊ້​ຈ່າຍ​ຂອງ​ລັດ​ຖະ​ບານ ທີ່ສູງ​ຂຶ້ນ.

ທ່ານ​ກ່າວ​ວ່າ “ໃນ​ຮອບ​ສອງ​ປີ​ທີ່​ຜ່ານ​ມານີ້ ທ່ານ​ໂຈ ໄບ​ເດັນ ໄດ້​ລິ​ເລີ້ິ້ມ​ແລະ​ໂຈມ​ຕີ​ຕໍ່​ຈິດ​ວິນ​ຍານ​ຂອງ​ອາ​ເມ​ຣິ​ກາ ຕໍ່​ປະ​ຊາ​ຊົນ ​ຕໍ່​ກົດ​ໝາຍ ແລະ​ຕໍ່​ຫຼັກ​ຄຸນ​ຄ່າ​ທີ່​ສັກ​ສິດ​ທີ່​ສຸດ. ທ່ານ​ໄດ້​ລິ​ເລີ້ມ​ແລະ​ໂຈມ​ຕີ​ຕໍ່​ປະ​ຊາ​ທິ​ປະ​ໄຕ​ຂອງ​ພວກ​ເຮົາ. ນະ​ໂຍ​ບາຍ​ຂອງ​ທ່ານ​ໄດ້​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ອາ​ເມ​ຣິ​ກາ​ບາດ​ເຈັບ​ຢ່າງ​ຮ້າຍ​ແຮງ ເຮັດ​ໃຫ້​ຈິດ​ໃຈ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຮັບ​ຄວາມ​ເຊື່ອມ​ຖອຍ ແລະທໍ​ລະ​ຍົດ​ຕໍ່​ຄວາມ​ໄວ້​ວາງ​ໃຈ​ຂອງ​ອາ​ເມ​ຣິ​ກາ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG