ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໄບເດັນ ຮຽກຮ້ອງຕໍ່ ບັນດາຜູ້ນຳຂອງເຮຕີ ໃຫ້ 'ເຂົ້າມາຮ່ວມມືກັນ' ເພຶ່ອຜົນປະໂຫຍດຂອງປະເທດ


ພວກໜ່ວຍອາລັກຂາ ຂອງອະດີດສະມາຊິກສະພາສູງທັງຫຼາຍ ຢືນຍາມປະຕູທາງເຂົ້າຕຶກຂອງສານ ໃນລະຫວ່າງທີ່ກຳລັງພິຈາລະຄະດີ ຫຼັງຈາກການລອບສັງຫານປະທານາທິບໍດີ ໂຈເວີແນລ ມວາເຊ, ໃນນະຄອນຫຼວງ ປອກ-ໂອ-ແປຣັງ ຂອງເຮຕີ, ວັນທີ 12 ກໍລະກົດ 2021.
ພວກໜ່ວຍອາລັກຂາ ຂອງອະດີດສະມາຊິກສະພາສູງທັງຫຼາຍ ຢືນຍາມປະຕູທາງເຂົ້າຕຶກຂອງສານ ໃນລະຫວ່າງທີ່ກຳລັງພິຈາລະຄະດີ ຫຼັງຈາກການລອບສັງຫານປະທານາທິບໍດີ ໂຈເວີແນລ ມວາເຊ, ໃນນະຄອນຫຼວງ ປອກ-ໂອ-ແປຣັງ ຂອງເຮຕີ, ວັນທີ 12 ກໍລະກົດ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກຳລັງຮຽກຮ້ອງຕໍ່ບັນດາຜູ້ນຳທາງການເມືອງຂອງເຮຕີ ໃຫ້ເຂົ້າມາຮ່ວມມືກັນເພື່ອຄວາມຢູ່ດີຂອງປະເທດພວກເຂົາເຈົ້າ.

ທ່ານໄບເດັນ ໄດ້ກ່າວໃນວັນຈັນວານນີ້ ໃນລະຫວ່າງກອງປະຊຸມຢູ່ທີ່ທຳນຽບຂາວ ວ່າ “ປະຊາຊົນຊາວເຮຕີ ຄວນໄດ້ຮັບສັນຕິພາບ ແລະຄວາມໝັ້ນຄົງ.”

ທ່ານປະທານາທິບໍດີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານພວມຕິດຕາມເບິ່ງຄວາມຄືບໜ້າຢ່າງໃກ້ຊິດ ຢູ່ໃນປະເທດທີ່ຕັ້ງຢູ່ໃນເຂດທະເລຄາຣີບຽນດັ່ງກ່າວ ທ່າມກາງການລອບສັງຫານປະທານາທິບໍດີ ໂຈເວີແນລ ມວາເຊ ເມື່ອວັນພຸດຜ່ານມາ.

ທ່ານມວາເຊ ໄດ້ຖືກຍິງຕາຍຢູ່ທີ່ບ້ານພັກຂອງທ່ານ ໃນນະຄອນຫຼວງປອກ-ໂອແປຣັງ ຂອງເຮຕີ ເມື່ອຕອນເຊົ້າຂອງວັນທີ 7 ກໍລະກົດ. ພັນລະຍາຂອງທ່ານ ທ່ານນາງມາຣຕີນ ມວາເຊ ໄດ້ຮັບບາດເຈັບສາຫັດໃນການບຸກໂຈມຕີ ແລະໄດ້ຖືກນຳສົ່ງໄປຮັກສາປິ່ນປົວຢູ່ທີ່ນະຄອນໄມອາມີ ລັດຟລໍຣິດາຂອງສະຫະລັດ.

ປະທານາທິບໍດີ ໄບເດັນ ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ສົ່ງຄະນະຜູ້ແທນນັກຊ່ຽວຊານລະດັບ-ສູງໄປ ເພື່ອປະເມີນສະຖານະການ ແລະກຳນົດວ່າ ບ່ອນໃດທີ່ສະຫະລັດ ສາມາດສະເໜີໃຫ້ການສະໜັບສະໜຸນຂອງພວກເຮົາ.”

ທີມງານບັນດາເຈົ້າໜ້າທີ່ສະຫະລັດ ຈາກກະຊວງຍຸຕິທຳ ກະຊວງຮັກສາຄວາມປອດໄພພາຍໃນ ແລະກະຊວງການຕ່າງປະເທດ ແລະສະພາຄວາມໝັ້ນຄົງແຫ່ງຊາດ ຫຼື NSC ໄດ້ເດີນທາງໄປຮອດເຮຕີໃນວັນອາທິດຜ່ານມານີ້ ຕາມທີ່ ທຳນຽບຂາວໄດ້ປະກາດ ເພື່ອຊ່ອຍປະເທດດັ່ງກ່າວໃນການສືບສວນສອບສວນ. ການຊ່ອຍເຫຼືອນີ້ ເປັນການຕອບສະໜອງຕໍ່ຄຳຂໍຮ້ອງຂອງເຮຕີ.

ໂຄສົກຂອງ NSC ທ່ານນາງເອມີລີ ໂຮຣນ໌ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ທີ່ໄດ້ສົ່ງໃຫ້ວີໂອເອ ທາງອີເມລ ວ່າ “ຄະນະຜູ້ແທນນັ້ນ ໄດ້ທົບທວນຄືນພື້ນຖານດ້ານຄວາມປອດໄພທີ່ສຳຄັນກັບບັນດາເຈົ້າໜ້າທີ່ລັດຖະບານຂອງເຮຕີ ແລະໄດ້ພົບປະກັບເຈົ້າໜ້າທີ່ກົມຕຳຫຼວດແຫ່ງຊາດຂອງເຮຕີ ຜູ້ທີ່ເປັນຫົວໜ້ານໍາພາການສືບສວນ ໃນການລອບສັງຫານນັ້ນ.” ທ່ານນາງໂຮຣນ ໄດ້ກ່າວວ່າ ຄະ ນະຜູ້ແທນສະຫະລັດ ຍັງໄດ້ພົບປະກັບບັນດາເຈົ້າໜ້າທີ່ລັດຖະບານຂອງເຮຕີນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG