ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຮຽກຮ້ອງໃຫ້ກຸ່ມ ຕາລີບານ ປ່ອຍຕົວປະກັນ ຊາວ ອາເມຣິກັນ


ທ່ານ ມາກ ແຣນດອລ ເຟຣຣິດຈ໌ ຢູໃນປ້າຍປະກາດລັກພາຕົວຂອງອົງການ ທີ່ໄດ້ຮັບມາ ໃນວັນທີ 26 ສິງຫາ, 2020.
ທ່ານ ມາກ ແຣນດອລ ເຟຣຣິດຈ໌ ຢູໃນປ້າຍປະກາດລັກພາຕົວຂອງອົງການ ທີ່ໄດ້ຮັບມາ ໃນວັນທີ 26 ສິງຫາ, 2020.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໃນວັນອາທິດວານນີ້ ໄດ້ຮຽກ ຮ້ອງກຸ່ມຕາລີບານທີ່ປົກຄອງ ອັຟການິສຖານ ໃຫ້ປ່ອຍຕົວນັກວິສະວະກຳໂຍທາ ສະຫະລັດ ຜູ້ທີ່ຖືກລັກພາຕົວເມື່ອສອງປີທີ່ຜ່ານມາ ແລະ ເຊື່ອວ່າ ຈະເປັນຕົວປະກັນ ອາເມຣິກັນ ຄົນສຸດທ້າຍທີ່ຖືກກັກຂັງໂດຍກຸ່ມຕາລີບານ.

ທ່ານ ມາກ ເຟຣຣິດຈ໌ (Mark Frerichs) ແມ່ນອະດີດທະຫານເຮືອ ສະຫະ ລັດ ອາຍຸ 59 ປີຈາກເມືອງ ລອມບາດ, ລັດ ອີລີນອຍ, ຜູ້ທີ່ໄດ້ເຮັດວຽກໃນ ອັຟການິສຖານ ເປັນເວລານຶ່ງທົດສະວັດ ໃນ ໂຄງການພັດທະນາ. ລາວໄດ້ຖືກລັກພາຕົວນຶ່ງເດືອນກ່ອນຂໍ້ຕົກລົງການຖອນກອງທະຫານ ສະຫະ ລັດ ຖືກເຊັນໃນເດືອນກຸມພາ 2020 ແລະ ຖືກສົ່ງໄປໃຫ້ເຄືອຂ່າຍ ຮັກການີ, ເຊິ່ງແມ່ນກຸ່ມນ້ອຍຂອງຕາລີບານທີ່ປ່າເຖື່ອນທີ່ຖືກກ່າວຫາ ກ່ຽວກັບ ການໂຈມຕີທີ່ໂຫດຮ້າຍທີ່ສຸດຂອງສົງຄາມ.

ວັນຈັນມື້ນີ້ເປັນຂີດໝາຍສອງປີ ໃນການກັກຂັງລາວ.

ທ່ານ ໄບເດັນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ການຂົ່ມຂູ່ຄວາມປອດໄພຂອງປະຊາຊົນ ອາເມຣິກັນ ຫຼື ພົນລະເຮືອນທີ່ບໍລິສຸດຄົນໃດ ແມ່ນຮັບບໍ່ໄດ້ຕະຫຼອດເວລາ, ແລະ ການຈັບໂຕປະກັນແມ່ນການກະທຳຂອງຄວາມໂຫດຮ້າຍ ແລະ ຂີ້ຂາດຕາຂາວ.”

ທ່ານກ່າວວ່າ “ກຸ່ມຕາລີບານຕ້ອງປ່ອຍຕົວທ່ານ ມາກ ໃນທັນທີ ກ່ອນທີ່ເຂົາເຈົ້າຈະສາມາດຄາດຫວັງການພິຈາລະນາໃດໆ ກ່ຽວກັບ ຄວາມມຸ່ງມາດປາຖະໜາສຳລັບຄວາມຖືກຕ້ອງຕາມກົດໝາຍຂອງເຂົາເຈົ້າ. ນີ້ບໍ່ແມ່ນສິ່ງທີ່ສາມາດເຈລະຈາໄດ້.”

ທ່ານ ໄບເດັນ ໄດ້ຖອນກອງທະຫານ ສະຫະລັດ ອອກຈາກ ອັຟການິສຖານ ໃນເດືອນສິງຫາທີ່ຜ່ານມາ ໃນການຖອນຕົວທີ່ສັບສົນວຸ້ນວາຍ ທີ່ໄດ້ເຮັດໃຫ້ມີການຕຳໜິວິຈານຢ່າງຮຸນແຮງຈາກພັກຣີພັບບລີກັນ ແລະ ພັກເດໂມແຄຣັດຂອງທ່ານເອງ ພ້ອມກັບພັນທະມິດຕ່າງປະເທດ ແລະ ເຮັດໃຫ້ຄະແນນຄວາມເຫັນຊອບຂອງທ່ານຫຼຸດລົງ.

ຄອບຄົວຂອງທ່ານ ເຟຣຣິດຈ໌ ໄດ້ຕ້ອງ​ຕິລັດຖະບານ ສະຫະລັດ ສຳລັບການບໍ່ກົດດັນແຮງກວ່າເກົ່າ ເພື່ອເຮັດໃຫ້ທ່ານໄດ້ຮັບການປ່ອຍຕົວ. ໃນອາທິດທີ່ຜ່ານມາ, ​ນ້ອງສາວຂອງລາວ, ນາງ ຊາລີນ ຄາໂຄຣາ, ໄດ້ທຳການຂໍຮ້ອງສ່ວນຕົວຕໍ່ທ່ານ ໄບເດັນ ໃນລາຍງານຂໍ້ຄິດເຫັນຂອງໜັງສືພິມ ວໍຊິງຕັນ ໂພສ ຫົວຂໍ້, “ປະທານາທິບໍດີ ໄບເດັນ, ກະລຸນານຳເອົາອ້າຍຂອງຂ້າພະເຈົ້າກັບບ້ານ, ຕົວປະກັນ ອາເມຣິກັນ ຄົນສຸດທ້າຍໃນ ອັຟກນິສຖານ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG